ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະຖານະການໃນ ກຽກກິດສະຖານ


ຊາຍ Uzbek ຄົນນຶ່ງເອົາມືກຸມຫົວ ດ້ວຍຄວາມເສຍໃຈແລະສິ້ນຫວັງ ຢູ່ທາງຂ້າງເຮືອນຂອງລາວ ທ່ີຖືກໄຟໄໝ້ ວັນທີ 14 ມິຖຸນາ 2010
ຊາຍ Uzbek ຄົນນຶ່ງເອົາມືກຸມຫົວ ດ້ວຍຄວາມເສຍໃຈແລະສິ້ນຫວັງ ຢູ່ທາງຂ້າງເຮືອນຂອງລາວ ທ່ີຖືກໄຟໄໝ້ ວັນທີ 14 ມິຖຸນາ 2010

ຊົນ​ເຜົ່າ Uzbek ຫລາຍ​ໝື່ນ​ຄົນ​ ​ໄດ້ພາກັນ​ເອົາ​ໂຕ​ຫລົບໜີ​ຈາກ​ບ້ານ​ເຮືອນ​ຫລັງ​ຈາກ​ເກີດ​ຄວາມ​ຮຸນ​ແຮງ​ ມາ​ເປັນ​ເວລາ 3 ມື້
ຊຶ່ງ​ໄດ້​ຍັງ​ຜົນ ໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ​ແລ້ວ 113 ຄົນ​ ແລະ​ບາດ​ເຈັບ​ຫລາຍ​ກວ່າ 1200 ຄົນ.

ສະພາກາ​ແດງ​ສາກົນ ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ທາງ​ການ​ແລະ ພວກສະໜອງ​ການ​ບໍລິການ​ສຸກ​ເສີນ​ໃນ​ພາກ​ໃຕ້ ​ແມ່ນ​ຕົກ​ຢູ່​
ໃນ​ສະພາ ວະທີ່​ຮັບ​ມື​ກັບການ​ກໍ່ຄວາມ​ວຸ້ນວາຍບໍ່​ໄດ້. ສະພາກາ​ແດງ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຢ່າງທ່ີສຸດ ​ກ່ຽວ​ກັບລາຍ​ງານ​ທ່ີ​ວ່າ
ມີ​ການ​ປະຕິບັດ​ຢ່າງ​ໂຫດ​ຫ້ຽມ​ທາລຸນ​ນັ້ນ.

ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ທຳ​ການ​ໂອ້​ລົມ​ສົນທະນາ​ກັນ​ກ່ຽວ​ກັບ​ສະຖານະ​ການ​ດັ່ງກ່າວ​ກັບປະທານ
ຂອງ​ອົງການ​ເພື່ອ​ຄວາມ​ປອດໄພ​ແລະ​ການ​ຮ່ວມ​ມືກັນ​ໃນ​ຢູ​ໂຣບ ​ໃນ​ຂະນະ​ທ່ີ​ອົງການ​ສະຫະ​ປະຊາ​ຊາດ​ ປະ​ເມິ​ນ​ເບິ່ງ​ຄວາມ​ຕ້ອງການ
ໃນ​ການ​ຊ່ອຍ​ເຫລືອ ທາງ​ດ້ານມະນຸດສະທຳ​ ໃນ​ຂົງ​ເຂດ​ທ່ີ​ໄດ້​ຮັບ​ຜົນ​ກະທົບ​ນີ້.

ຝ່າຍຣັດ​ເຊຍ​ໄດ້​ສົ່ງ​ທະຫານ​ພົນ​ຮົ່ມ​ໄປ​ປົ​ກປ້ອງ​ຖານ​ທັບ​ອາກາດ​ຂອງ​ຕົນ​ໃນ​ປະ​ເທດ​ດັ່ງກ່າວ ​ແຕ່​ປະຕິ​ເສດ​ຕໍ່​ຄຳ​ຮ້ອງ​ຂໍ​ຂອງ​ປະທານາທິ
ບໍດີ Rosa Otunbayeva ທ່ີ​ຂໍ​ໃຫ້​ກຸງ​ມອສກູ​ ສົ່ງ​ທະຫານຮັກ​ສັນຕິພາບ​ໄປ​ນັ້ນ ຊຶ່ງ​ທ່ານ​ນາງ Otunbayeva ໄດ້​ກ່າວເຕືອນ​ວ່າ
ກຽກກິດ​ສະຖານ​ອາດສາມາດ​ປະ​ເຊີນກັບ​ການ​ພັງ​ທະລາຍລົງໄດ້ນັ້ນ.

XS
SM
MD
LG