ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Kerry ຕົກລົງກັນ ກັບຣັດເຊຍ ທີ່ຈະແລກປ່ຽນ ຂໍ້ມູນ ກ່ຽວກັບ ຢູເຄຣນ


ລັດຖະມົນຕີການຕ່າງປະເທດ ສຫລ ທ່ານ John Kerry (ຂວາ) ແລະລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານ Sergei Lavrov ລົມກັນ ກ່ອນປະຊຸມ ທີ່ປັກກິ່ງ (8 ພະຈິກ 2014)
ລັດຖະມົນຕີການຕ່າງປະເທດ ສຫລ ທ່ານ John Kerry (ຂວາ) ແລະລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານ Sergei Lavrov ລົມກັນ ກ່ອນປະຊຸມ ທີ່ປັກກິ່ງ (8 ພະຈິກ 2014)

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry
ກ່າວວ່າ ສະຫະລັດແລະຣັດເຊຍ ໄດ້ຕົກລົງທີ່ຈະແລກປ່ຽນຂໍ້
ມູນກ່ຽວກັບເຫດການຕ່າງໆ ຢູ່ໃນຢູເຄຣນ.

ທ່ານ Kerry ກ່າວຕໍ່ພວກນັກຂ່າວ ທີ່ໄປໂຮມຊຸມນຸມກັນ ຢູ່ທີ່
ກອງປະຊຸມເອເພັກໃນນະຄອນຫຼວງປັກກິ່ງໃນວັນເສົາມື້ນີ້ວ່າ ເຖິງແມ່ນໄດ້ມີການບໍ່ລົງຮອຍກັນ ໃນຄວາມຈິງບາງຢ່າງກ່ຽວ
ກັບສິ່ງທີ່ເກີດຂຶ້ນ ຢູ່ໃນຢູເຄຣນກໍຈິງ ວໍຊິງຕັນ ແລະມົສກູ ຈະ
ແລກປ່ຽນຂໍ້ມູນບາງຢ່າງ ໃນເລື່ອງນັ້ນ.

ກ່ຽວກັບເລື່ອງການລົງໂທດ ຕໍ່ຣັດເຊຍນັ້ນ ທ່ານ Kerry ເວົ້າ
ວ່າ ທາງເລືອກທີ່ມົສກູໄດ້ເອົາໄປແລ້ວຈະຕັດສິນວ່າແມ່ນຫຍັງຈະເກີດຂຶ້ນໃນໄລຍະຍາວ. ນອກນັ້ນທ່ານຍັງໄດ້ສະແດງອອກເຖິງຄວາມປາຖະໜາຂອງທ່ານ ທີ່ຢາກໃຫ້ການຕົກລົງ ຢຸດຍິງລະຫວ່າງ Kyiv ແລະພວກກະບົດ ນິຍົມຣັດເຊຍ ທີ່ຍັງປະເຊີນໜ້າກັນຢູ່ຕາມເຂດ ຊາຍແດນໃນພາກຕາເວັນອອກຂອງຢູເຄຣນນັ້ນສາມາດຢູ່ລອດໄດ້.

ທ່ານ Kerry ໃຫ້ຄວາມເຫັນດັ່ງກ່າວ ລຸນຫລັງການພົບປະເປັນເວລາສັ້ນໆກັບລັດຖະມົນ ຕີການຕ່າງປະເທດຣັດເຊຍທ່ານ Sergei Lavrov ທີ່ໄດ້ຫລີກລ່ຽງ ບໍ່ຍອມຕອບຄຳຖາມ ຂອງພວກນັກຂ່າວ ກ່ຽວກັບການພົວພັນທາງທະຫານ ຂອງປະເທດທ່ານ ຢູ່ໃນຢູເຄຣນ.
ທ່ານ Lavrov ມີແຕ່ໃຫ້ຄວາມເຫັນກ່ຽວກັບເລື່ອງຢຸດຍິງທີ່ທ່ານເວົ້າວ່າແມ່ນເພື່ອໃຫ້ພວກ ກະບົດແລະລັດຖະບານຢູເຄຣນ ສາມາດເສັດສິ້ນການຖອນກຳລັງອອກຈາກກັນນັ້ນ.

ທ່ານ Lavrov ເວົ້າວ່າ “ການຢຸດຍິງໄດ້ມີການລົງນາມໄປແລ້ວລະຫວ່າງພວກກະບົດແລະ ລັດຖະບານ ມັນແມ່ນເພື່ອໃຫ້ເຂົາເຈົ້າເສັດສິ້ນການຖອນກຳລັງ ອອກຈາກເຂດແນວໜ້າ ທີ່ພວກເຂົາເຈົ້າກຳລັງດຳເນີນງານຢູ່ໃນເວລານີ້.”

ໃນວັນສຸກວານນີ້ອົງການເນໂຕ້ກ່າວວ່າ ຕົນໄດ້ເຫັນການເສີມກຳລັງລົດຫຸ້ມເກາະຄັ້ງໃຫຍ່ ຢູ່ໃນເຂດຊາຍແດນຂອງຣັດເຊຍ ທີ່ຕິດກັບຢູເຄຣນ.

UKRAINE CNPK
please wait
Embed

No media source currently available

0:00 0:01:39 0:00

XS
SM
MD
LG