ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ກຳ​ລັງ​ຊາວ​ເຄີດ ບັນ​ລຸ​ຂໍ້​ຕົກ​ລົງ ກັບ ກອງ​ທັບ ​ຊີ​ເຣຍ ເພື່ອ​ຕໍ່​ສູ້ ຕ້ານ​ການ​ຮຸກ​ຮານຂອງ ​ເທີ​ກີ


​ສະ​ມາ​ຊິກ ຂອງ​ກຸ່ມ​ຊາວ​ເຄີດ-​ນຳ​ພາ​ໂດຍກຳ​ລັງ​ເພື່ອ​ປະ​ຊາ​ທິ​ປະ​ໄຕ ຂອງ​ຊີ​ເຣຍ (SDF) ​ຢູ່​ໃນ​ຮູບ ກຳ​ລັງ​ກຽມ​ພ້ອມ ເພື່ອ​ໄປ​ຮ່ວມ​ຢູ້​ລົບ​ຕໍ່​ຕ້ານ ກຳ​ລັງ​ຂອງ​ເທີ​ກີ, ຢູ່​ໃກໆ​ກັບ​ເມືອງ ຮາ​ຊາ​ເກ ທາງ​ພາກ​ເໜືອ​ຂອງ​ຊີ​ເຣຍ, ວັນ​ທີ 10 ຕຸ​ລາ 2019.
​ສະ​ມາ​ຊິກ ຂອງ​ກຸ່ມ​ຊາວ​ເຄີດ-​ນຳ​ພາ​ໂດຍກຳ​ລັງ​ເພື່ອ​ປະ​ຊາ​ທິ​ປະ​ໄຕ ຂອງ​ຊີ​ເຣຍ (SDF) ​ຢູ່​ໃນ​ຮູບ ກຳ​ລັງ​ກຽມ​ພ້ອມ ເພື່ອ​ໄປ​ຮ່ວມ​ຢູ້​ລົບ​ຕໍ່​ຕ້ານ ກຳ​ລັງ​ຂອງ​ເທີ​ກີ, ຢູ່​ໃກໆ​ກັບ​ເມືອງ ຮາ​ຊາ​ເກ ທາງ​ພາກ​ເໜືອ​ຂອງ​ຊີ​ເຣຍ, ວັນ​ທີ 10 ຕຸ​ລາ 2019.

ກອງ​ກຳ​ລັງ​ຂອງ​ຊີ​ເຣຍ ໄດ້​ເຄື່ອນ​ທັບ​ເຂົ້າ​ໄປ​ໃນ​ເມືອງ​ແຫ່ງ​ນຶ່ງ​ຢູ່​ໃກ້​ກັບ​ເຂດ​ຊາຍ​ແດນ ຕິດ​ກັບ​ປະ​ເທດ​ເທີ​ກີ ໃນ​ວັນ​ຈັນ​ມື້ນີ້ ນຶ່ງວັນຫຼັງ​ຈາກທີ່​ໄດ້​ບັນ​ລຸ​ຂໍ້​ຕົກ​ລົງ ກັບ​ກຳ​ລັງ​ຊາວ​ເຄີດ​ຂອງ​ເຊີ​ເຣຍ ​ໃຫ້​ເຄື່ອນ​ທັບເຂົ້າ​ໄປ​ໃນ​ຂົງ​ເຂດ ໃນຄວາມ​ພະ​ຍາ​ຍາມ​ທີ່​ຈະ​ຕໍ່​ຕ້ານ​ການ​ຮຸກ​ຮານ​ຂອງ​ເທີ​ກີ.

ອົງ​ກາ​ນ​ຂ່າວ SANA ​ຂອງ​ທາງ​ການ​ຊີ​ເຣຍ ໄດ້​ລາຍ​ງານ​ໃນ​ວັນ​ຈັນ​ມື້ນີ້ ເຖິງ ການ​ເຄືອນ​ໄຫວ​ຂອງ​ກຳ​ລັງ​ທະ​ຫານ ໃນ​ເມືອງ ທາ​ລ ຖາມ​ຣ໌ ຕັ້ງ​ຢູ່​ປະ​ມານ 20 ກິ​ໂລ​ແມັດ ຈາກ​ເຂດ​ຊາຍ​ແດນ ໂດຍ​ກ່າວ​ວ່າ ​ການ​ກະ​ທຳ​ເຊັ່ນ​ນັ້ນ ​ກໍເພື່ອ “ປະ​ເຊີນ​ໜ້າ​ກັບ​ການ​ຮຸກ​ຮານ​ຂອງ​ເທີ​ກີ” ແລະ ໄດ້​ຮັບ​ການ​ຕ້ອນ​ຮັບເປັນ​ຢ່າງ​ດີ ໂດຍ​ປະ​ຊາ​ຊົນ​ຢູ່​ສະ​ຖານ​ທີ່​ດັ່ງ​ກ່າວນັ້ນ.

