ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ຄອງ​ນະ​ຄອນຫຼວງ ກີ​ຢິບ ເວົ້າ​ວ່າ ຢູ​ເຄ​ຣ​ນ ແມ່ນ​ກະ​ແຈ​ສຳ​ຄັນ ສຳ​ລັບ​ເສ​ລີ​ພາບ​ໃນ​ໂລກ


ສະ​ມ​າ​ຊິກ​ປ້ອງ​ກັນ​ເຂດ​ແດນ ທ່ານ ດີ​ມິ​ທ​ຣີ ກອດ​ຄົ​ນ​ຮັກ​ຂອງ​ລາວ ນາງ ວາ​ເລັນ​ໄທ​ນ໌ ກ່ອນ​ຂຶ້ນ​ລົດ​ໄຟ​ສຳ​ລັບ​ທະ​ຫານ​ແຖວ​ໜ້າ, ທ່າມ​ກາງ​ການ​ບຸກ​ລຸກ​ຢູ​ເຄ​ຣນ​ຂອງ ຣັດ​ເຊຍ, ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ, 25 ພຶດ​ສະ​ພາ, 2022.
ສະ​ມ​າ​ຊິກ​ປ້ອງ​ກັນ​ເຂດ​ແດນ ທ່ານ ດີ​ມິ​ທ​ຣີ ກອດ​ຄົ​ນ​ຮັກ​ຂອງ​ລາວ ນາງ ວາ​ເລັນ​ໄທ​ນ໌ ກ່ອນ​ຂຶ້ນ​ລົດ​ໄຟ​ສຳ​ລັບ​ທະ​ຫານ​ແຖວ​ໜ້າ, ທ່າມ​ກາງ​ການ​ບຸກ​ລຸກ​ຢູ​ເຄ​ຣນ​ຂອງ ຣັດ​ເຊຍ, ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ, 25 ພຶດ​ສະ​ພາ, 2022.

ດ້ວຍ​ການ​ເອີ້ນ​ປະ​ເທດ ຢູ​ເຄ​ຣນ “ເປັນ​ກະ​ແຈສຳ​ຄັນ​ສຳ​ລັບ​ເສ​ລີ​ພາບ​ໃນ​ໂລກ​ນັ້ນ,” ເຈົ້າ​ຄອງ​ນະ​ຄອນຫຼວງ ກີ​ຢິບ ທ່ານ ວິ​ຕາ​ລີ ຄ​ລິ​ດ​ຈ​ໂກ ໄດ້​ຮຽກ​ຮ້ອງ​ການ​ສະ​ໜັບ​ສະ​ໜູນ​ສຳ​ລັບ​ປະ​ເທດ​ຂອ​ງ​ທ່ານ​ໃນ​ວັນ​ພະ​ຫັດ​ມື້ນີ້ ຍ້ອນ​ສິ່ງ​ທີ່​ທ່ານ​ໄດ້​ເອີ້ນ​ວ່າ “ສົງ​ຄາມ​ທີ່​ບໍ່​ມີຄວາມ​ຮູ້​ສຶກນີ້” ກັບຣັດ​ເຊຍ.

ໃນ​ການ​ກ່​າວ​ຢູ່ກອງ​ປະ​ຊຸມ​ເສດ​ຖະ​ກິດ​ໂລກ​ໃນ​ເມືອງ ດາ​ໂວ, ປະ​ເທດ ສວິດ​ເຊີ​ແລນ​ນັ້ນ, ທ່ານ ຄ​ລິດ​ຈ​ໂກ ໄດ້​ກ່າວ​ວ່າ​ຢູ​ເຄ​ຣນ ແມ່ນ​ປະ​ເທດ​ທີ່​ສະ​ຫງົບ​ສຸກທີ່ບໍ່​ໄດ້​ມີ​ຄວາມ​ມຸ່ງ​ຮ້າຍ​ຕໍ່​ຜູ້​ໃດ, ແລະ​ວ່າ​ປະ​ຊາ​ຊົນ​ຢູ​ເຄ​ຣນ ຢາກ​ເປັນ “ສ່ວນ​ນຶ່ງ​ຂອງ​ຄອບ​ຄົວ​ຊາວ​ຢູ​ໂຣບ” ໂດຍ​ມີ​ບູ​ລິ​ມະ​ສິດ​ສູງ​ສຸດ​ໃນ​ສິດ​ທິ​ມະ​ນຸດ, ເສ​ລີ​ພາບ​ໃນດ້ານ​ການ​ຂ່າວ ແລະ “ປະ​ຊາ​ທິ​ປະ​ໄຕ​ແມ່ນ​ມາດ​ຕະ​ຖານ​ຂອງ​ຊີ​ວິດ.”

ທ່ານ​ໄດ້​ກ່າວ​ວ່າ ​ລັດ​ຖະ​ບານ ຣັດ​ເຊຍ ຢາກ​ຈະ​ສ້າງ​ຄືນ​ສະ​ຫະ​ພາບ​ໂຊ​ຫວຽດ ແລະ ຈະ​ບໍ່​ຢຸດດ້ວຍການເຂົ້າ​ຄອບ​ຄອງ​ຢູ​ເຄ​ຣນ.

ທ່ານ ຄ​ລິດ​ຈ​ໂກ ໄດ້​ກ່າວ​ວ່າ “ພວກ​ເຮົາ​ໄດ້​ປ້ອງ​ກັນ​ບໍ່​ພຽງ​ແຕ່​ຄອບ​ຄົວ ແລະ ລູກ​ຂອງ​ພວກ​ເຮົາ​ເທົ່າ​ນັ້ນ, ພວກ​ເຮົາ​ກຳ​ລັງ​ປ້ອງ​ກັນ​ພວກ​ທ່ານ ເພາະ​ວ່າ​ພວກ​ເຮົາ​ມີ​ຄຸນ​ຄ່າ​ທີ່​ເທົ່າ​ທຽມ​ກັນ,” ໂດຍ​ກ່າ​ວ​ຕື່ມ​ວ່າ ຣັດ​ເຊຍ ຈະ​ໄປ​ບໍ່​ຮອດຕາມ​ທີ່​ເຂົາ​ເຈົ້າ​ຖືກ​ອະ​ນຸ​ຍາດ​ໃຫ້​ໄປ.

ທ່ານ​ໄດ້​ກ່າວ​ຂອບ​ໃຈ​ຜູ້​ທີ່​ໄດ້​ສະ​ໜັບ​ສະ​ໜູນ​ຢູ​ເຄ​ຣນ​ທາງ​ການ​ເມືອງ, ເສດ​ຖະ​ກິດ ແລະ ດ້ວຍ​ການ​ສົ່ງ​ອາ​ວຸດ, ແລະ​ຜູ້​ທີ່​ໄດ້​ຮັບ​ເອົາ​ອົບ​ພະ​ຍົບ​ຊາວ​ຢູ​ເຄ​ຣນ.

ໂດຍ​ກ່າວ​ຢ້ຳ​ວ່າ​ມັນດົນ​ກວ່າ 90 ວັນ​ແລ້ວ​ນັບ​ຕັ້ງ​ແຕ່​ຣັດ​ເຊຍ​ໄດ້​ທຳ​ການ​ບຸກ​ລຸກ​ຢູ​ເຄ​ຣນ​ນັ້ນ, ທ່ານ ຄ​ລິດ​ຈ​ໂກ ໄດ້​ກ່າວ​ວ່າ​ມັນ​ຮູ້​ສຶກ​ຄື “ວັນ​ນຶ່ງ​ທີ່​ຍາວ, ຍາວຫຼາຍ.”

ໃນ​ການ​ກ່າວ​ຄຳ​ປາ​ໄສ​ເມື່ອ​ແລງວັນ​ພຸດ​ວານນີ້, ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ປະ​ຕິ​ເສດ​ຄວາມ​ຄິດ​ຂອງ​ການຍອມ​ເສຍ​ພາກ​ສ່ວນ​ຕ່າງໆ​ຂອງ​ຢູ​ເຄ​ຣນ​ຕໍ່​ຣັດ​ເຊຍ ເພື່ອ​ບັນ​ລຸ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ.

ທ່ານ​ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ ຜູ້​ທີ່​ໃຫ້​ຄຳ​ແນະ​ນຳ​ແບບ​ນັ້ນ​ແມ່ນບໍ່​ສົນ​ໃຈກ່ຽວ​ກັບ “ປະ​ຊາ​ຊົນຫຼາຍ​ລ້ານ​ຄົນ ຜູ້​ທີ່​ແທ້​ຈິງ​ແລ້ວ​ໄດ້​ອາ​ໄສ​ຢູ່​ໃນ​ເຂດ​ແດນ​ທີ່​ເຂົາ​ເຈົ້າ​ໄດ້​ສະ​ເໜີ​ແລກ​ປ່ຽນ​ສຳ​ລັບ​ພາ​ບ​ຄວາມ​ເພີ້​ຝັນ ກ່ຽວ​ກັບ ສັນ​ຕິ​ພາບ.”

ທ່ານ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ຕ້ອງ​ໄດ້​ຄິດ ກ່ຽວ​ກັບ ປະ​ຊາ​ຊົນ​ຕະຫຼອດ ແລະ ຈື່​ວ່າ​ຄຸນ​ຄ່າ​ຕ່າງໆ​ບໍ່​ມີ​ພຽງ​ແຕ່​ຄຳ​ເວົ້າ.”

ການ​ຕໍ່​ສູ້​ໃນ​ສອງ​ສາມ​ອາ​ທິດ​ທີ່​ຜ່ານ​ມາ​ໄດ້​ເພັ່ງ​ເລັງ​ໃສ່​ພາກ​ພື້ນ​ ດອນ​ບາ​ສ ບ່ອນ​ທີ່ ຣັດ​ເຊຍ ໄດ້​ພະ​ຍາ​ຍາມ​ທີ່​ຈະ​ເຂົ້າ​ຄວາມ​ຄຸມ ຫຼັງ​ຈາກບໍ່​ສາ​ມາດ​ທີ່​ຈະ​ໂຄ່ນ​ລົ້ມ​ທ່ານ ເຊ​ເລັນ​ສ​ກີ ຫຼື ຍຶດ​ເອົາ​ນະ​ຄອນຫຼວງ ກີ​ຢິບ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG