ພວກນັກລົບຊາວເຄີດ ໄດ້ຂະຫຍາຍການບຸກໂຈມຕີຂອງເຂົາ
ເຈົ້າໃນວັນອັງຄານວານນີ້ ຕໍ່ທີ່ໝັ້ນກຸ່ມລັດອິສລາມໃກ້ກັບ
ເມືອງ Kobani ນຶ່ງມື້ຫລັງຈາກກ່າວອ້າງ ວ່າ ຕົນເຂົ້າຍຶດເອົາ
ເມືອງທີ່ມີການສູ້ລົບກັນ ຢູ່ໃນຊາຍແດນຂອງຊີເຣຍ ໃກ້ກັບ
ເທິກີນັ້ນ ຄືນໄດ້ແລ້ວ.
ພວກຊາວເຄີດກ່າວວ່າ ເຂົາເຈົ້າໄດ້ເຂົ້າຄວບຄຸມບ້ານ ທີ່ຢູ່
ໃກ້ໆເມືອງ Qarag Hlanj ຊຶ່ງການອ້າງດັ່ງກ່າວ ໄດ້ຮັບຢືນ
ຢັນໂດຍກຸ່ມສິ້ງຊອມສິດທິມະນຸດໃນຊີ ເຣຍທີ່ມີຫ້ອງການ
ຢູ່ອັງກິດ. ການສູ້ລົບຂອງຊາວເຄີດ ກັບພວກນັກລົບກຸ່ມ
ລັດ ອິສລາມເພີ້ມທະວີຄວາມຮ້າຍແຮງຂຶ້ນຄືກັນ ຢູ່ທີ່ບ້ານ
Shiran.
ບັນດາເຈົ້າໜ້າທີ່ສະຫະລັດ ໃຫ້ການອະທິບາຍຕໍ່ການກ່າວອ້າງຂອງຊາວເຄີດ ກ່ຽວກັບ
ເມືອງ Kobani ໂດຍເວົ້າວ່າ ຊາວເຄີດໄດ້ຄວບຄຸມປະມານ 90 ເປີເຊັນຂອງເມືອງດັ່ງກ່າວ
ຫລັງຈາກໄດ້ສູ້ລົບກັນຢ່າງຮ້າຍແຮງມາເປັນເວລາ 4 ເດືອນ. ສ່ວນໃຫຍ່ຂອງເມືອງຊຶ່ງຄັ້ງ
ນຶ່ງມີພົນລະເມືອງເຖິງ 200,000 ຄົນນັ້ນໄດ້ຖືກເພພັງຈາກການສູ້ລົບ.
ເຈົ້າໜ້າທີ່ຂັ້ນສູງ ກະຊວງຕ່າງປະເທດຄົນນຶ່ງ ໄດ້ກ່າວຕໍ່ບັນດານັກຂ່າວ ທີ່ນະຄອນຫລວງ
ວໍຊິງຕັນວ່າ ກຸ່ມລັດອິສລາມ “ພວກເຂົາໄດ້ຮັບຄຳສັ່ງ ຫລືວ່າແຕກ ຖັນແຖວກັນແທ້ໄດ້ເລີ້ມ
ຖອນກຳລັງ” ອອກໄປຈາກເມືອງ Kobani ແລ້ວ.
ເຈົ້າໜ້າທີ່ຄົນດັ່ງກ່າວ ກ່າວເພີ້ມເຕີມວ່າ ເຖິງຢ່າງໃດກໍດີ ມັນຍັງໄວເກີນໄປທີ່ຈະປະກາດ
ວ່າ “ການປະຕິບັດງານເປັນຜົນສຳເລັດ.”
ຊາວເມືອງ Kobani ຈຳນວນນ້ອຍໆຈຸນຶ່ງ ໄດ້ພາກັນສະຫລອງໄຊຊະນະ ຊຶ່ງຫລາຍພັນ
ຄົນໄດ້ພາກັນຫລົບໜີໄປຢູ່ສູນອົບພະຍົບໃນເທີກີ ໄດ້ເລີ້ມພາກັນກັບຄືນເຂົ້າໄປສູ່ເມືອງ
ໃນວັນອັງຄານວານນີ້. ພວກນັກລົບຊາວເຄີດໄດ້ຊັກທຸງຊາດ ເຂົາເຈົ້າຂຶ້ນ ແລະວາງທ່າ
ຖ່າຍຮູບຢູ່ຕາມຖະໜົນທີ່ຫັກພັງ. ແຕ່ເຈົ້າໜ້າທີ່ຄົນນຶ່ງ ຮຽກຮ້ອງ ໃຫ້ພວກຊາວເມືອງ
Kobani ພາກັນລໍຖ້າອີກລະຍະນຶ່ງກ່ອນ ເພາະ ວ່າ ເມືອງດັ່ງກ່າວຍັງບໍ່ມີອາຫານ ນໍ້າ
ໄຟຟ້າ ຫລືຢາປົວພະຍາດເທື່ອ.
ກຳລັງຮັກສາຄວາມປອດໄພເທິກີ ໄດ້ຍິງລະເບີດນໍ້າຕາເຂົ້າໃສ່ ເພື່ອປ້ອງກັນບໍ່ໃຫ້ຊາວ
ເຄີດ ປະມານ 1,000 ຄົນຂ້າມຊາຍແດນເຂົ້າໄປສົມທົບການສະຫຼອງ ທີ່ເມືອງ Kobani.