ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ວັງເຄຣັມລິນ ກ່າວວ່າ ວຽນນາ ອາດເປັນບ່ອນ ພົບປະ ລະຫວ່າງ ປ. ທຣຳ ແລະ ປູຕິນ


ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ແລະ ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ໃນລະຫວ່າງ ການຖ່າຍຮູບ ຢູ່ກອງປະຊຸມສຸດຍອດເອເພັກ ທີ່ຫວຽດນາມ. (ວັນທີ 11 ພະຈິກ 2017)
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ແລະ ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ໃນລະຫວ່າງ ການຖ່າຍຮູບ ຢູ່ກອງປະຊຸມສຸດຍອດເອເພັກ ທີ່ຫວຽດນາມ. (ວັນທີ 11 ພະຈິກ 2017)

ໂຄສົກຂອງວັງເຄຣັມລິນກ່າວວ່າ ນະຄອນວຽນນາ ອາດເປັນສະຖານທີ່ຈັດປະຊຸມສຸດ
ຍອດ ລະຫວ່າງປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ແລະປະທານາທິບໍດີ
ສະຫະລັດ ທ່ານດໍໂນລ ທຣຳ.

ທ່ານດມີຕຣີ ເພັສຄັອບ ກ່າວໃນວັນເສົາມື້ນີ້ວ່າ ຜູ້ນຳທັງ 2 ໄດ້ໂອ້ລົມກັນເມື່ອເດືອນມີ
ນາຜ່ານມາ ກ່ຽວກັບການພົບປະນີ້ ແລະນະຄອນວຽນນາໄດ້ຖືກກ່າວເຖິງ ຊຶ່ງອາດຈະ
ເປັນສະຖານທີ່ພົບປະກັນ.

ທ່ານເພັສຄັອບ ແນວໃດກໍຕາມ ກ່າວວ່າ ຍັງບໍ່ທັນມີການຕັດສິນໃຈກັນເທື່ອກ່ຽວກັບ
ການພົບປະຫຼືສະຖານທີ່ດັ່ງກ່າວ.

ທ່ານເພັສຄັອບໃຫ້ຄວາມເຫັນດັ່ງກ່າວທີ່ເມືອງຈິງດາວ ປະເທດຈີນ ບ່ອນທີ່ປະທານາ
ທິບໍດີປູຕິນ ໄປຮ່ວມກອງປະຊຸມສຸດຍອດພູມີພາກນັ້ນກ່າວວ່າ “ຍັງບໍ່ທັນມີການຕົກລົງ
ຫຼືເຂົ້າອົກເຂົ້າໃຈຢ່າງຄັກແນ່ເທື່ອ ແລະກໍຍັງບໍ່ທັນມີການໂອ້ລົມກັນ ຢ່າງເປັນການສະ
ເພາະເທື່ອ ໃນເວລານີ້.”

ທ່ານທຣຳ ກຳລັງຢູ່ທີ່ປະເທດການາດາ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ຂອງກຸ່ມ
ຈີ 7 ແລະຈະອອກເດີນທາງຈາກປະເທດດັ່ງກ່າວ ໃນວັນເສົາມື້ນີ້ ເພື່ອມຸ່ງໜ້າໄປຍັງ
ສິງກະໂປ ບ່ອນທີ່ທ່ານມີກຳນົດຈະພົບປະສຸດຍອດກັບຜູ້ນຳເກົາຫຼີເໜືອທ່ານກິມ ຈົງ
ອຶນ ຢູ່ທີ່ນັ້ນ.

A Kremlin spokesman says Vienna could be a site for a possible summit between Russian President Vladimir Putin and U.S. President Donald Trump.

Dmitry Peskov said Saturday the two leaders had talked in March about meeting and Vienna was mentioned as a possible location.

Peskov said, however, no decision has been made about the meeting or a venue.

Peskov, speaking in Qingdao, China, where Putin is attending a regional summit, said, "there have been no concrete agreements or understanding, and no specific discussions are being conducted now."

Trump is in Canada at the annual G-7 meeting.He leaves later Saturday for Singapore where he is scheduled to hold a summit with North Korean leader Kim Jong Un.

XS
SM
MD
LG