ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກລົບຊາວເຄີດ ຍຶດທີ່ໝັ້ນສຳຄັນ ຂອງກຸ່ມລັດອິສລາມ ໃນຊີເຣຍ


Kurds Celebrate Ouster of Islamic State From Tal Hamis
please wait

No media source currently available

0:00 0:01:05 0:00

ພວກນັກລົບຊາວເຄີດ ກ່າວວ່າ ຕົນໄດ້ປົດປ່ອຍເມືອງນຶ່ງ ໃນ
ພາກຕາເວັນອອກສຽງເໜືອຂອງປະເທດຊີເຣຍ ຊຶ່ງເຄີຍເປັນ
ທີ່ໝັ້ນຂອງພວກກະບົດຫົວຮຸນແຮງລັດອິສລາມມາກ່ອນ.

ໂຄສົກຄົນນຶ່ງຂອງໜ່ວຍປົກປ້ອງປະຊາຊົນຫຼື YPG ໃຫ້ການ
ຢືນຢັນ ຕໍ່ວີໂອເອວ່າ ພວກນັກລົບຊາວເຄີດ ໄດ້ເຂົ້າຢຶດເອົາ
ເມືອງ Tal Hamis ຢູ່ໃນແຂວງ Hassakeh ໄດ້ແລ້ວ.

ໂຄສົກຄົນນີ້ກ່າວຕໍ່ວີໂອເອພະແນກພາສາເຄີດວ່າ ໄຊຊະນະ
ອັນນີ້ ແມ່ນເປັນ ການສ້າງຄວາມເສຍຫາຍຢ່າງຮ້າຍແຮງໃຫ້
ແກ່ພວກກໍ່ການຮ້າຍລັດອິສລາມ ຍ້ອນພວກເຂົາໄດ້ໃຊ້ເປັນ
ບ່ອນປະສານງານ ໃນການໂຈມຕີເມືອງ Qamishli ແລະຫົວເມືອງອື່ນໆ ຂອງຊາວເຄີດ ຢູ່ໃນຊີເຣຍ ແລະເຂດພູ Sinja ຂອງອີຣັກ ຈາກເມືອງດັ່ງກ່າວ. ໃນການປະຕິບັດງານຄັ້ງ
ນີ້ ຍັງມີກຳລັງຂອງຊາວອາຣັບໃນເຂດທ້ອງຖິ່ນທີ່ສຳຄັນໃຫ້ການຊ່ອຍເຫຼືອເຂົາເຈົ້າຍ້ອນ ປະຊາຊົນຮູ້ສຶກວ່າ ບໍ່ມີອະນາຄົດເລີີຍ ພາຍໃຕ້ອົງການກໍ່ການຮ້າຍນີ້.

ກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍລາຍງານວ່າ ມີພວກຫົວຮຸນແຮງລັດອິສລາມຢ່າງໜ້ອຍ
175 ຄົນ ຖືກຂ້າຕາຍໂດຍກຳລັງຊາວເຄີດ ແລະການໂຈມຕີທາງອາກາດ ຂອງແນວໂຮມ ພາຍໃຕ້ການນຳພາຂອງສະຫະລັດ.

ຂະນະດຽວກັນ ວີີໂອເອພະແນກພາສາເຄີດຍັງລາຍງານວ່າ ມີຢ່າງໜ້ອຍ 9 ຄົນເສຍຊີວິດ
ເວລາພວກຫົວຮຸນແຮງລັດອິສລາມ ໂຈມຕີວັດສາສະໜາຄຣິສແຫ່ງນຶ່ງ ຢູ່ທີ່ບ້ານ Ghibsh
ໃກ້ໆເມືອງ Tal Tamr. ນອກນັ້ນຍັງມີບໍ່ຕ່ຳກວ່າ 4 ຄົນໄດ້ຖືກລັກພາໂຕໄປ.

ໃນຕົ້ນອາທິດນີ້ ກຸ່ມຫົວຮຸນແຮງລັດອິສລາມ ໄດ້ໂຈມຕີບ້ານຊາວຄຣິສຕຽນ 11 ແຫ່ງ ໃນ ເຂດເມືອງ Tal Tamr ບ່ອນທີ່ມີລາຍງານວ່າ ພວກເຂົາໄດ້ຈັບເອົາ 220 ຄົນ ໄປເປັນໂຕ ປະກັນນັ້ນ. ຜູ້ອຳນວຍການຂອງກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍ ທ່ານ Rami Abdur-
rahman ກ່າວຕໍ່ວີໂອເອວ່າ ເວລານີ້ພວກໂຕປະກັນໄດ້ຖືກຍ້າຍໄປຢູ່ທີ່ພູ Abd al-Aziz
ແລະເຂົາເຈົ້າຍັງຖືກຄຸມຂັງຢູ່.

ໃນອາທິດນີ້ ກະຊວງການຕ່າງປະເທດສະຫະລັດ ໄດ້ຮຽກຮ້ອງ ໃຫ້ປ່ອຍໂຕປະກັນຊາວ ອາສຊີເຣຍທີ່ນັບຖືສາສະໜາຄຣິສນັ້ນ ໃນທັນທີ.

XS
SM
MD
LG