ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວັງ​ເຄ​ຣັມ​ລິນ​ກ່າວວ່າ ປ. ປູ​ຕິນ ບໍ່​​ສາ​ມາດ​ໄປ​ຮ່ວມ​ພິ​ທີ​ເຄົາ​ລົບ​ສົບ ​ຂອງ​​ ທ. ​ກໍ​ບາ​ຊັອບ​ໄດ້ ຍ້ອນ ‘ເວ​ລາ​ເຮັດ​ວຽກ’ ຂອງ​ທ່ານບໍ່​ອຳ​ນວຍ​


ປະທານາທິບໍດີຣັດເຊຍ, ທ່ານວລາດິເມຍ ປູຕິນ ເປັນ​ປະ​ທານ​ກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງຜ່ານ​ທາງ​ອອນ​ລາຍຢູ່​ບ້ານ​ພັກ Novo-Ogaryovo ຂອງ​ເພິ່ນ ຢູ່ນອກ​ນະ​ຄອນ​ຫລວງ​ມົ​ສ​ກູ ໃນ​ວັນ​ທີ 3 ມີ​ນາ, 2022. (ພາບ​ໂດຍ Sputnik via AP)
ປະທານາທິບໍດີຣັດເຊຍ, ທ່ານວລາດິເມຍ ປູຕິນ ເປັນ​ປະ​ທານ​ກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງຜ່ານ​ທາງ​ອອນ​ລາຍຢູ່​ບ້ານ​ພັກ Novo-Ogaryovo ຂອງ​ເພິ່ນ ຢູ່ນອກ​ນະ​ຄອນ​ຫລວງ​ມົ​ສ​ກູ ໃນ​ວັນ​ທີ 3 ມີ​ນາ, 2022. (ພາບ​ໂດຍ Sputnik via AP)

ວັງເຄ​ຣັມ​ລິນກ່າວວ່າ ປະທານາທິບໍດີຣັດເຊຍ, ທ່ານວ​ລາ​ດິ​ເມຍ ປູ​ຕິນ ຈະບໍ່ສາມາດເຂົ້າຮ່ວມພິທີເຄົາ​ລົບສົບຂອງທ່ານມີ​ແຄ​ລ ກໍ​ບາ​ຊັອ​ບ (Mikhail Gorbachev), ຜູ້ນຳໂຊຫວຽດຄົນສຸດທ້າຍ ທີ່ເສຍຊີວິດໃນຕົ້ນອາທິດນີ້ໄດ້ ເນື່ອງຈາກວ່າ​ມັນ​ຂັດກັບຕາຕະລາງການເຮັດວຽກຂອງທ່ານ.

ໂຄສົກວັງເຄ​ຣັມ​ລິນ ທ່ານດ​ມິດ​ທ​ຣີ ແພ​ສກັອ​ຟ (Dmitry Peskov) ກ່າວຕໍ່ບັນ ດານັກຂ່າວໃນນະ​ຄອນ​ຫລວງມົສກູ ໃນວັນພະຫັດວານນີ້ວ່າ ເຖິງ​ແມ່ນທ່ານ ກໍບາຊັອບ ຈະບໍ່ໄດ້​ຮັບກຽດໂດຍມີພິທີ​ງັນສົບຂອງລັດຖະ​ບານ​ຢ່າງເຕັມຮູບແບບກໍ​ຕາມ ແຕ່​ວ່າ ການງັນ​ສົບດັ່ງກ່າວ ກໍຈະມີກອງກຽດຕິຍົດແລະອົງປະກອບອື່ນໆ ຈຳ​ນວນ​ນຶ່ງ ທີ່​ມີ​ຢູ່ຕາມປົກກະຕິທີ່ໄດ້​ປະ​ຕິ​ບັດກັນ ໃນລະຫວ່າງພິທີເຊັ່ນ​ນີ້.

ທ່ານກ່າວຕື່ມວ່າ ທ່ານປູ​ຕິນໄດ້ຢຸດແຫວ່ຢູ່ໂຮງໝໍຄລີນິກສູນກາງ ຫລື Central Clinical Hospital ກ່ອນ​ໜ້ານີ້ ​ໃນມື້ດຽວ​ກັນ ເພື່ອອຳລາກັບຜູ້ຊາຍທີ່ໄດ້ຮັບ ການຍົກຍ້ອງວ່າໄດ້ຊ່ວຍເຮັດ​ໃຫ້ສົງຄາມເຢັນຍຸ​ຕິ​ລົງ ເຊິ່ງສົບຂອງທ່ານຍັງຄົງຢູ່ ທີ່ນັ້ນ ຫລັງຈາກທ່ານໄດ້ເສຍຊີວິດໄປ​ລວມອາຍຸໄດ້ 91 ປີ ໃນວັນທີ 30 ສິງຫາ ຜ່ານ​ມາ, ຫລັງຈາກເປັນພະຍາດຊຳເຮື້ອ ​ມາເປັນ​ເວ​ລາດົນນານ.

ທ່ານແພ​ສກັອ​ຟກ່າວ​ວ່າ "ຫນ້າເສຍດາຍທີ່ຕາຕະລາງເວ​ລາເຮັດວຽກຂອງທ່ານ ປະທານາທິບໍດີ ຈະບໍ່ອະນຸຍາດໃຫ້ທ່ານເຂົ້າຮ່ວມພິ​ທີ​ເຄົາ​ລົບ​ສົບ ໃນວັນທີ 3 ກັນຍາ, ນັ້ນຄືເຫດຜົນທີ່ທ່ານຕັດສິນໃຈໃນມື້ນີ້."

ລູກສາວຂອງທ່ານກໍບາຊັອບ, ທ່ານ​ນາງ​ອີ​ຣີ​ນາ ເວີ​ການສກາ​ຢາ (Irina Virganskaya) ກ່າວວ່າ ພິທີເຄົາ​ລົບ​ສົບ​ຂອງ​ພໍ່​ທ່ານນາງຈະຈັດຂຶ້ນໃນວັນທີ 3 ກັນຍາທີ່ເຮືອນປະຫວັດສາດຂອງສະຫະພາບ, ບ່ອນທີ່ຜູ້ນໍາຂອງສະຫະ ພາບໂຊວຽດທຸກ​ຄົນ ຍົກເວັ້ນທ່ານ​ນິ​ກິ​ຕາ ຄ​ຣຸ​ສ​ເຊັຟ (Nikita Khrushchev) ໄດ້ເອົາ​ໄປ​ດອຍໄວ້. ສະຖານທີ່ດັ່ງກ່າວແມ່ນບໍ່​ໄກ​ແລະ​ສາ​ມາດຍ່າງໄປຫາວັງເຄ​ຣັມ​ລິນໄດ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG