ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກີ​ຢິບ ກ່າວ​ວ່າ ໂດ​ຣນ​ຖືກ​ຍິງ​ຕົກ ​ທ່າມ​ກາງ​ການ​ໂຈມ​ຕີ​ຂອງ ຣັດ​ເຊຍ


ປະ​ຊາ​ຊົນ​ໃນ​ທ້ອງ​ຖິ່ນ​ເຕົ້າ​ໂຮມ​ກັນ ​ຢູ່​ໃກ້​ຕຶກ​ທີ່​ຢູ່​ອາ​ໄສ ໃນ​ຂະ​ນະ​ທີ່​ວັດ​ຖຸ​ພື້ນ​ຖານ​ໂຄງ​ລ່າງ​ໄຟ​ຟ້າ​ຖືກ​ໄຟ​ໄໝ້ ຫຼັງ​ຈາກ​ການ​ໂຈມ​ຕີ​ດ້ວຍໂດ​ຣນ​ຂອງ ຣັດ​ເຊຍ, ນະ​ຄອນຫຼວງ ກີຢິບ, ຢູ​ເຄ​ຣນ, 19 ທັນ​ວາ 2022.
ປະ​ຊາ​ຊົນ​ໃນ​ທ້ອງ​ຖິ່ນ​ເຕົ້າ​ໂຮມ​ກັນ ​ຢູ່​ໃກ້​ຕຶກ​ທີ່​ຢູ່​ອາ​ໄສ ໃນ​ຂະ​ນະ​ທີ່​ວັດ​ຖຸ​ພື້ນ​ຖານ​ໂຄງ​ລ່າງ​ໄຟ​ຟ້າ​ຖືກ​ໄຟ​ໄໝ້ ຫຼັງ​ຈາກ​ການ​ໂຈມ​ຕີ​ດ້ວຍໂດ​ຣນ​ຂອງ ຣັດ​ເຊຍ, ນະ​ຄອນຫຼວງ ກີຢິບ, ຢູ​ເຄ​ຣນ, 19 ທັນ​ວາ 2022.

ກອງ​ທັບ​ລັດ​ຖະ​ບານ ກີ​ຢິບ ໄດ້​ກ່າວ​ໃນ​ວັນ​ຈັນ​ມື້ນີ້​ວ່າ​ນະ​ຄອນຫຼວງ​ຂອງ ຢູ​ເຄ​ຣນ ໄດ້​ຢູ່​ພາຍ​ໃຕ້​ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ​ຂອງ ຣັດ​ເຊຍ, ຫຼາຍ​ຊົ່​ວ​ໂມງຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ທົບ​ທວນ​ການລົມ​ໂທ​ລະ​ສັບ​ຂອງ​ທ່າ​ນ​ກັບ​ບັນ​ດາ​ພັນ​ທະ​ມິດ ​ເພື່ອ​ຊ່ວຍ​ຂະ​ຫຍາຍ​ການ​ປ້ອງ​ກັນ​ທາງ​ອາ​ກາດ​ຂອງ​ເຂົາ​ເຈົ້າ​ ໃນ​ການ​ຕໍ່​ສູ້​ຕ້ານ​ການ​ບຸກ​ລຸກ​ຂອງ ຣັດ​ເຊຍ.

ກອງ​ກຳ​ລັງ ຢູ​ເຄ​ຣນ ໄດ້​ຍິງ​ໂດ​ຣນ ຊາ​ເຮັດ (Shahed) ທີ່​ຖືກ​ຜະ​ລິດ​ໃນ​ປະ​ເທດ ອີ​ຣ່ານ ຕົກ 9 ລຳ​ໃນ​ວັນ​ຈັນ​ມື້ນີ້, ອີງ​ຕາມ​ການ​ກ່າວຂອງກອງ​ທັບ​ລັດ​ຖະ​ບານ ກີ​ຢິບ ໃນ​ຂໍ້​ຄວາມ​ທີ່​ຂຽນ​ໃນ​ແອັບ​ພ​ລີ​ເຄ​ຊັ້ນ ເທ​ເລ​ແກ​ຣມ.

