ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວ ເຄີດ ກ່າວຫາ ເທີກີ ວ່າ ຖິ້ມລະເບີດເຊື້ອໄຟ ໃສ່ພົນລະເຮືອນ


ທະຫານ ເທີກີ ຂີ່ລົດຖັງ ໃນຂະນະທີ່ເຂົາເຈົ້າອອກລາດຕະເວນ
ໝູ່ບ້ານແຫ່ງນຶ່ງ ໃກ້ໆກັບເຂດຊາຍແດນ ເທີກີ-ຊີເຣຍ ໃນແຂວງ ຮາເຕ "Hatay" ປະເທດ ເທີກີ. 28 ມັງກອນ, 2018.
ທະຫານ ເທີກີ ຂີ່ລົດຖັງ ໃນຂະນະທີ່ເຂົາເຈົ້າອອກລາດຕະເວນ ໝູ່ບ້ານແຫ່ງນຶ່ງ ໃກ້ໆກັບເຂດຊາຍແດນ ເທີກີ-ຊີເຣຍ ໃນແຂວງ ຮາເຕ "Hatay" ປະເທດ ເທີກີ. 28 ມັງກອນ, 2018.

ບັນດາເຈົ້າໜ້າທີ່ຊາວ ເຄີດ ກ່າວວ່າ ກອງກຳລັງ ເທີກີ ໄດ້ຖິ້ມລະເບີດ ເຊື້ອໄຟ ຫຼື
napalm ໃສ່ສິ່ງທີ່ເຂົາເຈົ້າອະທິບາຍວ່າ ແມ່ນການຖິ້ມລະເບີດໃສ່ຢ່າງບໍ່ເລືອກໜ້າ
ໃນເຂດຊົນນະບົດອ້ອມແຂວງ ອາຟຣິນ, ເຊິ່ງແມ່ນດິນແດນຊາວ ເຄີດ ທີ່ຖືກໂຈມຕີ
ໂດຍ ເທີກີ, ເລີ່ມຂຶ້ນນຶ່ງສັບປະດາທີ່ຜ່ານມາ ແລະ ເອີ້ນວ່າ ການປະຕິບັດການງ່າຕົ້ນ
ໝາກໂອລິຟ.

ນັກການເມືອງ ຊາວ ຊີເຣຍ ເຊື້ອຊາດຊາວ ເຄີດ ທ່ານ ອີລາມ ເມເມັດ "Ilham
Ehmed" ໄດ້ຂຽນຂໍ້ຄວາມໃນ Twitter ໃນຂ້າມຄືນວັນເສົາວານນີ້ວ່າ “ກອງທັບ ເທີກີ
ໄດ້ໃຊ້ອາວຸດເຊື້ອໄຟທີ່ຖືກຫ້າມຕໍ່ພົນລະເຮືອນໃນແຂວງ ອາຟຣິນ.” ການກ່າວຫາດັ່ງ
ກ່າວໄດ້ຖືກປະຕິເສດໂດຍກອງທັບ ເທີກີ, ຜູ້ທີ່ກ່າວວຫ່າ ນັກໂຄສະນາຊວນເຊື່ອຊາວ
ເຄີດ ຫວັງທີ່ຈະເຮັດໃຫ້ສາກົນຄັດຄ້ານ ເທີກີ.

ກົດໝາຍສາກົນ ບໍ່ໄດ້ຫ້າມຍິງລະເບີດເຊື້ອໄຟ ເຊິ່ງແມ່ນສານວຸ້ນໜຽວທີ່ຕິດໄຟໄດ້
ຢ່າງຮຸນແຮງໃນລະເບີດ, ຕໍ່ເປົ້າໝາຍຂອງກອງທັບ, ແຕ່ໄດ້ຫ້າມມັນໃນການຖິ້ມໃສ່
ພົນລະເຮືອນ.

ມັນບໍ່ໄດ້ມີການອະທິບາຍຢ່າງເປັນອິສສະຫຼະ ກ່ຽວກັບວ່າ ລະເບີດ ເຊື້ອໄຟໄດ້ຖືກໃຊ້
ໃນລະຫວ່າງການໂຈມຕີຂອງ ເທີກີ ແລະ ການອ້າງອີງທີ່ແນ່ນອນໂດຍແຕ່ລະຝ່າຍ ທີ່
ຂັດແຍ້ງກັບຄຳອະທິບາຍການເຮັດສົງຄາມລະຫວ່າງ ຊາວ ເທີກີ ແລະ ຊາວເຄີດ.

ການຕໍ່ສູ້ໄດ້ດຳເນີນຕໍ່ໄປໃນພາກເໜືອຂອງ ຊີເຣຍ ລະຫວ່າງ ກອງກຳລັງ ເທີກີ ແລະ
ໜ່ວຍປົກປ້ອງປະຊາຊົນຂອງທະຫານບ້ານຊາວ ເຄີດ ທີ່ໄດ້ຮັບການໜູນຫຼັງໂດຍ
ສະຫະລັດ.

ທັງສອງຝ່າຍໄດ້ອ້າງເອົາຄວາມສຳເລັດ ໃນການຕໍ່ໍ່ສູ້ທີ່ດຸເດືອດເຊິ່ງກຳລັງດຳເນີນຢູ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG