ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມວຸ້ນວາຍທີ່ ກຽກກິດສະຖານ


ລັດຖະບານ ກຽກກິດ​ສະຖານ ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ຕົນ​ກຳລັງ​ສົ່ງ​ພວກ​ທະຫານ​ສຳຮອງ​ໄປ​ຍັງ​ເຂດ​ວຸ້ນວາຍ
ໃນ​ພາກ​ໃຕ້​ຂອງ​ປະ​ເທດ ​ໃນ​ຂະນະ​ທ່ີ​ການ​ຍິງ​ປືນ​ຕໍ່ສູ້​ກັນ​ດຳ​ເນີນ​ໄປ​ເປັນ​ຄືນທີ​ສາມລຽນຕິດ ຊຶ່ງ​ໄດ້ຍັງ​ຜົນ​ເຮັດ​ໃຫ້​
ປະຊາຊົນ​ເສຍ​ຊີວິດ​ໄປ​ແລ້ວ​ຫລາຍ​ເຖິງ 80 ຄົນ ​ແລະ ຫລາຍ​ກວ່າ 1 ພັນ​ຄົນ​ຕື່ມ​ອີກ​ ໄດ້​ຮັບ​ບາດ​ເຈັບ.

ລັດຖະບານ​ຊົ່ວຄາວ​ຂອງກຽກກິດ​ສະຖານ ​ໄດ້​ໃຫ້​ສິດ​ອຳນາດໃນ​ການ​ຍິງ​ຄົນຮ້າຍ​ຕາຍ​ກັບ​ທີ່​ໄດ້ ​ແກ່​ກຳລັງ​ຮັກສາ​
ຄວາມ​ປອດ​ໄພ​ຂອງ​ຕົນ ​ ຫລັງ​ຈາກ​ເກີດ​ຄວາມວຸ້ນ​ວາຍ​ ລະຫວ່າງ​ຊົນ​ກຸ່ມ​ນ້ອຍ Uzbek ​ແລະ ຊາ​ວ Kyrgyz ​ໃນ​
ເມືອງ Osh ​ແລະ Jalalabad ​ໃນ​ພາກ​ໃຕ້​ຂອງ​ປະ​ເທດ.

ກຽກກິດ​ສະຖານຊຶ່ງ​ເຄີຍ​ເປັນສະ​ທາ​ລະນະ​ລັດ​ນຶ່ງ​ຂອງອະດີດສະຫະ
ພາບໂຊ​ວຽດ ​ໄດ້​ຮ້ອງ​ຂໍໄປ​ຍັງ​ຣັດ​ເຊຍ​ໃນ​ວັນ​ເສົາ​ວານ​ນີ້ ໃຫ້​ສົ່ງ​ທະຫານ​ໄປ​ຊ່ອຍ​ທັບ​ມ້າງ​ຄວາມ​ວຸ້ນ​ວານ​ທ່ີ​ເກີດ​ຂຶ້ນ​
ລະຫວ່າງ​ຊົນ​ເຜົ່າ​ນັ້ນ ​ແຕ່​ແທນ​ທ່ີ​ຈະ​ສົ່ງ​ທະຫານ​ໄປ ລັດ​ເຊຍໄດ້​ສົ່ງ​ການ​ຊ່ອຍ​ເຫລືອ​ທາງ​ດ້ານ​ມະນຸດສະທຳ​ໄປ​ຊ່ອຍ.

ອົງການ​ຂ່າວ Reuters ກ່າວ​ວ່າ ປະທານາທິບໍດີ Dmitri Medve-Dev ກຳລັງ​ຕິດຕາມ​ສະຖານ​ະການ​ດັ່ງກ່າວ​ຢ່າງ​ໃກ້ຊິດ
ແລະ​ຈະ​ນຳ​ເລື້ອງ​ນີ້​ຂຶ້ນ​ມາ​ໂອ້​ລົມ​ສົນທະນາ​ກັນ​ໃນ​ວັນ​ຈັນ​ມື້​ອື່ນ ​ເວລາ​ທ່ານ​ພົບ​ປະ​ກັບໜ່ວຍຮັກສາ​ຄວາມ​ປອດ​ໄພ​ ພາຍ​ໃຕ້​
ການ​ນຳພາ​ຂອງ​ກຸງ​ມອສກູ​ຂອງ​ພວກ​ສະ​ທາ​ລະນະ​ລັ​ດເກົ່າ ຂອງ​ອະດີດ​ສະຫະພາບ​ໂຊ​ວຽດ​ ທ່ີ​ເອີ້ນ​ວ່າ ອົງການ​ສົນທິສັນຍາ
ວ່າ​ດ້ວຍ​ຄວາມ​ປອດ​ໄພ​ຮ່ວມກັນ​ນັ້ນ.

XS
SM
MD
LG