ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວັງເຄຣມລິນ ກ່າວວ່າ ປ. ປູຕິນ ແລະ ປ. ທຣຳ ຈະພົບປະກັນ ຢູ່ນອກກອງປະຊຸມ ສຸດຍອດ ກຸ່ມ G-20


ປະທານາທິບໍດີ ທຣຳ ແລະ ປະທານາທິບໍດີ ວລາດີເມຍ ປູຕິນ ຢູ່ທີ່ກອງປະຊຸມຖະແຫລງຂ່າວຮ່ວມ ໃນນະຄອນ ແຮລສິງກີ ຂອງຟິນແລນ, ວັນທີ 16 ກໍລະກົດ 2018.
ປະທານາທິບໍດີ ທຣຳ ແລະ ປະທານາທິບໍດີ ວລາດີເມຍ ປູຕິນ ຢູ່ທີ່ກອງປະຊຸມຖະແຫລງຂ່າວຮ່ວມ ໃນນະຄອນ ແຮລສິງກີ ຂອງຟິນແລນ, ວັນທີ 16 ກໍລະກົດ 2018.

ເຈົ້າ​ໜ້າ​ທີ່ຂອງຣັດເຊຍ ໄດ້ກ່າວໃນວັນສຸກວານນີ້ ວ່າ ປະ​ທາ​ນາ​ທິ​ບໍ​ດີ ວລາດີເມຍ
ປູຕິນ ຈະພົບປະເປັນເວລາສັ້ນໆ ກັບປະທານາທິບໍດີ ສະຫະລັດ ທ່ານ ນໍໂນລ ທຣຳ
ໃນລະຫວ່າງກອງປະຊຸມສຸດຍອດ​ກຸ່ມ G-20 ຢູ່ໃນນະຄອນຫຼວງ ບູແອນົສ ແອເຣັສ
ປະ​ເທດອາເຈັນຕິນາ.

“ບໍ່ມີກຳນົດການອອກນອກປະຊຸມ” ເຈົ້າໜ້າທີ່ທ່ານນຶ່ງຂອງທຳນຽບຂ່າວໄດ້ກ່າວໄປ
ໃນເວລາໄດ້ຖືກຖາມກ່ຽວກັບວ່າ ໂຄສົກຂອງວັງເຄຣມລິນ ທີ່ກ່າວວ່າ ອາດຈະມີການ
ພົບປະກັນ ຢູ່ນອກກອງປະຊຸມກຸ່ມ G-20 ແບບ “ບໍ່ມີແຜນການ”. ແຕ່ ຢ່າງໃດກໍຕາມ
ຄຳເຫັນຂອງສະຫະລັດໄດ້ເປີດໂອກາດໄວ້ວ່າ ເປັນໄປໄດ້ທີ່ອາດຈະມີ ການພົບພໍ້ກັນ
ທີ່ບໍ່ໄດ້ກຳນົດໄວ້.

ໃນວັນພະຫັດຜ່ານມານີ້ ປະທານາທິບໍດີ ທຣຳ ໄດ້ກ່າວວ່າ ທ່ານໄດ້ຍົກເລີກແຜນການ
ພົບປະທີ່​ກຳ​ນົດ​ໄວ້ກັບຜູ້ນຳຣັດເຊຍ ຫຼັງຈາກທີ່ ຣັດເຊຍໄດ້ຍຶດເອົາກຳປັ່ນລົບ ຂອງ
ຢູເຄຣນ 3 ລຳ ແລະ ພວກລູກເຮືອ ໃນເຂດທະເລດຳ.

“ບົນພື້ນຖານຂອງຄວາມແທ້ຈິງແລ້ວ ທີ່ວ່າ ກຳປັ່ນລົບ ແລະ ພວກທະຫານເຮືອ
ແມ່ນ ຍັງບໍ່ໄດ້ຖືກສົ່ງຄືນ ໃຫ້ແກ່ຢູເຄຣນ ຈາກຣັດເຊຍ ຂ້າພະເຈົ້າໄດ້ຕັດສິນໃຈ
ແລ້ວວ່າ ມັນເປັນການດີທີ່ສຸດ ໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ຍົກເລີກແຜນກຳນົດທີ່
ໄດ້ວາງເອົາໄວ້ລ່ວງໜ້າ ໃນການພົບປະ ຂອງຂ້າພະເຈົ້າ ຢູ່ໃນອາເຈັນຕິນາ...”

ນັ້ນແມ່ນຂໍ້ຄວາມທີ່ທ່ານທຣຳ ໄດ້ຂຽນລົງທວີດເຕີ ໃນຂະນະຢູ່ເທິງເຮືອບິນປະຈຳ
ຕຳແໜ່ງ Air Force One ທີ່ກຳລັງມຸ້ງໜ້າໄປຍັງນະຄອນຫຼວງ ບູແອນົສ ແອເຣັສ​
ເມື່ອວັນພະຫັດຜ່ານມານີ້.

ການປະກາດການຍົກເລີກດັ່ງກ່າວ ຍັງໄດ້ມີຂຶ້ນ ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກທີ່ ບັນດາ
ໄອຍະການສະຫະລັດ ໄດ້ເຜີຍແບວ່າ ອະດີດທະນາຍຄວາມຂອງທ່ານ ທຣຳ ທ່ານ
ໄມໂກລ ໂຄເຮັນ ໄດ້ຍອມສາລະພາບວ່າ ໄດ້ຕົວະລັດຖະສະພາ ກ່ຽວກັບການຕົກ
ລົງດ້ານອະສັງຫາລິມະຊັບ ຂອງທ່ານທຣຳ ໃນຣັດເຊຍ. ການເຜີຍແບດັ່ງກ່າວ
ໄດ້ສົ່ງສັນຍານໃຫ້ແກ່ໄອຍະການພິເສດ ທີ່ກຳລັງເພັ່ງເລັງ ໃສ່ການສື່ສານ ຂອງ
ຄະນະໂຄສະນາຫາສຽງຂອງທ່ານທຣຳ ກັບ ພວກເຈົ້າໜ້າທີ່ ຂອງຣັດເຊຍ ກ່ອນ
ໜ້າການລົງຄະແນນສຽງໃນການເລືອກຕັ້ງປະທານາທິບໍດີ ໃນປີ 2016 ຢ່າງໃກ້ຊິດ
ຫຼາຍຂຶ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG