ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລູກເຂີຍຂອງທ່ານ ທຣຳ ເດີນທາງໄປຢ້ຽມຢາມ ປະເທດ ອີຣັກ


ຜູ້ຊີ້ນຳອາວຸໂສຂອງ ທຳນຽບຂາວ ທ່ານ Jared Kushner ຢູ່ທຳນຽບຂາວໃນນະຄອນຫຼວງ ວໍຊິງຕັນ. 30 ມີນາ, 2017.
ຜູ້ຊີ້ນຳອາວຸໂສຂອງ ທຳນຽບຂາວ ທ່ານ Jared Kushner ຢູ່ທຳນຽບຂາວໃນນະຄອນຫຼວງ ວໍຊິງຕັນ. 30 ມີນາ, 2017.

ເຈົ້າໜ້າທີ່ອາວຸໂສທຳນຽບຂາວຄົນໜຶ່ງກ່າວວ່າ ທ່ານ Jared Kushner ຜູ້ທີ່ເປັນລູກເຂີຍ
ແລະ ຜູ້ຊີ້ນຳອາວຸໂສຂອງປະທານາທິບໍດີ ທ່ານ ດໍໂນລ ທຣຳ ກຳລັງຢູ່ໃນປະເທດ ອີຣັກ.

ເຈົ້າໜ້າທີ່ຄົນດັ່ງກ່າວເວົ້າໃນວັນອາທິດວານນີ້ວ່າ ທ່ານ Kushner ກຳລັງເດີນທາງໄປ
ກັບນາຍພົນ Joseph Dunford, ປະທານເສນາທິການທະຫານເຮືອຮ່ວມ.

ຂໍ້ມູນ ກ່ຽວກັບ ການຢ້ຽມຢາມຂອງທ່ານ Kushner ບໍ່ໄດ້ຖືກເປີດເຜີຍໃຫ້ຊາບໃນທັນທີ່
ທັນໃດ, ແຕ່ແນວໃດກໍຕາມ ການຕໍ່ສູ້ກັບພວກຈີຮາດ ລັດອິສລາມຂອງ ອີຣັກ ແມ່ນເບິ່ງຄື
ວ່າຈະຢູ່ໃນວາລະກອງປະຊຸມຄັ້ງນີ້. ພັນທະມິດນານາຊາດນຳໜ້າໂດຍ ສະຫະລັດ ໄດ້
ເປີດການໂຈມຕີຕໍ່ສູ້ກັບພວກຕໍ່ຕ້ານລັດຖະບານ ເພື່ອຊ່ວຍເຫຼືືອກອງກຳລັງ ອີຣັກ ຢູ່ພື້ນ
ດິນ.

ຄືກັນກັບພໍ່ເຖົ້າຂອງເພິ່ນ ທ່ານ Kushner, ກໍບໍ່ເຄີຍມີປະສົບການດ້ານການເມືອງມາ
ກ່ອນ, ແຕ່ໄດ້ກາຍມາເປັນໜຶ່ງໃນບັນດາຜູ້ຊາຍທີ່ມີອິດທິພົນທີ່ສຸດໃນນະຄອນຫຼວງ
ວໍຊິງຕັນ ຢ່າງໄວວາ.

ເພິ່ນໄດ້ແຕ່ງງານກັບທ່ານນາງ Ivanka ທີ່ເປັນລູກສາວຂອງທ່ານ ທຣຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG