ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວັງ​ເຄ​ຣັມ​ລິນ ກ່າວ​ວ່າ ສະ​ຫະ​ລັດ ແລະ ຣັດ​ເຊຍ ກຳ​ລັງ​ປຶກ​ສາ​ຫາ​ລື ກ່ຽວ​ກັບ ການ​ແລກ​ປ່ຽນ​ນັກ​ໂທດ​ຄັ້ງ​ໃໝ່


ພາບ​ທີວ​ທັດ​ຂອງວັງ ເຄ​ຣັມ​ລິນ ໃນ​ນະ​ຄອນຫຼວງ ມົ​ສ​ກູ, ຣັດ​ເຊຍ, 3 ພຶດ​ສະ​ພາ 2023.
ພາບ​ທີວ​ທັດ​ຂອງວັງ ເຄ​ຣັມ​ລິນ ໃນ​ນະ​ຄອນຫຼວງ ມົ​ສ​ກູ, ຣັດ​ເຊຍ, 3 ພຶດ​ສະ​ພາ 2023.

ສະ​ຫະ​ລັດ ແລະ ຣັດ​ເຊຍ ແມ່ນ​ກຳ​ລັງ​ປຶກ​ສາ​ຫາ​ລື ກ່ຽວ​ກັບ ຄວາມ​ເປັນ​ໄປ​ໄດ້​ຂອງ​ການ​ແລກ​ປ່ຽນ​ນັກ​ໂທດ​ຄັ້ງ​ໃໝ່ ​ທີ່​ອາດ​ປະ​ກອບ​ມີ​ນັກ​ຂ່າວ​ໜັ​ງ​ສື​ພິມ Wall Street Journal ທີ່​ຖືກ​ຈັບ​ເຂົ້າ​ຄຸ​ກ ທ່ານ ເອ​ແວນ ເກີ​ສ​ໂກວິ​ຈ, ຜູ້​ທີ່​ຖືກ​ຂັງ​ໃນ​ຄຸກ ມົ​ສ​ກູ ໃນ​ຂໍ້​ກ່າວ​ຫາ​ການ​ສອດ​ແນມ ທີ່​ທ່ານ​ໄດ້​ປະ​ຕິ​ເສດ, ແລະ ນັກ​ໂທດ​ຣັດ​ເຊຍ ຄົນ​ນຶ່ງ​ທີ່​ຖືກ​ກັງ​ຂັງ​ໃນ ສະ​ຫະ​ລັດ ໃນ​ຂໍ້​ກ່າວ​ຫາ​ອາ​ຊະ​ຍາ​ກຳ​ທາງ​ຄອມ​ພິວ​ເຕີ, ອີງ​ຕາມ​ການ​ກ່າວ​ຂອງວັງ​ເຄ​ຣັມ​ລິນ ໃນ​ວັນ​ອັງ​ຄານ​ວານນີ້.

ໂຄ​ສົກ​ວັງ​ເຄ​ຣັມ​ລິນ ທ່ານ ດິ​ມິ​ທ​ຣີ ເປັ​ສກອ​ຟ ໄດ້​ກ່າວ​ຕໍ່​ນັກ​ຂ່າວ​ວ່າ​ບັນ​ດາ​ເຈົ້າ​ໜ້າ​ທີ່ ຣັດ​ເຊຍ ແລະ ສະ​ຫະ​ລັດ ໄດ້​ປຶ​ກ​ສາ​ຫາ​ລື ກ່ຽວ​ກັບ ການ​ແລກ​ປ່ຽນ​ນັກ​ໂທດທີ່​ອາດ​ປະ​ກອ​ບ​ມີ​ທ່ານ ເກີ​ສ​ໂກວິ​ຈ ແລະ ທ້າວ ວ​ລາ​ດິ​ເມຍ ດູ​ນາ​ເອ​ຟ, ຜູ້​ທີ່​ຖືກ​ສົ່ງ​ຕົວໄປ​ຈາກ ເກົາຫຼີ​ໃຕ້ ແລະ ຖືກ​ຂັງ​ໃນ​ລັດ ໂອ​ໄຮ​ໂອ ທາງ​ພາກ​ຕາ​ເວັນ​ຕົກ​ຕອນ​ກາງ​ຂອງ ສະ​ຫະ​ລັດ.

ໃນ​ວັນ​ຈັນ​ທີ່​ຜ່ານ​ມາ, ສະ​ຫະ​ລັດ ໄດ້​ອະ​ນຸ​ຍາດ​ໃຫ້​ທ້າວ ດູ​ນາ​ເອ​ຟ ເຂົ້າ​ຫາ​ສະ​ຖານ​ກົງ​ສຸນເປັນ​ຄັ້ງ​ທຳ​ອິດ​ນັບ​ຕັ້ງ​ແຕ່​ການ​ຈັບ​ກຸມ​ລາວ​ໃນ​ປີ 2021, ໃນ​ຂະ​ນະ​ທີ່​ທ່ານ​ນາງ ລິນ ເທ​ຣ​ຊີ, ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ​ ມົ​ສ​ກູ, ໄດ້​ໄປ​ຢ້ຽມ​ຢາມ​ທ່ານ ເກີ​ສ​ໂກວິ​ຈ ເປັນ​ຄັ້ງ​ທີ​ສອງ​ນັບ​ຕັ້ງ​ແຕ່​ການ​ຈັບ​ກຸມ​ທ່ານ​ເມື່ອ​ທ້າຍ​ເດືອນ​ມີ​ນາ​ທີ່​ຜ່ານ​ມາ.

