ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເທີກີ ຕົກລົງ ໃຫ້ກຳລັງແນວໂຮມ ໃຊ້ຖານທັບຂອງຕົນໄດ້


ບັນດາ​ເຈົ້າ​ໜ້າ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ກ່າວ​ວ່າ
​ເທີ​ກີ​ໄດ້​ຕົກລົງ​ອະນຸມັດ​ໃຫ້ກຳລັງ​ຈາກ​ແນວ​ໂຮມ​ພາຍ​ໃຕ້​ການ
​ນຳພາ​ຂອງ​ສະຫະລັດ ​ໃຊ້​ຖານ​ທັບຂອງ​ຕົນໄດ້ ​ເພື່ອ​ທຳ​ການ
​ປະຕິບັດ​ງານ​ຕໍ່​ຕ້ານ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ​ ໃນ​ຊີ​ເຣຍ
​ແລະ​ອີຣັກ​.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ​ເຂົາ​ເຈົ້າ​ຄາດ​ວ່າ​
ຂໍ້​ຕົກລົງ​ດັ່ງກ່າວ ຈະ​ຮວມທັງ​ຖານ​ທັບ​ອາກາດ Incilik ຊຶ່ງ​ຕັ້ງ​ຢູ່​
ປະມານ 100 ຫຼັກ​ກິ​ໂລ​ແມັດ ຫ່າງຈາກ​ຊາຍ​ແດນ​ເທີ​ກີ ຕິດ​ກັບ
​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຊີ​ເຣຍ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ Chuck Hagel ​ໄດ້​ກ່າວ​ ກ່ອນ​ໜ້າ​ນີ້ວ່າ ການ​ໃຊ້​ຖານ​ທັບ​ດັ່ງກ່າວ​ແມ່ນຮວມ​ຢູ່​ໃນ​ຫຼາຍໆ​ສິ່ງ​ທີ່​ສະຫະລັດ​ໄດ້​ຮ້ອງຂໍ​ຈາກ​ເທີ​ກີ.

ທີ​ມນຶ່ງ​ຂອງ​ທຳນຽບຫ້າ​ແຈ ກຳນົດ​ຈະ​ເດີນທາງ​ໄປ​ຍັງ​ເທີ​ກີ​ໃນ​ອາທິດ​ນີ້ ​ເພື່ອເຮັດ​ລາຍ​ລະ
ອຽດຂອງ​ແຜນການ​ດັ່ງກ່າວໃຫ້ແລ້ວ. ການ​ເດີນທາງ​ຂອງພວກ​ເຂົາ​ເຈົ້າ ​ແມ່ນ​ຕິດຕາມ​ມາ
ຫຼັງ​ຈາກການເຈລະຈາ​ທີ່​ເຈົ້າ​ໜ້າ​ທີ່​ເທີ​ກີ ​ຈັດ​ຂຶ້ນ​ໃນ​ສັບປະດາ​ແລ້ວ​ນີ້ ກັບ​ພົນ​ເອກ​ເບ້ຍ​ບຳ
ນານ John Allen ​ແລະ​ທ່ານ Brett McGurk ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດ ​ສະ
ຫະລັດ.

ສະຫະລັດ​ໄດ້​ເລີ້ມ​ທຳ​ການ​ໂຈມ​ຕີ​ທາງ​ອາກາດ ​ຕໍ່ຕ້ານ​ກຸ່ມ​ລັດ​ອິສລາມ​ໃນອີຣັກ ໃນ​ທ້າຍ​ເດືອນ​ສິງຫາ​ຜ່ານ​ມາ ​ແລະໄດ້ຂະຫຍາຍ​ການ​ໂຈມ​ຕີ​ພ້ອມກັບ​ຫຼາຍປະ​ເທດ​ພາຄີ​ ເຂົ້າ​ໄປ​ໃນ​ຊີ​ເຣຍ​ໃນ​ເດືອນ​ແລ້ວ​ນີ້.

ສະຫະລັດວ່າ ກຸ່ມລັດອິສລາມປັບໂຕ ເຂົ້າກັບການໂຈມຕີ ເຮັດໃຫ້ຍາກຂຶ້ນ ໃນການຊອກຫາພວກເຂົາ:

US General: IS Militants Adapting to Air Campaign
please wait

No media source currently available

0:00 0:02:20 0:00

XS
SM
MD
LG