ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກນັກລົບເຄີດ ເຂົ້າຍຶດເອົາພາກສ່ວນ ທີ່ກຸ່ມລັດອິສລາມ ຄວບຄຸມ ໃນເມືອງ Sinjar


ພວກນັກລົບເຄີດ ພາກັນສັງເກດເບິ່ງໃນຕອນເຊົ້າ ໃນຂະນະທີ່ ເຂົາເຈົ້າທຳກັນສູ້ລົບກັບ ລັດອິສລາມ.
ພວກນັກລົບເຄີດ ພາກັນສັງເກດເບິ່ງໃນຕອນເຊົ້າ ໃນຂະນະທີ່ ເຂົາເຈົ້າທຳກັນສູ້ລົບກັບ ລັດອິສລາມ.

ບັນດາ​ນັກ​ລົບ​ເຄີ​ດ ທີ່​ໜູນ​ຫລັງ​ໂດຍ ການ​ໂຈມ​ຕີ​ທາງ​ອາ​ກາດ
ຂອງ ສະຫະລັດ ກ່າວ​ວ່າ ​ພວກເຂົ​າ​ເຈົ້າ​ໄດ້​ເຂົ້າໄປ​ເຖິງ ​ແລະ​
ນຳ​ເອົາ​ພາກສ່ວນ​ຂອງ​ເມືອງ ​Sinjar ທາງພາກ​ເໜືອ​ອີຣັກຄື​ນ
ມາ ​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ​ດຳ​ເນີ​ນການ​ໂຈມ​ຕີ​ຄັ້ງ​ໃຫຍ່ ​
ເພື່ອ​ເອົາເມືອງຍຸດ​ທະ​ສາດ ຈາກ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ.

ກຳລັງ Peshmerga ​ໄດ້​ເຂົ້າ​ໄປ​ເຖິງໂຕເມືອງ “ຈາກ​ທຸກ​ທິດ​
ທາງ​ເພື່ອ​ຂັບ​ໄລ່ພວກ​ນັກ​ລົບ​ລັດ​ອິສລາມ​ ທີ່​ຍັງຕົກ​ຄ້າງ​ຢູ່​ນັ້ນ
ນັ້ນ​ອອກ​ໄປ” ​ອີງ​ຕາມ ຂໍ້ຄວາມທີ່ຂຽນຜ່ານທາງ Twitter ທີ່​
ນຳອອກມາເຜີຍແຜ່ໃນ​ຕອນ​ເຊົ້າ​ວັນ​ສຸກ​ມື້​ນີ້​ໂດຍ ສະພາ​
ຄວາມໝັ້ນຄົງ​ໃນ​ຂົງ​ເຂດ​ເຄີດ. ບັນດາ​ນັກ​ລົບ​ເຄີ​ດ ບັດ​ນີ້​ໄດ້​
ຄວບ​ຄຸມເອົາ​ສາງ​ເກັບ​ເຂົ້າ ​ໂຮງງານ​ຊິ​ມັງ ​ໂຮງໝໍ ​ແລະ​ຕຶກ​ສາທາລະນະຕ່າງໆ​ໃນ​ເມືອງ
Sinjar ກຸ່​ມດັ່ງກ່າວ​ ​ໄດ້​ກ່າວວ່າ ໃຫ້​ສັງ​ເກດເອົາ​ວ່າກຸ່ມ IS ນັ້ນແມ່ນ “ປະລາ​ໄຊ ​ແລະ​ກຳລັງແລ່ນ​ໜີຢູ່.”

ຂໍ້ຄວາມໃນ Twitter ໄດ້ລະບຸ​ວ່າ ປະທາ​ນາ​ມິ​ບໍດີ Masoud Barani ຜູ້​ນຳພາ​ ລັດຖະ
ບານ ອີຣັກ​ເຄີ​ດໃນຂົງເຂດ ຈະ​ຈັດ​ປະຊຸມ​ນັກ​ຂ່າວ ໃນ​ແລງວັນ​ສຸກ​ມື້​ນີ້ “​ເພື່ອປະກາດ​
ຜົນສຳ​ເລັດ​ຂອງການປະຕິບັດ​ງານ​.”

ສະຫະລັດ ທີ່​ໜູນ​ຫລັງ​ກອງກຳລັງພັນທະມິດ ຍັງ​ບໍ່​ທັນ​ໄດ້​ໃຫ້​ລາຍ​ລະອຽດແລະຂໍ້ມູນ
”ຄືບໜ້າ​ເພີ້​ມ​ເຕີມ​ກ່ຽວ​ກັບກາ​ນຢືນຢັນຂອງການປະ​ຕິ​ບັດ​ງານ ທີ່​ປະສົບຜົນສຳ​ເລັດນັ້ນ ​ແຕ່ວ່າ ອົງການຂ່າວ Associates Press ໄດ້​ອ້າງຄໍາ​ເວົ້າ​ຂອງ ພວກທີ່​ເຫັນ​ເຫ​ດການ​
ວ່າພວກນັກ​ລົບ Peshmegerga ​ໄດ້​ເຂົ້າ​ຄວບ​ຄຸມ​ເອົາ​ສູນ​ກາງ​ເມືອງ Sinja ແລ້ວ.

ຄວັນໄຟຜຸ່ງຂື້ນສູ່ທ້ອງຟ້າ ທີເຊື່ອວ່າຈາກການໂຈມຕີທາງອາກາດ ທີ່ເມືອງ Sinjar.
ຄວັນໄຟຜຸ່ງຂື້ນສູ່ທ້ອງຟ້າ ທີເຊື່ອວ່າຈາກການໂຈມຕີທາງອາກາດ ທີ່ເມືອງ Sinjar.

ເສັ້ນທາງ​ຂົນ​ສົ່ງ​ທີ່​ສຳຄັນ​ຖືກ​ຍຶດ

​ໃນ​ ວັນ​ພະຫັດ​ວານ​ນີ້ ​ເປັນ​ມື້​ທຳ​ອິດ​ຂອງ​ການ​ໂຈມ​ຕີແບບປົກປ້ອງຕົວເອງ ບັນດາ​ເຈົ້າ​ໜ້າ
​ທີ່​ເຄີ​ດ ໄດ້ກ່າວ​ວ່າ ​ພວກເຂົາ​ເຈົ້າ​ໄດ້​ເຂົ້າ​ຄວບ​ຄຸມ​ເອົາໝູ່​ບ້ານ​ຢູ່​ແຕ່ລະ​ຟາກ​ຂອງ​ເມືອງ
Sinjar ​ແລະ​ໄດ້​ຄວບຄຸມເອົາ​ຖະໜົນສາຍສຳຄັນ ໃນການຂົນ​ສົ່ງ​ ລະຫວ່າງ ​ເມືອງ Mosul ທີ່ ລັດ​ອິສລາມຍຶດຄອງ​ຢູ່​ທາງ​ຕາ​ເວັນ​ອອກ ​ແລະ​ເມືອງຫລວງ​ທີ່​ກຸ່ມ​ຕັ້ງ​ຂຶ້ນ​ດ້ວຍ
​ຕົນ​ເອງ ຢູ່​ທາງ​ພາກ​ຕາ​ເວັນ​ຕົກເມືອງ Raqqa ຂອງ​ ຊີ​ເຣຍ.

ນັກລົບເຄີດຄົນໜຶ່ງ ທີ່ຮູ້ກັນວ່າ peshmerga, ກຳລັງຫາວນອນ ຢືນຢາມຢູ່ແນວໜ້າຂອງເມືອງ Sinjar
ນັກລົບເຄີດຄົນໜຶ່ງ ທີ່ຮູ້ກັນວ່າ peshmerga, ກຳລັງຫາວນອນ ຢືນຢາມຢູ່ແນວໜ້າຂອງເມືອງ Sinjar

ເສັ້ນທາງ ທີ່​ຮູ້​ວ່າ​ເສັ້ນທາງ​ທີ່ 47 ທີ່​ໃຊ້​ໂດຍ​ລັດ​ອິສລາມ ​ໃນການຂົນ​ສົ່ງ​ອາວຸດ ພວກ​ນັກ​
ລົບ ນໍ້າ​ມັນ​ທີ່​ຜິດ​ກົດໝາຍ ​ແລະເຄື່ອງຂອງຕ່າງໆ ທີ່​ຊ່ວຍ​ໃນ​ການ​ປະຕິບັດ​ງານຂອງກຸ່ມ​
ຫົວ​ຮຸນ​ແຮງ ​ອີງ​ຕາມ ສູນ​ກາງກອງ​ບັນຊາ​ການ​ທະຫານ​ສະຫະລັດ. ລາຍ​ງານ​ກ່າວ​ວ່າ
ສະຫະລັດ ທີ່​ນຳພາ​ກຳລັງ​ປະສົມ ມີຄວາມ​ຕັ້ງ​ໃຈທີ່ຈະເພີ່ມຄວາມ​ກົດ​ດັນ​ບັນດາ​ນັກ​ລົບ
​ອິສລາມ ​ແລະການ​ແບ່ງ​ແຍກ​ການ​ທ້ອນ​ໂຮມ​ເຂົາ​ເຈົ້າ​ອອກ​ຈາກ​ກັນ.

XS
SM
MD
LG