ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ສານຄູເວດ ຕັດສິນ ປະຫານຊີວິດ 7 ຄົນ ທີ່ວາງລະເບີດ ໃສ່ວັດຊີໄອທ໌


ກຳລັງຮັກສາຄວາມປອດໄພ ແລະພົນລະເຮືອນ ເຕົ້າໂຮມກັນ ຢູ່ວັດ Imam Sadiq ຫລັງຈາກການວາງລະເບີດ.
ກຳລັງຮັກສາຄວາມປອດໄພ ແລະພົນລະເຮືອນ ເຕົ້າໂຮມກັນ ຢູ່ວັດ Imam Sadiq ຫລັງຈາກການວາງລະເບີດ.

ສານ Kuwait ​ແຫ່ງ​ນຶ່ງ​ໄດ້​ຕັດສິນ​ລົງ​ໂທດ​ປະຫານຊີວິດເຈັດ​ຄົນ
ໃນ​ວັນ​ອັງຄານມື້​ນີ້ ທີ່​ພົວພັນ​ກັບ​ການ​ວາງ​ລ​ະ​ເບີດ ​ໃນ​ເດືອນ​ມິ​ຖຸ
ນາ​ໃສ່​ວັດ Shi’ite ​ໃນ​ເມືອງ Kuwait City ເຮັດ​ໃຫ້ 26 ຄົນ​ເສຍ
​ຊີວິດ ​ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ 227 ຄົນ.

ທັງ​ໝົດ 29 ຄົນ ​ໄດ້​ຖືກ​ດຳ​ເນີນ​ຄະດີ ໂດຍຖືກກ່າວ​ຫາວ່າ ມີ​ບົດ
ບາດ​ໃນການ ວາງລະ​ເບີດ ທີ່​ໄດ້​ໂຈມ​ຕີວັດ Imam Sadiq ໃນ​
|ລະຫວ່າງ​ການ​ສູດ​ມົນ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ. ຈຳເລີຍ​ແປດ​ຄົນໄດ້​
ຖືກ​ຕັດສິນລົງ​ໂທດ ໃຫ້ຕິດ​ຄຸກ ລະຫວ່າງ ສອງ​ຫາ 15 ປີ ​ໃນ​ຂະ
ນະ​ທີ່ອີກ 14 ຄົນ ຖືກພົບເຫັນວ່າ ​ບໍ່​ມີ​ຄວາມ​ຜິດ.

ກຸ່ມ​ດັ່ງກ່າວ ແມ່ນ​ຮວມທັງຊາວ Kuwait ​ເຈັດ​ຄົນ ຊາ​ອຸ​ດີ ຫ້າ​ຄົນ ປາ​ກິ​ສຖານ ສາມ​ຄົນ
​ແລະອີກ 13 ຄົນ​ ເປັນ​ຊາວ​ອາຣັບທີ່​ບໍ່​ມີ​ປະ​ເທດ.

ເຄື່ອຂ່າຍຂອງກຸ່ມລັດ​ອິສລາມ ​ທີ່​ຮ້ອງ​ຕົນເອງວ່າ ​ແຂວ​ງ Najd ​ໄດ້​ອ້າງ​ເອົາ​ຄວາມ​ຮັບ
ຜິດຊອບ​ ໃນ​ການວາງ​ລະ​ເບີດດັ່ງກ່າວ ພ້ອມ​ດ້ວຍການວາງລະເບີດອີກ​ສອງ​ແຫ່ງ ໃສ່ວັດ
Shi’ite ​ໃນຊາ​ອຸ​ດີ ອາ​ຣາ​ເບຍ ​ຊຶ່ງມີຂຶ້ນໃນ​ເວລາ​ດຽວ​ກັນນັ້ນ.

ລັດ​ອິສລາມ ຊຶ່ງກຸ່ມຊຸນນີ່ຫົວ​ຮຸນ​ແຮງຈັດ ຖືວ່າຊາວ Shi’ite ​ເປັນ​ພວກນອກ​ສາສະໜາ
ແລະ​ໄດ້​ແນ​ເປົ້າ​ໝາຍໃສ່ພວກ​ເຂົາ​ເຈົ້າ ​ໃນ​ການ​ໂຈມ​ຕີ​ຢູ່​ທົ່ວ​ຂົງ​ເຂດ.

XS
SM
MD
LG