ຂໍ້​ຕົກ​ລົງພິ​ເສດ ລະ​ຫວ່າງ ຊາວ​ເຄີດ ຊີ​ເຣຍ ແລະ​ຣັດ​ເຊຍ ຊຶ່ງ​ເປັນ​ພັນ​ທະ​ມິດ​ຫລັກ​ຂອງ​ຊີ​ເຣຍ ມີ​ຂຶ້ນ​ສີ່​ວັນຫຼັງ​ຈາກ ກອງ​ທັບ​ຂອງເທີ​ກີ ໄດ້​ເຄື່ອນ​ກຳ​ລັງ​ເຂົ້າໂຈມ​ຕີ​ ​ພວກ​ຊາວ​ເຄີດ ຢູ່​ໃນ​ພາກ​ເໜືອ​ຂອງ​ຊີ​ເຣຍ ພາຍຫຼັງ​ທີ່​ກຳ​ລັງ​ຂອງ​ສະ​ຫະ​ລັດ ໄດ້​ຖອນ​ຕົວ​ອອກ​ໄປ ​ຈົນ​ເກືອບ​ໝົດແລ້ວນັ້ນ.

ຖະ​ແຫລງ​ການສະ​ບັບ​ນຶ່ງ​ຂອງ​ກຸ່ມ​ຊາວ​ເຄີດ ໄດ້​ກ່າວ​ວ່າ “​ເພື່ອ​ທີ່​ຈະ​ຫລີກ​ເວັ້ນ ແລະ​ສະ​ກັດ​ກັ້ນ ການບຸກ​ໂຈມ​ຕີນີ້ ຂໍ້​ຕົກ​ລົງຈຶ່ງ​ໄດ້​ຖືກ​ບັນ​ລຸ ກັບ​ລັດ​ຖະ​ບານ​ຂອງ​ຊີ​ເຣຍ ຊຶ່ງ​ໜ້າ​ທີ່​ຂອງ​ຕົນ​ນັ້ນ ແມ່ນ​ເພື່ອ​ປົກ​ປ້ອງເຂດ​ຊາຍ​ແດນ ແລະ​ອະ​ທິ​ປະ​ໄຕ​ຂອງ​ຊີ​ເຣຍ ເພື່ອ​ໃຫ້​ກອງ​ທັບ​ບົກຂອງຊີ​ເຣຍ ເຂົ້າ​ໄປ ແລະ​ປະ​ຈຳ​ການ​ຢູ່​ເລາະ​ຕາມ​ເຂດ​ຊາຍ​ແດນ ລະ​ຫວ່າງ ຊີ​ເຣຍ ແລະ​ເທີ​ກີ ໄດ້.”

ພວກ​ຊາວ​ເຄີດ​ຂອງ​ຊີ​ເຣຍ ກ່າວ​ວ່າ ພວກ​ເຂົາຮູ້​ສຶກ​ຖືກ​ປ່ອຍ​ປະ​ລະ​ເລີຍ ​ຢ່າງ​ສິ້ນ​ເຊີງໂດຍ​ສະ​ຫະ​ລັດ ຫຼັງ​ຈາກ​ທີ່​ໄດ້​ສູ້​ລົບ​ຄຽງ​ບ່າ​ຄຽງ​ໄຫຼ່​ກັບ​ ກຳ​ລັງ​ຂອງ​ສະ​ຫະ​ລັດ ໃນ​ການ​ຕໍ່​ຕ້ານ​ກຸ່ມ​ຫົວ​ຮຸນ​ແຮງ​ລັດ​ອິ​ສ​ລາມ ໃນ​ຊີ​ເຣຍ. ພວກ​ເຂົາ​ຍັງ​ເຊື່ອ​ອີກວ່າ ບັນ​ດາ​ປະ​ເທດ​ອາ​ຣັບ​ທັງຫຼາຍ ແລະ​ສະ​ພາ​ຄວາມ​ໝັ້ນ​ຄົງ​ຂອງ​ສ​ະ​ຫະ​ປະ​ຊາ​ຊາດ ແມ່ນບໍ່​ສົນ​ໃຈ​ຫົວ​ຊາ​ນຳ​ພວກ​ເຂົາ​ເຈົ້າ​ເລີຍ.

