ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວເຄີດ ສູ້ລົບກັບ ກະບົດ ລັດອິສລາມ ໂດຍປາດສະຈາກ ການສະໜັບສະໜູນ ຂອງ ກຸ່ມແນວໂຮມ


ທຸງຂອງລັດອິສລາມ ປັກຢູ່ສົ້ນຂົວ Mullah Abdullah ທາງພາກ ພາກໃຕ້ຂອງເມືອງ Kirkuk
ທຸງຂອງລັດອິສລາມ ປັກຢູ່ສົ້ນຂົວ Mullah Abdullah ທາງພາກ ພາກໃຕ້ຂອງເມືອງ Kirkuk

ທະຫານ​ບ້ານຊາວເຄີ​ດ ໃນ​ພາກ​ເໜືອ​ຂອງ​ຊີເຣຍ ​ໄດ້​ສື​ບຕໍ່​
ການ​ປະ​ທະ​ກັນ​ກັບ ພວກ​ຫົວ​ຮຸນ​ແຮງລັດ​ອິສລາມ ​ໃນ​ວັນ​ຈັນ
​ວານ​ນີ້ ​ໃນ​ຂະນະ​ທີ່​ກຳລັງ​ຂອງແນວ ໂຮມ ມ້ວນທ້າຍການໂຈມ
ຕີທາງອາກາດ ໃນອາທິດ​ທໍາ​ ອິດ​ ດ້ວຍ​ການ​ໂຈມ​ຕີ​ຮອບໃໝ່ ​
ໃສ່ທີ່​ຕັ້ງຂອງ​ພວກ​ຫົວ​ຮຸນ​ແຮງ​ ໃນຊີ​ເຣຍ ​ແລະ​ອີຣັກ.

ກອງ​ບັນຊາ​ການ CENTCOM ຂອງສະຫະລັດ ກ່າວ​ວ່າ ຈໍ​ແດນ
​ແລະສະຫະ ລັດ ອາຣັບ​ເອ​ເມີ​ເຣັສ ​ໄດ້​ເຂົ້າ​ຮ່ວມການ​ໂ​ຈມຕີ ຂອງ
ແນວໂຮມຢູ່ໃນ​ຊີ​ເຣຍ. ກຳລັງ​ຂອງກຸ່ມແນວໂຮມ ​ໄດ້​ທຳລາຍລົດ
​ ອາວຸດ​ຍຸດໂທປະກອນ ​ແລະ​ຄ້າຍ​ຕ່າງໆ ຂອງພວກຫົວຮຸນແຮງ
ລັດອິສລາມ ຢູ່​ໃນ​ຫລາ​ຍໆເຂດ​ຂອງ​ປະ​ເທດໃກ້​ກັບ​ເມືອງ Aleppo, Raqqa, Manbij ​ແລະ Deir el Zour.

​ແຕ່​ການໂຈມຕີຂອງກຸ່ມແນວໂຮມ ​ບໍ່​ໄດ້ໄປ​ເຖິງ ​ເມືອງ Kobane ທີ່​ຮູ້​ກັນໃນອີກ​ຊື່ນຶ່ງວ່າ
Ain al-Arab ຂອງ​ຊາວ​ເຄີດ​ໃກ້​ກັບ​ຊາຍ​ແດນ​ເທີ​ກີ ບ່ອນ​ທີ່​ການສູ້​ລົບ​ໄດ້ເຮັດ​ໃຫ້ ຊາວ
ເຄີດ ໃນຊີ​ເຣຍ ຫຼັ່ງໄຫລຂ້າມຊາຍແດນ ​ແລະ​ພາ​ໃຫ້ເທີ​ກີ ​ເສີມ​ກຳລັງທະຫານຂອງທະ
ຫານຂອງຕົນ​ຢູ່ຕາມເຂດ​ຊາຍ​ແດນ.

ຢູ່​ໃນ​ແນວ​ໜ້າ​ເຂດທີສອງ ​ຂອງ​ການ​ສູ້​ລົບ​ຕ້ານພວກຫົວຮຸນແຮງລັດ​ອິສລາມນັ້ນ ກ​ອງ
ທັບ​ສະຫະລັດ ກ່າວວ່າ ການ​ໂຈມ​ຕີ​ທາງ​ອາກາດ​ສາມ​ເທື່ອ​ໃນອີຣັກ ​ໄດ້ທຳ​ລາຍບັນດາ​
ລົດ​ຂອງພວກ​ຫົວ​ຮຸນແຮງ​ໃກ້​ກັບ​ເມືອງ Kirkuk, Sinjar ​ແລະ​ແຫ່ງ​ອື່ນໆ ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດດັ່ງກ່າວ.

Could US Have Done More to Stop Rise of Islamic State?
please wait

No media source currently available

0:00 0:03:03 0:00

XS
SM
MD
LG