ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກຳລັງ ຊາວເຄີດ ບຸກໂຈມຕີ ເຂົ້າຢຶດຄືນ ເອົາເມືອງສຳຄັນ ແຫ່ງນຶ່ງ ໃນພາກເໜືອ ອີຣັກ (ສະໄລດ໌/ວີດີໂອ)


US Defense Officials Plan for Long-Term Strategy to Contain Islamic State
please wait

No media source currently available

0:00 0:03:29 0:00

ກຳລັງ ຂອງຊາວເຄີດ ເລີ້ມການປະຕິບັດງານ ເພື່ອບັງຄັບໃຫ້
ພວກຫົວຮຸນແຮງລັດອິສລາມຖອຍອອກໄປຈາກຫົວເມືອງຍຸດ
ທະສາດແຫ່ງນຶ່ງ ໃນພາກເໜືອຂອງປະເທດອີຣັກ.

ເຈົ້າໜ້າທີ່ກ່າວວ່າ ໃນຕອນເຊົ້າ ຂອງວັນສຸກມື້ນີ້ ພວກນັກລົບ
Peshmerga ຂອງຊາວເຄີດ ໄດ້ເຂົ້າຢຶດເອົາຫຼາຍໆເຂດ ໃນ
ເມືອງ Jalawla ປະມານ 115 ກິໂລແມັດ ຫ່າງຈາກ ນະຄອນ
ຫຼວງແບັກແດດ ໄປທາງທິດຕາເວັນອອກສຽງເໜືອ.

ຫົວເມືອງ ຊຶ່ງເປັນຈຸດຮ້ອນແຮງດັ່ງກ່າວ ທີ່ຕັ້ງຢູ່ທາງໃຕ້ລົງມາ
ໜ້ອຍນຶ່ງຈາກເຂດເຄິ່ງປົກຄອງຕົນເອງຂອງຊາວເຄີດນັ້ນໄດ້
ຖືກພວກຫົວຮຸນແຮງຈັດ ຈາກກຸ່ມລັດອິສລາມຢຶດເອົາ ໃນວັນທີ 11 ສິງຫາຜ່ານມາ.

Territorial control, divisions in Iraq, as of Aug. 19, 2014
Territorial control, divisions in Iraq, as of Aug. 19, 2014

ເມື່ອໄວໆມານີ້ພວກນັກລົບ Peshmerga ໄດ້ເລີ້ມຢຶດເອົາດິນ
ແດນທີ່ສູນເສຍໄປນັ້ນຄືນມາສ່ວນນຶ່ງກໍແມ່ນຍ້ອນໄດ້ຮັບການ
ຊ່ອຍເຫຼືອ ຈາກການໂຈມຕີທາງອາກາດ ຂອງສະຫະລັດ ຕໍ່ກຸ່ມ
ຫົວຮຸນແຮງຈັດລັດອິສລາມ.

ໃນວັນພະຫັດວານນີ້ ທ່ານ Chuck Hagel ລັດຖະມົນຕີກະຊວງ
ປ້ອງກັນປະເທດສະຫະລັດກ່າວວ່າໄພຂົ່ມຂູ່ຈາກກຸ່ມຫົວຮຸນແຮງ
ຈັດລັດອິສລາມຕໍ່ຄວາມໝັ້ນຄົງຂອງໂລກນັ້ນ ແມ່ນຮ້າຍແຮງໄປ
ກວ່າທຸກໆຢ່າ ງທີີ່ພວກເຮົາເຄີຍໄດ້ເຫັນ ໃນໄລຍະຜ່ານມາ.

ທ່ານ Hagel ໃນການຖະແຫຼງທີ່ນະຄອນຫຼວງວໍຊິງຕັນ ໄດ້ກ່າວເຖິງ ກຸ່ມຫົວຮຸນແຮງນີ້ວ່າ ແມ່ນຮ້າຍແຮງໄປກວ່າ ກຸ່ມກໍ່ການຮ້າຍ ທີ່ມີມາແຕ່ເກົ່າກ່ອນ. ທ່ານເວົ້າວ່າ ພວກເຂົາຕິດ ອາວຸດ ໄດ້ຮັບການຝຶກແອບແລະໄດ້ຮັບການສະໜັບສະໜຸນທາງດ້ານການເງິນທີ່ດີກວ່າ ກຸ່ມຫົວຮຸນແຮງໃດໆເຄີຍໄດ້ຮັບ ໃນອະດີດຜ່ານມາ.


ທ່ານ Hagel ໄດ້ຖະແຫຼງຄຽງຄູ່ຮ່ວມກັບປະທານເສນາທິການປະສົມຂອງກອງທັບສະຫະ
ລັດ ນາຍພົນ Martin Dempsey ທີີ່ກ່າວເຖິງກຸ່ມຫົວຮຸນແຮງລັດອິສລາມວ່າມີທັດສະນະ ຄະຕິແບບສິ້ນໂລກ.

ນາຍພົນ Dempsey ເວົ້າວ່າ ກຸ່ມດັ່ງກ່າວນີ້ສາມາດເອົາຊະນະໄດ້ແຕ່ກໍຕໍ່ເມື່ອມີການເຂົ້າ ພົວພັນໂຈມຕີຢູ່ໃນຊີເຣຍ ພ້ອມໆກັນກັບອີຣັກ. ທ່ານທຳນາຍວ່າພວກຫົວຮຸນແຮງຈຸນີ້ ຈະ ໄດ້ຮັບການລຶບລ້າງໃຫ້ສິ້ນຊາກໄປເວລາໃດທີ່ໄດ້ຮັບການບອກປະຕິເສດໂດຍປະຊາຊົນ
20 ລ້ານຄົນ ທີ່ຖືກຖອດຖອນສິດ ຊຶ່ງພາກັນອາໄສ ຢູ່ໃນເຂດທີ່ກວ້າງໃຫຍ່ ລະຫວ່າງດາ ມັສກັສແລະແບັກແດດ.

US ISLAMIC STATE CNPK
please wait
Embed

No media source currently available

0:00 0:01:45 0:00

XS
SM
MD
LG