ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເປັນໄປໄດ້ສູງ ທີ່ ທ່ານທຣຳ ແລະ ທ່ານປູຕິນ ຈະພົບກັນ ຢູ່ນອກກອງປະຊຸມ ໃນຫວຽດນາມ


ປະທານາທິບໍດີ ດໍໂນລ ທຣຳ ພົບປະກັບ ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ຢູ່ທີ່ກອງປະຊຸມສຸດຍອດ ກຸ່ມ G20.
ປະທານາທິບໍດີ ດໍໂນລ ທຣຳ ພົບປະກັບ ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ຢູ່ທີ່ກອງປະຊຸມສຸດຍອດ ກຸ່ມ G20.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ແລະ ປະທານາທິບໍດີຂອງຣັດເຊຍ ທ່ານ
Vladimir Putin ມີຄວາມເປັນໄປສູງ ທີ່ຈະພົບປະກັນ ໃນທ້າຍສັບປະດານີ້ ຢູ່ນອກ
ກອງປະຊຸມສຸດຍອດ ວ່າດ້ວຍການຮ່ວມມືດ້ານເສດຖະກິດ ທີ່ປະເທດຫວຽດນາມ
ອີງຕາມຄຳເວົ້າຂອງ ວັງ Kremlin ໃນວັນພຸດວານນີ້.

ທ່ານ Yuri Ushakov ທີ່ປຶກສາດ້ານການຕ່າງປະເທດຂອງທ່ານປູຕິນ ໄດ້ກ່າວວ່າ
“ມີຫຼາຍຢ່າງທີ່ຈະປຶກສາຫາລືກັນ ແລະ ພວກເຮົາແມ່ນພ້ອມແລ້ວ.”

ທ່ານໄດ້ກ່າວອີກວ່າ ຜູ້ນຳທັງສອງ ຈະພົບປະກັນ ໃນລະຫວ່າງ ກອງປະຊຸມ ການຮ່ວມມື
ດ້ານເສດຖະກິດ ໃນຂົງເຂດເອເຊຍ-ປາຊີຟິກ ປະຈຳປີ ທີ່ຈະເລີ້ມຂຶ້ນໃນວັນສຸກມື້ອືີີ່ນນີ້
ຢູ່ທີ່ເມືອງດານັງ ປະເທດຫວຽດນາມ.

ທ່ານຍັງໄດ້ກ່າວວ່າ ທ່ານທຣຳ ແລະ ທ່ານປູຕິນ ອາດຈະຈັດການພົບປະກັນ ແບບນຶ່ງ
ຕໍ່ນຶ່ງ ເພື່ອຫາລື “ຢ່າງກວ້າງຂວາງ” ຕື່ມອີກ ໃນເວລາໃດເວລານຶ່ງ ແຕ່ບໍ່ໄດ້ກຳນົດວັນ
ເວລາ ທີ່ເຈາະຈົງໄວ້.

ໃນຕົ້ນສັບປະດານີ້ ໂຄສົກວັງ Kremlin ທ່ານ Dmitry Peskov ໄດ້ບອກອົງການຂ່າວ
RIA ຂອງຣັດເຊຍ ວ່າ ຖ້າຜູ້ນຳທັງສອງ ພົບກັນແທ້ “ມີຄວາມເປັນໄປໄດ້ສູງ” ທີ່ພວກ
ເພິ່ນ ຈະປຶກສາຫາລື ກ່ຽວກັບສະພາບການ ໃນເກົາຫຼີເໜືອ.

ແຕ່ ທ່ານ Peskov ໄດ້ກ່າວວ່າ ໃນປັດຈຸບັນນີ້ ບໍ່ມີການຮ່ວມໄມ້ຮ່ວມມືກັນ ລະຫວ່າງ
ສະຫະລັດ ແລະ ຣັດເຊຍ ກ່ຽວກັບເລື່ອງເກົາຫຼີເໜືອ.

ທ່ານທຣຳ ໃນປັດຈຸບັນນີ້ ແມ່ນຢູ່ໃນປະເທດຈີນ ບ່ອນທີ່ທ່ານ ກຳລັງຢ້ຽມຢາມເປັນຄັ້ງ
ທຳອິດ ໃນຖານະເປັນປະທານາທິບໍດີ ສະຫະລັດ. ບໍ່ດົນ ກ່ອນການເດີນທາງໄປເຖິງ
ປັກກິ່ງ ໃນວັນພຸດວານນີ້ ທ່ານທຣຳ ໄດ້ກ່າວຄຳປາໄສ ຕໍ່ສະພາແຫ່ງຊາດເກົາຫຼີໃຕ້
ເຊິ່ງໃນຄຳປາໄສນັ້ນ ທ່ານໄດ້ຮຽກຮ້ອງໃຫ້ຜູ້ນຳເກົາ ຫຼີເໜືອ Kim Jong Un ລົ້ມເລີກ
ໂຄງການອາວຸດນິວເຄລຍທັງໝົດ ເພື່ອໂອ ກາດທີ່ຈະກ້າວເຂົ້າສູ່ “ເສັ້ນທາງທີ່ດີກວ່າ.”

ທ່ານທຣຳ ໄດ້ເຕືອນເກົາຫຼີເໜືອ ວ່າ “ຢ່າປະໝາດພວກເຮົາ ແລະ ຢ່າລອງພວກເຮົາ.
ພວກເຮົາຈະປົກປ້ອງ ຄວາມໝັ້ນຄົງພ້ອມໆກັນ ຂອງພວກເຮົາ ຄວາມຈະເລີນຮຸ່ງ
ເຮືອງ ທີ່ພວກເຮົາມີຮ່ວມກັນ ແລະ ເສລີພາບທີ່ພວກເຮົາສັກກາລະ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG