ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄູເວດ ຈະເປັນເຈົ້າພາບ ຫາລາຍໄດ້ ແກ້ໄຂ ວິກິດການ ມະນຸດສະທໍາ ໃນຊີເຣຍ (ສະໄລດ໌)


ລັດ​ຖະ​ບານ​ຄູ​ເວດ ​ຈະ​ເປັນ​ເຈົ້າພາບ ຈັດກອງ​ປະ​ຊຸມ​ນາໆ​ຊາດ​ເພື່ອ​ຊ່ວຍ​ແກ້​ໄຂ​ວິ​ກິດ​ການ​​ດ້ານ​ມະນຸດສະ​ທໍາ​ໃນ​ຊີ​ເຣຍ
ລັດ​ຖະ​ບານ​ຄູ​ເວດ ​ຈະ​ເປັນ​ເຈົ້າພາບ ຈັດກອງ​ປະ​ຊຸມ​ນາໆ​ຊາດ​ເພື່ອ​ຊ່ວຍ​ແກ້​ໄຂ​ວິ​ກິດ​ການ​​ດ້ານ​ມະນຸດສະ​ທໍາ​ໃນ​ຊີ​ເຣຍ
ລັດ​ຖະ​ບານ​ຄູ​ເວດ ໄດ້​ປະກາດວ່າ ຕົນ​ມີ​ແຜນ​ການ​ ທີ່​ຈະ​ເປັນ​
ເຈົ້າພາບຈັດກອງ​ປະ​ຊຸມ​ນາໆ​ຊາດ​ໃນ​ເດືອນ​ໜ້າ​ນີ້ເພື່ອ​ຊ່ວຍ​
ແກ້​ໄຂ​ວິ​ກິດ​ການດ້ານ​ມະນຸດສະ​ທໍາ​ໃນ​ຊີ​ເຣຍທີ່​ພວມ​ເຕີບ​ໃຫຍ່
​ຂະຫຍາຍ​ໂຕ​ຂຶ້ນນັບມື້ນັ້ນ.

ຜູ້​ນໍາ​ຄູ​ເວດ Sheikh Sabah al-Ahmed al Sabahກ່າວ​ຢູ່​
ນອກ​ກອງ​ປະຊຸ​ມສະພາ​ການ​ຮ່ວມ​ມື​ ໃນ​ເຂດ​ອ່າວເ​ປີ​ເຊຍ ທີ່​
Bahrain ​ໃນ​ວັນ​ຈັນວານ​ນີ້ວ່າ ທ່ານ​ຈະ​ເປັນ​ເຈົ້າພາບ​ຈັດ​ກອງ
ປະຊຸມບັນດາຜູ້​ບໍລິ​ຈາກ​ໃນ​ທ້າຍ​ເດືອນມັງກອນຈະ​ມານີ້. ທ່ານ​
ກ່າວ​ວ່າ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ທ່ານ Ban Ki-
moon ​ໄດ້​ເປັນ​ຜູ້​ລິ​ເລີ້ມ​ສະ​ເໜີໃຫ້​ຈັດກອງ​ປະຊຸມດັ່ງກ່າວ.

​ໃນ​ຕອນເຊົ້າຂອງ​ມື້ວານ​ນີ້ ທູດ​ສັນຕິພາບພິ​ເສດຮັບຜິດຊອບ​ເລື່ອງ​ຊີ​ເຣຍ​ຂອງ​ທ່ານ Ban ຄື​ທ່ານ Lakhdar Brahimi ກ່າວ​ວ່າ ທ່ານ​ຍັງ​ມີ​ຄວາມ​ກັງວົນໃຈ​ກ່ຽວ​ກັບ​ສົງຄາມ​ກາງ​ເມືອງ​ໃນ​ຊີ​ເຣຍ ຫລັງ​ຈາກ​ທີ່​ໄດ້​ພົບ​ປະ​ກັບປະທານາທິບໍດີ Basha al-Assad ​ໃນ​ກຸງ Damascus.

ທ່ານ Brahimi ກ່າວ​ວ່າ ທ່ານ​ໄດ້​ສົນທະນາ​ກັບທ່ານ Assad ​ເພື່ອ​ຊອກຫາ​ຊ່ອງ​ທາງ​ແກ້​ໄຂ​ວິ​ກິດ​ການ ທີ່​ໄດ້​ດຳ​ເນີນ​ມາ 21 ​ເດືອນ​ແລ້ວ ນັ້ນ​ ແຕ່​ທ່ານ​ບໍ່​ໄດ້ໃຫ້​ລາຍ​ລະອຽດ​ເພີ້​ມ​ເຕີມ. ອົງການ​ຂ່າວ SANA ຂອງ​ລັດຖະບານ​ຊີ​ເຣຍ ອ້າງ​ຄໍາ​ເວົ້າ​ປະທານາທິບໍດີ Assad ທີ່​ກ່າວວ່າ​ ທ່ານໃຫ້ການ​ສະໜັບສະໜຸນ​ຕໍ່​ການ​ດຳ​ເນີນ​ຄວາມ​ພະຍາຍາມເພື່ອສ້າງສັນ
ຕິພາບໃດ​ໆກໍ​ຕາມ ​ທີ່ປົກ​ປ້ອງ​ອະທິປະໄຕ ​ແລະ​ເອກ​ກະລາດ ຂອງ​ຊີ​ເຣຍ.

ເບິ່ງສະໄລດ໌ ກ່ຽວກັບຊີເຣຍ

ກ່ຽວຂ້ອງກັນ

XS
SM
MD
LG