ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ມີນາ ໒໐໒໕

ວັງເຄຣມລິນ ບອກວ່າ ຣັດເຊຍ “ບໍ່ໄດ້ຫຍັງເລີຍ” ຈາກຂໍ້ສະເໜີຂອງສະຫະລັດ ໃນການຢຸດສູ້ລົບກັບຢູເຄຣນ


ວັງເຄຣມລິນ ໃນນະຄອນຫຼວງມົສກູ
ວັງເຄຣມລິນ ໃນນະຄອນຫຼວງມົສກູ

ເຈົ້າໜ້າທີ່ລະດັບສູງທີ່ໃກ້ຊິດກັບປະທານາທິບໍດີ ວລາດີເມຍ ປູຕິນ ກ່າວໃນວັນພະຫັດວານນີ້ ວ່າ ໄດ້ແຈ້ງກັບຜູ້ແທນສະຫະລັດ ແລ້ວວ່າ ຂໍ້ສະເໜີຢຸດຍິງໄລຍະ 30 ວັນ ໃນສົງຄາມຢູເຄຣນນັ້ນ ມີແຕ່ຈະເຮັດໃຫ້ ກີຢິບ ມີເວລາພັກເອົາແຮງ ໂດຍຣັດເຊຍ ບໍ່ໄດ້ຫຍັງເລີຍ ທີ່ເປັນປະໂຫຍດ ຕາມລາຍງານຂອງອົງການຂ່າວຣອຍເຕີສ.

ທ່ານຢູຣີ ອຸຊາຄອຟ ອະດີດທູດຣັດເຊຍ ປະຈຳນະຄອນຫຼວງວໍຊິງຕັນ ໄດ້ຮັບມອບໝາຍເປັນຜູ້ແທນຂອງທ່ານປູຕິນ ໃນດ້ານນະໂຍບາຍຕ່າງປະເທດທີ່ສຳຄັນໆ ໄດ້ບອກກັບສື່ມວນຊົນຂອງຣັດເຊຍ ໃນວັນພະຫັດວານນີ້ ວ່າ ໄດ້ໂອ້ລົມກັບ ທ່ານ ໄມຄ໌ ວອລສ໌ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດສະຫະລັດ ກ່ຽວກັບຈຸດຢືນຂອງມົສກູ ໃນປະເດັນການຢຸດຍິງ ເມື່ອວັນພຸດ ແລະລະບຸວ່າ ຂໍ້ສະເໜີທີ່ສະຫະລັດ ໄດ້ຫາລືກັບຜູ້ແທນຂອງກີຢິບ ທີ່ຊາອຸດີອາຣາເບຍ ເມື່ອຕົ້ນອາທິດນັ້ນ ບໍ່ໄດ້ມີຫຍັງຫຼາຍໄປກວ່າການເປີດທາງໃຫ້ກອງທັບຢູເຄຣນ ໄດ້ພັກການສູ້ລົບເທົ່ານັ້ນ “ບໍ່ມີຫຍັງຫຼາຍໄປກວ່ານັ້ນເລີຍ.”

ທ່ານອຸຊາຄອຟ ກ່າວດ້ວຍວ່າ ຂໍ້ສະເໜີດັ່ງກ່າວ “ບໍ່ໄດ້ໃຫ້ຫຍັງກັບເຮົາ ໃຫ້ແຕ່ພວກຢູເຄຣນ ມີໂອກາດໄດ້ຕັ້ງລຳອາວຸດ ຟື້ນຟູເຮື່ອແຮງແລະເດີນໜ້າເຮັດແບບເດີມຕໍ່ໄປ.”

ຜູ້ແທນຣັດເຊຍຢືນຢັນວ່າ ເປົ້າໝາຍຂອງມົສກຸ ຄື “ການບັນລຸຂໍ້ຕົກລົງຢ່າງສັນຕິ ແລະຍືນຍົງ ໂດຍຄຳນຶງເຖິງຜົນປະໂຫຍດອັນຊອບທຳຂອງປະເທດເຮົາ ແລະຄວາມກັງວົນຂອງເຮົາທີ່ຮັບຊາບນຳກັນດີ.”

ແລະເມື່ອນັກຂ່າວຖາມວ່າ ຣັດເຊຍຈະປະຕິເສດຂໍ້ສະສະເໜີຂອງສະຫະລັດ ຫຼືບໍ່ ທ່ານອຸຊາຄອຟ ກ່າວວ່າ ທ່ານປູຕິນ ໜ້າຈະຕ້ອງການລົມກັບສື່ມວນຊົນ ແລະໃຫ້ລາຍລະອຽດກ່ຽວກັບຈຸດຢືນຂອງຣັດເຊຍດ້ວຍຕົນເອງ.

ຄຳກ່າວຂອງເຈົ້າໜ້າທີ່ເຄຣມລິນ ທີ່ເຮັດວຽກຄຽງຄູ່ ທ່ານປູຕິນ ມາຕັ້ງແຕ່ປີ 2012 ກໍ່ໄດ້ອອກມາ ຂະນະທີ່ ທ່ານສຕີຟ ວິຕຄອຟຟ໌ ຜູ້ແທນພິເສດປະຈຳຕາເວັນອອກກາງຂອງປະທານາທິບໍດີ ດໍໂນລ ທຣຳ ເດີນທາງເຖິງນະຄອນຫຼວງມົສກູ ເພື່ອຫາລືຂໍ້ຕົກລົງຢຸດຍິງໃນສົງຄາມທີ່ເກີດຂຶ້ນຈາກການຮຸກຮານຢູເຄຣນໂດຍຣັດເຊຍ.

ຍັງບໍ່ມີຄວາມຈະແຈ້ງວ່າ ທ່ານທຣຳ ຈະມີປະຕິກິລິຍາຢ່າງໃດໃນເລື້ອງນີ້ ຫລັງທີ່ກ່າວໄປເມື່ອວັນພຸດຜ່ານມາ ວ່າ ຕົນຫວັງວ່າ ມົສກູຈະຕົກລົງຍອມຮັບຂໍ້ສະເໜີຢຸດຍິງເພື່ອຍຸຕິ “ການນອງເລືອດ” ແລະວ່າ ບໍ່ຕ້ອງການຈະເຮັດການລົງໂທດດ້ານການເງິນຢ່າງຮຸນແຮງຕໍ່ຣັດເຊຍ ຄືທີ່ເຄີຍດຳເນີນການໃນລັດຖະບານຕົນ ສະໄໝທຳອິດ ເພາະ “ຂ້ອຍຕ້ອງການເຫັນສັນຕິພາບ.”

ໃນວັນພະຫັດວານນີ້ ຣັດເຊຍ ອ້າງວ່າ ກອງກຳລັງຂອງມົສກູ ໄດ້ຜັກດັນກອງທັບຢູເຄຣນ ອອກຈາກເມືອງຊຸດຊາ ເຊິ່ງເປັນເມືອງທີ່ມີຂະໜາດໃຫຍ່ທີ່ສຸດຂອງເຄີກຣ໌ ແລ້ວ ຕາມລາຍງານຂອງອົງການຂ່າວເອພີ.

ກະຊຍວງປ້ອງກັນປະເທດຂອງຣັດເຊຍ ກ່າວອ້າງຄວາມສຳເລັດດັ່ງກ່າວ ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກມີລາຍງານວ່າ ປະທານາທິບໍດີ ປູຕິນ ເດີນທາງໄປຢ້ຽມຢາມບັນດາຜູ້ບັນຊາການທະຫານໃນເຂດເຄີກຣ໌ ຊຶ່ງຢູ່ຕິດກັບຢູເຄຣນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG