ວິດີໂອທີ່ໄດ້ນຳສະເໜີອອກທາງ ອອນໄລນ໌ ໃນວັນອາທິດ
ວານນີ້ ໄດ້ສະແດງໃຫ້ເຫັນ ການໂຈມຕີຮ່ວມລະຫວ່າງ
ສະຫະລັດ ແລະ ນັກຮົບ Peshmerga ຢູ່ຄຸກຂອງພວກ
ລັດອິສລາມ ໃນພາກເໜືອຂອງອີຣັກ ໃນສັບປະດາແລ້ວນີ້
ເຊິ່ງໄດ້ປົດປ່ອຍໂຕປະກັນ 69 ຄົນ.
ໃນວິດີໂອຄວາມຍາວ 2 ນາທີໄດ້ຖ່າຍຈາກກ້ອງທີ່ຕິດຕັ້ງ
ຢູ່ເທິງໝວກກັນນັອກ ແລະ ໄດ້ຖືກເຜີຍແຜ່ ໂດຍສະພາ
ຄວາມໝັ້ນຄົງ Kurdistan ໃນພາກພື້ນ ຫຼື KRSC. ໜ່ວຍ
ຈູ່ໂຈມນຸ່ງເຄື່ອງແບບຫຼາຍຄົນ ໄດ້ເປັນຜູ້ນຳໜ້າກຸ່ມ ຂອງຊາຍ
ຫຼາຍຄົນ ເຄື່ອນຍ້າຍຈາກຫ້ອງໜຶ່ງ ຫາອີກຫ້ອງໜຶ່ງຢ່າງວ່ອງໄວ ໃນຂະນະທີ່ສຽງປືນທີ່ດັງຂຶ້ນຢ່າງບໍ່ຢຸດຢັ້ງເກີດຂຶ້ນຢູ່ໃກ້ຄຽງ.
ສຽງຂອງຊາຍຄົນໜຶ່ງຮ້ອງເປັນພາສາ ອາຣັບ ວ່າ “ໄວແດ່ໆ” ຢ່າງຊ້ຳແລ້ວຊ້ຳອີກ ໃນຂະນະ
ທີ່ທະຫານຄຸ້ມກັນ ພວກນັກໂທດ ໄປບ່ອນທີ່ປອດໄພ ຢູ່ພາຍໃນບໍລິເວນຂອງຄຸກດັ່ງກ່າວ.
ສະມາຊິກທະຫານຮັກສາຄວາມປອດໄພ ອີຣັກ ຫຼາຍຄົນແມ່ນໜຶ່ງໃນຈຳນວນຂອງໂຕປະກັນ
ທີ່ໄດ້ຖືກຊ່ວຍເຫຼືອອອກຈາກຄຸກ Hawija, ພາກຕາເວັນຕົກຂອງເມືອງ Kirkuk.
ສະພາ KRSC ໄດ້ກ່າວໃນວັນພະຫັດທີ່ຜ່ານມາວ່າ ພວກຫົວຮຸນແຮງລັດອິສລາມ 6 ຄົນ
ໄດ້ຖືກຈັບກຸມ ແລະ ອີກ 20 ຄົນໄດ້ຖືກຂ້າຕາຍໃນການປະຕິບານການ.
ພະນັກງານທະຫານ ສະຫະລັດ ຄົນໜຶ່ງ ຈ່າເອກ Joshua L. Wheeler ໄດ້ຖືກຂ້າຕາຍ
ໃນລະຫວ່າງການໂຈມຕີ, ເປັນການເສຍຊີວິດຄົນທຳອິດສຳລັບທະຫານ ອາເມຣິກາ ຢູ່
ເທິງພື້ນດິນ ໃນລະຫວ່າງປະຕິບັດການນຳໜ້າໂດຍ ສະຫະລັດ ຕໍ່ກັບພວກ ລັດອິສລາມ
ໃນອີຣັກ ແລະ ຊີເຣຍ.
ທັງເຈົ້າໜ້າທີ່ສະຫະລັດ ແລະ Kurdish ໄດ້ກ່າວວ່າ ການປະຕິບັດການກູ້ໄພໄດ້ຖືກດຳ
ເນີນຂຶ້ນ ໃນຂະນະທີ່ພວກນັກໂທດທັງຫຼາຍໄດ້ປະເຊີນໜ້າກັບການປະຫານຊີວິດທີ່ໃກ້
ຈະມີຂຶ້ນ.
ລັດຖະມົນຕີປ້ອງກັນປະເທດທ່ານ Ash Carter ໄດ້ກ່າວໃນວັນສຸກທີ່ ຜ່ານມາວ່າ “ຕອນນີ້ ພວກເຮົາໄດ້ຍິນຈາກບັນດາໂຕປະກັນວ່າພວກເຂົາເຈົ້າຄາດວ່າຈະຖືກປະຫານຊີວິດ
ໃນມື້ນັ້ນ ຫຼັງຈາກການສວດ ມົນຕອນເຊົ້າ. ຫຼຸມຝັງສົບຂອງພວກເຂົາເຈົ້າ ແມ່ນໄດ້ຖືກ
ກະກຽມໄວ້ແລ້ວ.”