“ພວກ​ເຮົາ​ຕ້ອງ​ໄດ້​ຊອກ​ຫາ​ການ​ແກ້​ໄຂ…​ບັດ​ນີ້ ທ່ານ​ກໍ​ເຫັນ ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ຕໍ່​ພວກ​ເຮົາ ແລະ​ພວກ​ເຂົາ​ເຈົ້າ ບໍ່​ຢາກ​ສະ​ໜັບ​ສະ​ໜຸນ​ພວກ​ເຮົາ” ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ ເມືອງໂຄ​ບາ​ນີ ຂອງ​ຊາວ​ເຄີດ ທ່ານ ອິ​ສ​ມັດ ເຊັກ ຮັດ​ຊານ ທີ່​ໄດ້​ກ່າວ​ໄປ​ໃນ​ວັນ​ອາ​ທິດ​ວານນີ້. ທ່ານ​ກ່າວ​ອີກວ່າ “ອີ​ກ​ເທື່ອ​ນຶ່ງ ພວກ​ເຮົາ​ ບໍ່ຄວນເຊື່ອຖື ຜູ້​ໃດ​ເລີຍ. ພວກ​ເຮົາ​ຄວນ​ກາງ​ຕໍ່​ພວກ​ເຮົາ​ເອງ. ຊາວ​ເຄີດ​ທຸກໆ​ຄົນ ຄວນ​ຖື​ປືນ ແລະ​ ກະ​ກຽມ​ຕົນ​ເອງ.”

​ດ້ວຍ​ການ​ທີ່​ສະ​ຫະ​ລັດ ເຄື່ອນ​ໄຫວ​ໃນ​ການ​ຖອນ​ກຳ​ລັງທີ່​ຍັງ​ເຫຼືອ​ຢູ່ອອກ​ໄປທັງ​ໝົດ​ຈາກ​ພາກ​ເໜືອ​ຂອງ​ຊີ​ເຣຍນັ້ນ ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກໍ​ໄດ້​ກ່າ​ວ​ໃນ​ວັນ​ອາ​ທິດ​ວານນີ້ ວ່າ “ສະຫຼາດ​ແທ້ໆ​ເລີຍ ທີ່ບໍ່​ໄປ​ມີ​ສ່ວນ​ກ່ຽວ​ຂ້ອງ ໃນ​ການ​ສູ້​ລົບ​ທີ່​ດຸ​ເດືອດ ຢູ່​ຕາມ​ເຂດ​ຊາຍ​ແດນ​ຂອງ​ເທີ​ກີ ໃຫ້​ມີ​ການ​ປ່ຽນ​ແປງ​ແດ່.”

ທ່ານ​ທ​ຣຳ ໄດ້​ຂຽນ​ລົງ​ທວີດ​ເຕີ້ ວ່າ “ກຸ່ມ​ຊາວ​ເຄີດ ແລະ​ເທີ​ກີ ໄດ້​ສູ້​ລົບ​ກັນ​ມາ​ໄດ້ຫຼາຍ​ປີ​ແລ້ວ. ເທີ​ກີ ຖື​ວ່າ ​ກຸ່ມ PKK ເປັນ​ກຸ່ມກໍ່​ການ​ຮ້າຍທີ່​ຮ້າຍ​ແຮງ​ທີ່​ສຸດ ຈາກ​ທັງ​ໝົດ. ພວກກຸ່ມອື່ນໆ ອາດ​ຈະ​ຢາກ​ຈະ​ເຂົ້າ​ມາ​ຮ່ວມ ແລະ​ຕໍ່​ສູ່​ໃຫ້​ແກ່​ຝ່າຍ​ໃດ​ຝ່າຍ​ນຶ່ງ ​ກໍ​ເປັນ​ໄດ້. ໃຫ້​ພວກ​ເຂົາ​ເຈົ້າ​ຕໍ່​ສູ້​ກັນ.”


ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG