ຄູເຫວດກ່າວ ໃນວັນອາທິດມື້ນີ້ວ່າ ຕົນໄດ້ລະບຸໂຕ ຄົນສັນຊາດ
ຊາອຸ ຄົນໜຶ່ງ ວ່າເປັນມືລະເບີດສະຫຼະຊີບທີ່ໄດ້ໂຈມຕີວັດ ອິສລາມ ນິກາຍຊີໄອທ໌ ທີ່ແອອັດແຫ່ງໜຶ່ງ, ເຮັດໃຫ້ມີຄົນຕາຍຢ່າງໜ້ອຍ 26 ຄົນ ແລະ ບາດເຈັບອີກຫຼາຍຄົນ.
ກະຊວງພາຍໃນ ຖະແຫຼງວ່າ ທ້າວ Fahd Suleiman Abdulmohsen al-Qaba’a ເປັນຜູ້ທຳການໂຈມຕີ ວັດອິສລາມ ໃນວັນສຸກທີ່ຜ່ານມາ ໃນລະຫວ່າງເດືອນສັກສິດຖືສິນອົດຂອງຊາວມຸສລິມ ຫຼື ຣາມາດານ.
ເຫດຮ້າຍດັ່ງກ່າວໃນປະເທດຄູເຫວດ ແມ່ນໜຶ່ງໃນການກໍ່ການຮ້າຍສາມຄັ້ງ ໃນມື້ວັນສຸກ ຢູ່ສາມທະວີບ.
ຢູ່ຕູນີເຊຍ ໃນວັນເສົາວານນີ້ ນາຍົກລັດຖະມົນຕີ Habib Essid ໄດ້ ຮີບຮ້ອນເພີ່ມການຮັກ
ສາຄວາມປອດໄພຂຶ້ນ ໃນຂະນະທີ່ນັກທ່ອງທ່ຽວຕ່າງຊາດ ຫຼາຍພັນຄົນ ພາກັນໜີອອກຈາກ
ປະເທດຫຼັງຈາກການໂຈມຕີກໍ່ການຮ້າຍຢູ່ຣີສອດ ແຄມທະເລ.
ທ່ານ Essid ໄດ້ອອກຄຳສັ່ງໃຫ້ທະຫານກອງໜຸນ ໄປເຝົ້າຍາມຢູ່ຕາມໂຮງແຮມ ແລະ ສະຖານ ທີ່ທ່ອງທ່ຽວອື່ນໆ, ແລະກ່າວວ່າ ວັດອິສລາມ ເກືອບ 80 ແຫ່ງໃນປະເທດ ທີ່ເປັນທີ່ຮູ້ຈັກວ່າ ສັ່ງສອນກ່ຽວກັບຄວາມ ຮຸນແຮງ ຈະຖືກປິດລົງ.
ຢ່າງໜ້ອຍ 38 ຄົນ ຖືກຂ້າຕາຍແລະ ອີກຫຼາຍສິບຄົນບາດເຈັບ ໃນວັນສຸກທີ່ຜ່ານມາ ເວລາ ຊາຍໜຸ່ມຫົວຮຸນແຮງຊາວ ຕູນີເຊຍ ຄົນໜຶ່ງ ທີ່ປອມຕົວເປັນນັກທ່ອງທ່ຽວ ໄດ້ຍິງຖະລົ່ມໃສ່ ຫາດຊາຍສ່ວນຕົວ ແລະ ສະຖານທີ່ອື່ນໆຂອງໂຮງແຮມ ຫ້າດາວ Imperial Marhaba ໃນເມືອງ Sousse.
ຢູ່ພາກໃຕ້ຂອງປະເທດ ຝຣັ່ງ, ຊາຍຄົນໜຶ່ງໄດ້ບຸກໂຈມຕີໂຮງງານ ເຄມີ ທີ່ເປັນຂອງຊາວ
ອາເມຣິກັນ, ໂດຍໄດ້ຕັດຫົວຊາຍຄົນໜຶ່ງ ແລະ ໄດ້ຂຽນໂຕໜັງສື ອາຣັບ ໃສ່ສົບ ແລະພະຍາຍາມທີ່ຈະລະເບີດໂຮງງານດັ່ງກ່າວ. ເຈົ້າໜ້າທີ່ໄດ້ຈັບຜູ້ຕ້ອງສົງໃສຄົນໜຶ່ງ.