ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະປະຊາຊາດປະນາມຄວາມ ຮຸນແຮງໃນກຽກກິດສະຖານ


ໃນມື້ວັນຈັນວານນີ້ ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດໄດ້ປະນາມ
ຄວາມຮຸນແຮງທີ່ຍັງດຳເນີນຢູ່ຕໍ່ມາໃນພາກໃຕ້ຂອງກຽກກິດສະຖານ ແລະຮຽກຮ້ອງ
ໃຫ້ເຂດດັ່ງກ່າວກັບຄືນໄປສູ່ການປົກຄອງທີ່ຢູ່ພາຍໃຕ້ຕົວບົດກົດໝາຍ ແລະແກ້ໄຂ
ບັນຫາຂັດແຍ້ງຄວາມສັນຕິວິທີ.

ເອກອັກຄະລັດຖະທູດເມັກຊິໂກທ່ານ CLAUDE HELLER ຊຶ່ງເປັນປະທານວຽນ
ຂອງສະພາຄວາມໝັ້ນຄົງທີ່ປະກອບດ້ວຍ 15 ປະເທດຂອງສະຫະປະຊາຊາດ
ໃນເດືອນນີ້ກ່າວວ່າຜູ້ຕາງໜ້າຂອງປະເທດຕ່າງໆໄດ້ສະແດງຄວາມສະໜັບສະໜຸນ
ຕໍ່ການດຳເນີນຄວາມພະຍາຍາມຂອງອົງການສະຫະປະຊາຊາດ ຢູ່ໃນກຽກກິດສະຖານ
ແລະການຈັດສົ່ງ ການຊ່ອຍເຫຼືອທາງດ້ານມະນຸດສະທຳ ຢ່າງຮີບດ່ວນໄປຍັງ
ເຂດດັ່ງກ່າວ.

ໃນຕອນເຊົ້າມື້ວານນີ້ອົງການວ່າດ້ວຍສົນທິສັນຍາຄວາມໝັ້ນຄົງຮ່ວມພາຍໃຕ້ການ
ນຳພາຂອງຣັດເຊຍກ່າວວ່າ ໃນລະຫວ່າງກອງປະຊຸມສຸກເສີນທີ່ກຸງມົສກູນັ້ນຕົນ
ບໍ່ໄດ້ປະຕິເສດເຖິງຄວາມເປັນໄປໄດ້ໃນການທີ່ຈະທຳການແຊກແຊງທາງດ້ານ
ທະຫານ ເພື່ອປາບປາມຄວາມວຸ້ນວາຍໃນພາກໃຕ້ກຽກກິດສະຖານ.

ຣັດເຊຍແລະສະຫະລັດ ຊຶ່ງຕ່າງກໍມີຖານທັບໃນກຽກກິດສະຖານນັ້ນ ໄດ້ໃຫ້ຄຳໝັ້ນ
ສັນຍາ ທີ່ຈະໃຫ້ການຊ່ອຍເຫຼືອທາງດ້ານມະນຸດສະທຳ. ໂຄສົກກະ ຊວງການຕ່າງ
ປະເທດສະຫະລັດ ທ່ານ P.J CROWLEY ຮຽກຮ້ອງໃຫ້ນາໆ ຊາດປະສານງານ
ກັນເພື່ອຮັບມືກັບວິກິດການດັ່ງກ່າວ.

ສະຖານທູດສະຫະລັດໃນກຽກກິດສະຖານກ່າວວ່າ ສັນຍາວ່າຈະໃຫ້ການ ຊ່ອຍເຫຼືອ
ທາງດ້ານມະນຸດສະທຳໃນທັນທີ ຫຼາຍກວ່າ 800 ພັນໂດລາ. ນອກ ນັ້ນສະຖານທູດ
ສະຫະລັດຍັງເວົ້າວ່າ ຕົນໄດ້ແຍກ 200 ພັນໂດລາ ເພື່ອເປັນ ການຊ່ອຍເຫຼືອທາງ
ດ້ານການແພດແລະປັດໃຈສຸກເສີນ ທີ່ຕົນກຳລັງດຳເນີນງານ ເພື່ອທຳການແຈກຢາຍ.

XS
SM
MD
LG