ໃນຊຸມອາທິດຜ່ານມາໝໍ່ໆນີ້ ຊາວອີຣັກຫຼາຍແສນຄົນ ໄດ້ພາກັນ
ຫລົບໜີ ຈາກການໂຈມຕີ ຂອງພວກຕໍ່ສູ້ຫົວອິສລາມ. ຂົງເຂດ
Kurdistan ທີ່ປົກຄອງດ້ວຍຕົນເອງເຄິ່ງນຶ່ງ ຢູ່ພາກເໜືອຂອງ
ປະເທດ ແມ່ນເປັນສະຖານທີ່ ລີ້ໄພຂອງພວກເຂົາເຈົ້າ ແລະ
ພວກອື່ນໆ ທີ່ຫລົບໜີສົງຄາມ ກາງເມືອງໃນຊີເຣຍ.
ຂ້າຫຼວງໃຫຍ່ຂອງອົງການອົບພະຍົບສະຫະປະຊາຊາດ ແລະ
ອົງການຊ່ວຍເຫຼືອກຸ່ມອື່ນໆ ໄດ້ທຳງານຮ່ວມກັນກັບລັດຖະບານ
ທ້ອງຖິ່ນຂອງເຂດ Kurdistan ເພື່ອຈັດຕັ້ງສູນອົບພະຍົບຂຶ້ນ
ທີ່ພວກຫລົບໄພ ສາມາດໄປເພິ່ງພາອາໄສຢູ່ ແລະໄດ້ຮັບການ
ປົກປ້ອງ ໂດຍກອງກຳລັງທະຫານ Peshmerga ຂອງອຳນາດ
ປົກຄອງ Kurdistan.
ຂ້າຫຼວງໃຫຍ່ອົງການອົບພະຍົບຂອງສະຫະປະຊາຊາດ ທ່ານ Antonio Guterres
ກ່າວວ່າ ຈຳນວນຊາວອົບພະຍົບທີ່ຫຼັ່ງໄຫຼໜີມານັ້ນ ແມ່ນຫຼວງຫຼາຍຢ່າງໜ້າຕົກໃຈ.
ມີຊາວອົບພະຍົບຫຼາຍພັນຄົນ ອາໄສຢູ່ທີ່ສູນ Khazer ທີ່ສະໜອງ ບ່ອນພັກພິງໃຫ້ແກ່
ຊາວອົບພະຍົບ ທີ່ມາຈາກທຸກກຸ່ມສາສະໜາ ແລະ ທຸກຊົນເຜົ່າ. ຫຼາຍໆຄົນກ່າວວ່າເຂົາເຈົ້າຢາກຢູ່ Kurdistan ຕໍ່ໄປເລີຍ ແຕ່ພວກອື່ນໆແມ່ນຢາກຢູ່ໃກ້ກັບປະຊາຄົມຂອງເຂົາເຈົ້າ.
ທ້າວ Ibrahim Ismael Hassan ຊາວ Turq ທີ່ຫລົບໜີໄປຈາກເມືອງ Tal Afar ຂອງອິຣັກ ເວົ້າວ່າ:
“ພວກກໍ່ການຮ້າຍ ຂັບໄລ່ພວກເຮົາອອກຈາກ Tal Afar ໂດຍການວາງລະເບີດ
ໂຈມຕີຫຼາຍໆບັ້ນ. ພວກເຮົາຢາກໄປ Najab ແຕ່ບໍ່ມີທາງຈະໄປໄດ້ ເພາະວ່າ
ພວກເຮົາໝົດເງິນແລ້ວ.”
ເບິ່ງວີດີໂອ ອີກເລື້ອງນຶ່ງກ່ຽວກັບ Kurdistan: