ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກອີຣັກ ກ່າວວ່າ ຕ້ອງປະກາດ ເປັນໂມຄະ ຜົນການລົງປະຊາມະຕິ ຂອງຊາວເຄີດ


ນາຍົກລັດຖະມົນຕີອີຣັກ ທ່ານ Haider al-Abadi ໃຫ້ສຳພາດ ແກ່ອົງການຂ່າວເອພີ ທີ່ນະຄອນຫຼວງແບັກແດດ. (16 ກັນຍາ 2017)
ນາຍົກລັດຖະມົນຕີອີຣັກ ທ່ານ Haider al-Abadi ໃຫ້ສຳພາດ ແກ່ອົງການຂ່າວເອພີ ທີ່ນະຄອນຫຼວງແບັກແດດ. (16 ກັນຍາ 2017)

ນາຍົກລັດຖະມົນຕີອີຣັກ ທ່ານ Haider al-Abadi ໃນວັນພະຫັດມື້ນີ້ໄດ້ປະຕິເສດ
ຕໍ່ຂໍ້ສະເໜີ ຂອງພວກຜູ້ນຳຊາວເຄີດ ທີ່ຢາກໃຫ້ໂຈະ ຜົນການລົງປະຊາມະຕິເພື່ອ ຄວາມເປັນເອກກະລາດ ໂດຍເຫັນແກ່ການເຈລະຈາ ເພື່ອຫລີກເວັ້ນບໍ່ໃຫ້ເກີດບັນ
ຫາຂັດແຍ້ງ.

ທ່ານ Abadi ກ່າວຢູ່ໃນຖະແຫຼງການສະບັບນຶ່ງວ່າ ລັດຖະບານຂອງທ່ານ ຈະຮັບ
ເອົາພຽງແຕ່ການປະກາດເປັນໂມຄະເທົ່ານັ້ນໃນການລົງປະຊາມະຕິແລະໃຫ້ເຄົາ
ລົບນັບຖືກົດໝາຍລັດຖະທຳມະນູນ.

ພວກທີ່ໄປປ່ອນບັດໃນການລົງປະຊາມະຕິເມື່ອເດືອນກັນຍາ ໄດ້ໃຫ້ການສະໜັບ
ສະໜູນຢ່າງຖ້ວມລົ້ນ ຕໍ່ການປະກາດເອກກະລາດ ສຳລັບເຂດປົກຄອງຕົນເອງ
ຂອງຊາວເຄີດ ໃນພາກເໜືອຂອງປະເທດ. ທ່ານ Abadi ເອີ້ນການລົງປະຊາມະ
ຕິນີ້ວ່າ ບໍ່ຖືກຕ້ອງຕາມກົດໝາຍແລະເພື່ອເປັນກາຕອບໂຕ້ທ່ານໄດ້ສົ່ງກຳລັງທະ
ຫານ ໄປຍຶດຄືນ ເອົາເຂດທີ່ເປັນບັນຫາຂັດແຍ້ງ ທີ່ຢູ່ໃນການຄວບຄຸມຂອງຊາວ
ເຄີດ ຮວມທັງເມືອງ Kirkuk ນຳດ້ວຍ.

ເຈົ້າໜ້າທີ່ຊາວເຄີດ ກ່າວວ່າ ທະຫານອີຣັກ ໄດ້ເປີດສາກໂຈມຕີຄັ້ງໃໝ່ຕໍ່ກຳລັງ
ຊາວເຄີດໃນວັນພະຫັດມື້ນີ້ ທີ່ເຂດ Zummar.

ໃນວັນພຸດວານນີ້ ລັດຖະບານເຂດ Kurdistan ກ່າວວ່າ ການປະເຊີນໜ້າກັນໄດ້
ສ້າງຄວາມເສຍຫາຍໃຫ້ແກ່ທັງສອງຝ່າຍແລະອາດນຳໄປສູ່ການນອງເລືອດແລະ
ຄວາມວຸ້ນວາຍທາງດ້ານສັງຄົມ ຢູ່ໃນອີຣັກ.

ລັດຖະບານ Kurdistan ກ່າວວ່າ “ແນ່ນອນ ການສືບຕໍ່ສູ້ລົບກັນ ຈະບໍ່ເຮັດໃຫ້
ຝ່າຍໃດຝ່າຍນຶ່ງເປັນຜູ້ຊະນະແຕ່ຈະນຳພາປະເທດຊາດໄປສູ່ຄວາມສັບສົນວຸ້ນ
ວາຍ ທີ່ມີຜົນກະທົບຕໍ່ທຸກໆແງ່ທຸກໆມູມຂອງການດຳລົງຊີວິດ.”

ນອກເໜືອໄປຈາກໃຫ້ໂຈະຜົນຂອງການລົງປະຊາມະຕິແລະສະເໜີໃຫ້ເປີດການ
ເຈລະຈາແລ້ວ ພວກຊາວເຄີດຍັງໄດ້ຮຽກຮ້ອງໃຫ້ຍຸຕິທຸກການປະຕິບັດງານທາງ
ທະຫານໃນທັນທີ ຢູ່ທາງພາກເໜືອຂອງປະເທດອີຣັກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG