ເຂດປອດໄພໃດໆຢູ່ຕາມຊາຍແດນປະເທດ ເທີກີ ກັບຊີເຣຍ ນັ້ນຕ້ອງຢູ່ພາຍໃຕ້ການ
ຄວບຄຸມຂອງເທີກີ ທີ່ປະທານາທິບໍດີ ເຕຢິບ ເອີດູອານ ໄດ້ກ່າວໃນວັນເສົາວານນີ້ ໃນ
ການໃຫ້ສຳພາດກັບນັກຂ່າວ CNN ເທີກີ.
ທ່ານໄດ້ກ່າວຫຼັງຈາກເຈົ້າໜ້າທີ່ອາວຸໂສຂອງລັດຖະບານທ່ານ ທຣຳ ໄດ້ກ່າວໃນວັນ
ສຸກທີ່ຜ່ານມາວ່າ ວໍຊິງຕັນ ຈະປະກຳລັງທະຫານສະຫະລັດໄວ້ໃນ ຊີເຣຍ ປະມານ
4000 ຄົນ, ເປັນການຕ່າວປີ້ນໂດຍປະທານາທິບໍດີ ດໍໂນລ ທຣຳ ທີ່ອາດສ້າງທາງໃຫ້
ແກ່ ບັນດາພັນທະມິດ ສະຫະລັດ ຮັກສາກຳລັງໄວ້ຢູ່ທີ່ນັ້ນ.
ທ່ານເອີດູອານ ກ່າວວ່າ “ຖ້າຫາກຈະມີເຂດປອດໄພຢູ່ຕາມຊາຍແດນນັ້ນ ມັນຈະຕ້ອງ
ຢູ່ພາຍໃຕ້ການການຄວບຄຸມພວກເຮົາ. ເພາະວ່ານັ້ນແມ່ນຊາຍແດນຂອງຂ້າພະເຈົ້າ.”
ປະທານາທິບໍດີ ທຣຳ ໄດ້ສັ່ງໃຫ້ຖອນທະຫານ ສະຫະລັດ ທັງໝົດ 2,000 ຄົນອອກ
ຈາກ ຊີເຣຍ ໃນເດືອນທັນວາທີ່ຜ່ານມາ ຫຼັງຈາກກ່າວວ່າ ເຂົາເຈົ້າໄດ້ໄຊຊະນະກຸ່ມລັດ
ອິສລາມ. ເປັນການຕັດສິນໃຈທີ່ຖືກຕຳໜິຕິຕຽນໂດຍບັນດາພັນທະມິດ ແລະບັນດາ
ສະມາຊິກສະພາ.
ທ່ານໄດ້ຖືກຊັກຊວນໃນວັນພະຫັດທີ່ຜ່ານມາວ່າ ກຳລັງທະຫານ ສະຫະລັດ ປະມານ
200 ຄົນ ຄວນເຂົ້າຮ່ວມ ສິ່ງທີ່ຄາດວ່າເປັນການເສຍສະຫຼະທັງໝົດ ຂອງຈຳນວນທະ
ຫານ 800 ຫາ 1,500 ຄົນ ຈາກບັນດາພັນທະມິດຢູໂຣບ ເພື່ອຕັ້ງເຂດປອດໄພທາງ
ພາກຕາເວັນອອກສຽງເໜືອ ຊີເຣຍ ອີງຕາມການກ່າວຂອງເຈົ້າໜ້າທີ່ລັດຖະບານ
ສະຫະລັດ.
ລັດຖະບານ ອັງກາຣາ ເຫັນທະຫານບ້ານເຄີດ ຫຼື YPG ຊຶ່ງໄດ້ຄວບຄຸມຂົງເຂດດັ່ງ
ກ່າວ ແລະໄດ້ເປັນພັບທະມິດສະຫະລັດທີ່ສຳຄັນຕ້ານລັດອິສລາມ ນັ້ນວ່າເປັນກຸ່ມກໍ່
ການຮ້າຍ. ເທີກີ ໄດ້ຂົ່ມຂູ່ຊ້ຳແລ້ວຊ້ຳອີກວ່າຈະໃຊ້ກຳລັງທະຫານເຂົ້າແຊກແຊງທາງ
ທະຫານ YPG ຢູ່ທາງພາກຕາເວັນອອກຂອງແມ່ນ້ຳ ຢູເຟຣັດສ໌, ບ່ອນທີ່ຖືກວາງແຜນ
ເປັນເຂດປອດໄພນັ້ນ.