ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳລັງຮັກສາຄວາມປອດໄພ ຄູເວທ ທັບມ້າງໜ່ວຍ ສອດແນມໃຫ້ອິຣ່ານ


ທຸງຊາດຄູເວທ
ທຸງຊາດຄູເວທ

ລາຍງານຂ່າວຈາກປະເທດຄູເວທເວົ້າວ່າ ກຳລັງຮັກສາຄວາມປອດໄພ ໄດ້ຄົ້ນພົບແລະໄດ້ທັບ​ມ້າງ​ໜ່ວຍສອດ​ແນມໜ່ວນນຶ່ງ ທີ່ສືບເອົາຂໍ້ມູນ ກ່ຽວກັບສະຖານ​ທີ່​ສຳຄັນ​ຕ່າງໆ ຂອງປະເທດຄູເວທແລະ ຂອງສະຫະລັດ​ໄປ​ໃຫ້ກຳ​ລັງ​ຫົວກະທິໜ່ວຍພິທັກ​ການ​ປະຕິ​ວັດ ຫລື Revolu-tionary Guards ຂອງອີຣ່ານ.

ໜັງສືພິມລາຍວັນ Al-Qabas ສະບັບປະຈຳວັນເສົາວານນີ້ໄດ້ອ້າງຄຳເວົ້າຂອງ​ແຫລ່ງຂ່າວ​ອະ​ວຸ​ໂສ​ຈາກ​ກຳ​ລັງຮັກສາຄວາມປອດໄພ ທີ່ ກ່າວວ່າ ມີຢ່າງໜ້ອຍເຈັດຄົນຖືກຈັບກຸມ ແລະ​ເວລາ​ນີ້ອົງການຮັກສາ ຄວາມປອດໄພ ກຳລັງຕາມລ່າ​ໂຕ​ຄົນ​ອື່ນໆອີກຫົກຫາເຈັດຄົນທີ່ຫລົບໜີໄປ​ໄດ້.

ແຕ່ທ່ານ Ramin Mehmanparast ໂຄສົກກະຊວງຕ່າງປະເທດອີຣ່ານ ​ໄດ້​ປະຕິເສດຕໍ່ຂ່າວນີ້ວ່າ ບໍ່ມີພື້ນຖານ ​ໂດຍໄດ້ບອກ​ໂທລະ​ພາບ ພາສາອາຫຣັບ Al-Alam ຂອງກຸງເຕຫະຣ່ານ ເມື່ອວັນເສົາ ວານນີ້ວ່າ ລາຍງານທີ່ວ່ານັ້ນເປັນການໂຄສະນາຊວນເຊື່ອຕໍ່ຕ້ານອິຣ່ານ.

XS
SM
MD
LG