ຣັດ​ເຊຍ ໄດ້​ໃຊ້​ໂດ​ຣນ​ເພື່ອ​ໂຈມ​ຕີ ກີ​ຢິບ ແລະ ເມືອງ​ອື່ນໆ​ຂອງ ຢູ​ເຄ​ຣນ ​ຊ້ຳ​ແລ້ວ​ຊ້ຳ​ອີກ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ​ຄຳ​ປາ​ໄສ​ທາງວິ​ດີ​ໂອ​ປະ​ຈຳ​ທຸກ​ຄືນ​ຂອງ​ທ່ານ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ການ​ປ້ອງ​ກັນ​ທາງ​ອາ​ກາດ​ແມ່ນ “ບູ​ລິ​ມະ​ສິດ​ສູງ​ສຸດຕ​ະ ຫຼອດ​ມາ” ສຳ​ລັບ​ລັດ​ຖະ​ບານຂອງ​ທ່ານ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ “ດ້ວຍ​ການ​ຊ່ວຍ​ພວກ​ເຮົາ​ປົກ​ປ້ອງ​ທ້ອງ​ຟ້ອງ​ຂອງ​ພວກ​ເຮົາ​ຢ່າງ​ເຕັມ​ທີ່, ດ້ວຍ​ການ​ສະ​ໜອງ​ລະ​ບົບ​ປ້ອງ​ກັນ​ອາ​ກາດ​ທີ່​ທັນ​ສະ​ໄໝ​ເພີ່ມ​ເຕີມ​ໃນ​ຈຳ​ນວນ​ທີ່​ພຽງ​ພໍ, ເຈົ້າຈ​ະ​ສາ​ມາດ​ກີດ​ກັນ​ວັດ​ຖຸ​ກໍ່​ການ​ຮ້າຍຫຼັກ​ຂອງລັດ​ກໍ່​ການ​ຮ້າຍ​. ນີ້​ຈະ​ເປັນ​ນຶ່ງ​ໃນ​ຫຼາຍ​ບາດ​ກ້າວ​ທີ່​ມີ​ອຳ​ນາດ​ທີ່​ສຸດ​ທີ່​ຈະ​ນຳ​ເອົາ​ການ​ຮຸກ​ຮານ​ໃກ້​ເຖິງ​ຈຸດ​ສິ້ນ​ສຸດ. ຣັດ​ເຊຍ ຈະ​ຕ້ອງ​ເດີນ​ຕາມ​ເສັ້ນ​ທາງ​ຂອງ​ການ​ສິ້ນ​ສຸດ​ການ​ຮຸກ​ຮານ, ເວ​ລາ​ທີ່​ພວກ​ເຂົາ​ບໍ່​ສາ​ມາດ​ເດີນ​ຕາມ​ເສັ້ນ​ທາງ​ຂອງ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ.”

ທ່ານ​ນາງ ອົກ​ຊາ​ນາ ມາ​ຄາ​ໂຣ​ວາ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ ຢູ​ເຄ​ຣນ ປະ​ຈຳ​ສະ​ຫະ​ລັດ, ໄດ້​ກ່າວ​ຕໍ່​ລາຍ​ການ This Week ຂອງໂທ​ລະ​ພາບ​ຂ່າວ ABC ໃນ​ວັນ​ອາ​ທິດ​ວານນີ້​ວ່າ “ພວກ​ເຮົາ​ຈະ​ເຫັນ​ສິ່ງ​ທີ່​ເກີດ​ຂຶ້ນ​ເວ​ລາ​ທີ່​ພວກ​ເຮົາ​ບໍ່​ມີ​ການ​ປ້ອງ​ກັນ​ອາ​ກາດ​ທີ່​ພຽງ​ພໍ.”

ທ່ານ​ນາງ ມາ​ຄາ​ໂຣ​ວາ ໄດ້​ກ່າວ​ວ່າ ເຄິ່ງ​ນຶ່ງ​ຂອງ​ສາຍ​ໄຟ​ຟ້າ ຢູ​ເຄ​ຣນ ໄດ້​ຖືກ​ທຳ​ລາຍ​ໂດຍ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ. ທ່ານ​ນາງ​ເວົ້າ​ວ່າ “ພວກ​ເຮົາ​ຕ້ອງ​ຢຸດ​ມັນ. ແລະ ​ມີພຽງ​ວິ​ທີ​ດຽວ​ທີ່​ຈະ​ເຮັດ​ມັນ​ກໍ​ແມ່ນ​ຂະ​ຫຍາຍ​ຈຳ​ນວນ​ການ​ປ້ອງ​ກັນ​ອາ​ກາດ​ທຸກ​ບ່ອນ​ໃນ ຢູ​ເຄ​ຣນ.”

ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ເວົ້າ​ວ່າ​ເຂົາ​ເຈົ້າ​ໄດ້​ວາງ​ແຜນ​ທີ່​ຈະ​ສົ່ງລະ​ບົບ​ປ້ອງ​ກັນໄພ​ທາງ​ອາ​ກາດ ແພັດ​ທ​ຣີ​ອອດ (Patriot) ໄປ​ໃຫ້ ຢູ​ເຄ​ຣນ ເພື່ອ​ຊ່ວຍ​ຍິງສະ​ກັດ​ກັ້ນການ​ໂຈມ​ຕີຂອງ ຣັດ​ເຊຍ, ແຕ່ບໍ່​ໄດ້​ມີ​ການ​ປະ​ກາດ​ຢ່າງ​ເປັນ​ທາງ​ການ. ຣັດ​ເຊຍ ໄດ້​ກ່າວ​ປະ​ນາມ​ການ​ດຳ​ເນີນ​ການ​ທີ່​ຖືກ​ຄາດ​ການ​ໄວ້​ຂອງ ສະ​ຫະ​ລັດ ແລະ ໄດ້​ເອີ້ນ​ມັນ​ວ່າ ການ​ມີ​ສ່ວນ​ຮ່ວມ​ຂອງ ສະ​ຫະ​ລັດ ທີ່​ເປັນ​ການ​ຍຸ​ແຍ່​ເພີ່ມ​ຂຶ້ນ​ໃນ​ຄວາມ​ຂັດ​ແຍ້ງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG