ຜົນການລົງປະຊາມະຕິທີ່ກຽກກິສຖານ. ພວກປ່ອນບັດເລືອກຕັ້ງໄດ້ລົງຄະແນນສຽງຢ່າງຖ້ວມລົ້ນຮັບເອົາລັດຖະທຳມະນູູນສະບັບໃໝ່ ທີ່ຈະລົດອຳນາດຂອງປະທານາທິບໍດີລົງແລະມອບອຳນາດໃຫ້ສະພາທີ່ຖືກເລືອກຕັ້ງເອົານັ້ນຫຼາຍຂຶ້ນ. ເຈົ້າຫນ້າທີ່ເລືອກຕັ້ງຖະແຫລງໃນວັນຈັນມື້ນີ້ວ່າ ພ້ອມກັບຈຳນວນບັດເລືອກຕັ້ງທີ່ໄດ້ນັບເກືອບຫມົດແລ້ວ ນັ້ນ ປາກົດວ່າຫຼາຍກວ່າ 90% ໄດ້ຮັບເອົາລັດຖະທຳມະນູູນສະບັບໃຫມ່ ໃນການລົງປະຊາມະຕິໃນທົ່ວປະເທດ ໃນວັນອາທິດນັ້ນ ເກືອບວ່າ 70% ຂອງພວກມີສິດປ່ອນບັດ ຈຳນວນ 2.7 ລ້ານ ຄົນ ໄດ້ອອກມາໃຊ້ສິດຂອງເຂົາເຈົ້າ.
ການລົງປະຊາມະຕິໃນມື້ວານນີ້ ແມ່ນມີຂຶ້ນບໍ່ຮອດສາມອາທິດ ຫຼັງຈາກ ໄດ້ເກີດຄວາມຮຸນແຮງລະຫວ່າງຊົນເຜົ່າ ໃນເຂດພາກໃຕ້ຂອງ Kyr gystan ຊຶ່ງໄດ້ມີຜູ້ເສຍຊີວິດໄປຢ່າງນ້ອຍ 294 ຄົນ ນັບແຕ່ການເກີດການປະທຳກັນລະຫວ່າງພວກຊົນເຜົ່າ Kyrgys ແລະເຜົ່າ Uzbek ເມື່ອວັນທີ່ 10 ເດືອນມິຖຸນານີ້. ການປ່ອນບັດໃນມື້ວານນີ້ໄດ້ດຳເນີນໄປຢ່າງສະງົບ.
ອົງການເພື່ອຄວາມປອດໄພແລະຮ່ວມມືໃນເອີຣົບ ຖະແຫລງໃນວັນຈັນມື້ນີ້ວ່າ ລັດຖະບານຮັກສາການຊົ່ວຄາວນັ້ນ ຄວນໄດ້ຮັບການຍ້ອງຍໍຊົມເຊີຍ ທີ່ໄດ້ຈັດແຈງໃຫ້ການຈັດຕັ້ງທີ່ຜ່ານພົ້ນໄປຢ່າງສະງົບ. ປະທານາທິບໍດີຊົ່ວຄາວກຽກກິສຖານ ທ່ານນາງ Roza Otunbayeva ຈະເຂົ້າກຳຕຳແຫນ່ງຫົວໜ້າ ລັດຖະບານໄປກ່ອນ ຈົນກວ່າວ່າຈະສາມາດຈັດການເລືອກຕັ້ງສະພາຂຶ້ນໄດ້ໃນທ້າຍປີນີ້.