ມັນ​ບໍ່​ມີ​ສິ່ງ​ທີ່​ລະ​ບຸ​ໃຫ້​ເຫັນ ​ເຖິງ​ການ​ແລກ​ປ່ຽນ​ໃນ​ທັນ​ທີ​ ໃນ​ອະ​ນາ​ຄົດ​ອັນ​ໃກ້​ນີ້, ດ້ວຍ​ສານ​ ຣັດ​ເຊຍ ໄດ້​ຕັດ​ສິນ​ໃນ​ອາ​ທິດ​ທີ່​ຜ່ານ​ມາ​ວ່າ ທ່ານ ເກີ​ສ​ໂກວິ​ຈ ສາ​ມາດ​ຖືກ​ກັກ​ຂັງ​ໄປ​ຈົນ​ຮອດ​ວັນ​ທີ 30 ສິງ​ຫາ ແລະ ຣັດ​ເຊຍ ມັກ​ຈະ​ເວົ້າ​ວ່າ​ການ​ແລກ​ປ່ຽນ​ໃດໆ​ແມ່ນບໍ່​ສາ​ມາດ​ດຳ​ເນີນ​ຂຶ້ນ​ໄດ້​ຈົນ​ກວ່າ​ຈະ​ມີ​ຄຳ​ພິ​ພາກ​ສາ​ຕັດ​ສິນ​ໃນ​ຄະ​ດີ​ຂອງ​ທ່ານ. ວັນ​ສຳ​ລັບ​ການ​ດຳ​ເນີນ​ຄະ​ດີ​ ແມ່ນ​ຍັງ​ບໍ່​ໄດ້​ຖືກ​ກຳ​ນົດ​ອອກ​ມາ​ເທື່ອ.

ທ່ານ ເປັ​ສກອ​ຟ ໄດ້​ກ່າວ​ວ່າ, “ພວກ​ເຮົາ​ໄດ້​ກ່າວ​ວ່າ​ມັນ​ໄດ້​ມີ​ການ​ຕິດ​ຕໍ່​ກັນ​ບາງ​ຄັ້ງ ກ່ຽວ​ກັບ ຫົວ​ຂໍ້​ດັ່ງ​ກ່າວ, ແຕ່​ພວກ​ເຮົາ​ບໍ່​ຢາກ​ໃຫ້​ເຂົາ​ເຈົ້າປຶກ​ສາ​ຫາ​ລື​ໃນ​ສາ​ທາ​ລະ​ນະ. ມັນ​ຕ້ອງ​ຖືກ​ດຳ​ເນີນ​ຂຶ້ນ ແລະ ສືບ​ຕໍ່​ໄປ​ໃນ​ຄວາມ​ມິດ​ງຽບ​ຢ່າງ​ສິ້ນ​ເຊີງ.”

ທ່ານບໍ່​ໄດ້​ໃຫ້​ລາຍ​ລະ​ອຽ​ດ​ເພີ່ມ​ເຕີ​ມ​ໃດໆ, ໂດຍ​ກ່າວ​ຕື່ມ​ວ່າ “ສິດ​ທິ​ທີ່​ຖືກ​ຕ້ອງ​ຕຳ​ກົດ​ໝາຍ​ໃນ​ການ​ຕິດ​ຕໍ່​ກັບ​ສະ​ຖານ​ກົງ​ສຸນຕ້ອງ​ຖືກ​ຮັບ​ປະ​ກັນ​ຕໍ່​ທັງ​ສອງ​ຝ່າຍ.”

ທ່ານ ເກີ​ສ​ໂກ​ວິ​ຈ ອາ​ຍຸ 31 ປີ​ຖືກ​ຈັບ​ໃນ​ເມືອງ ເຢ​ກາ​ເຕ​ຣິ​ນ​ເບີກ ຂອງ ຣັດ​ເຊຍ ໃນ​ຂະ​ນະ​ທີ່​ໄດ້​ເດີນ​ທາງ​ໄປ​ລາຍ​ງານ​ຂ່າວ. ທ່ານ, ໜັງ​ສື​ພິມ Wall Street Journal ແລະ ລັດ​ຖະ​ບາ​ນ ສະ​ຫະ​ລັດ ໄດ້​ປະ​ຕິ​ເສດ​ຢ່າງ​ເດັດ​ດ່ຽວ​ຕໍ່​ຂໍ້​ກ່າວ​ຫາ​ການ​ສອດ​ແນມທີ່ ຣັດ​ເຊຍ ໄດ້​ຕັ້ງ​ຕໍ່​ທ່ານ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG