ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ອາເລັກເຊ ນາລາລນີ ຜູ້ນຳຝ້າຍຄ້ານ ຣັດເຊຍ ຖືກຈັບ ເວລາເດີນທາງຮອດ ສະໜາມບິນ ມົສກູ


ຜູ້ນຳຝ່າຍຄ້ານ ຣັດເຊຍ ທ່ານ ອາເລັກເຊ ນາວາລນີ ຢູ່ຈຸດກວດກາໜັງສືຜ່ານແດນຢູ່ສະໜາມບິນ ເຊເຣເມຕີເຢໂວ, ນະຄອນຫຼວງ ມົສກູ. 17 ມັງກອນ, 2021.
ຜູ້ນຳຝ່າຍຄ້ານ ຣັດເຊຍ ທ່ານ ອາເລັກເຊ ນາວາລນີ ຢູ່ຈຸດກວດກາໜັງສືຜ່ານແດນຢູ່ສະໜາມບິນ ເຊເຣເມຕີເຢໂວ, ນະຄອນຫຼວງ ມົສກູ. 17 ມັງກອນ, 2021.

ນັກວິພາກວິຈານວັງ ເຄຣັມລິນ ທ່ານ ອາເລັກເຊ ນາວາລນີ ໄດ້ຖືກຄວບຄຸມຕົວໃນຂະນະທີ່ທ່ານເດີນທາງຮອດນະຄອນຫຼວງ ມົສກູ ໃນຄືນວັນອາທິດວານີ້, ເຊິ່ງເປັນການເດີນທາງກັບບ້ານເກີດຂອງທ່ານເປັນຄັ້ງທຳອິດ ນັບຕັ້ງແຕ່ນັກການເມືອງຝ່າຍຄ້ານຂອງ ຣັດເຊຍ ໄດ້ຖືກວາງຢາພິດໃນເດືອນສິງຫາປີກາຍນີ້ ແລະ ຖືກຍົກຍ້າຍໄປປິ່ນປົວຢູ່ຕ່າງປະເທດ.

ໃນການເດີນທາງຈາກປະເທດ ເຢຍຣະມັນ ນັ້ນ, ທ່ານ ນາວາລນີ ໄດ້ຖືກຄວບຄຸມຕົວໂດຍຕຳຫຼວດທີ່ໃສ່ໜ້າກາກດຳ ໃນຂະນະທີ່ທ່ານເຂົ້າໄປຈຸດກວດໜັງສືແຜ່ນແດນຢູ່ສະໜາມບິນ ເຊເຣເມຕີເຢໂວ (Sheremetyevo) ຂອງ ມົສກູ.

ທະນາຍຄວາມຂອງທ່ານ, ຜູ້ທີ່ໄດ້ເດີນທາງໄປນຳກັນ, ແມ່ນບໍ່ໄດ້ຮັບອະນຸຍາດໃຫ້ໄປກັບທ່ານ. ທ່ານ ນາວາລນີ ໄດ້ຈູບພັນລະຍາຂອງທ່ານ, ທ່ານນາງ ຢູເລຍ ນາວາລນາຢາ, ກ່ອນຖືກພາຕົວໄປ.

ດ້ວຍສະຖານທີ່ໆທ່ານຖືກພາຕົວໄປແມ່ນຍັງບໍ່ເປັນທີ່ຮູ້ຈັກຢ່າງແນ່ນອນນັ້ນ, ມັນໄດ້ກໍ່ໃຫ້ ແຮສແທກ #where’sNavalny ກາຍເປັນສະແສນິຍົມໃນ ທວິດເຕີຂອງ ຣັດເຊຍ.

ທ່ານ ນາວາລນີ ໄດ້ກ່າວໃນຖະແຫຼງການສັ້ນຕໍ່ບັນດານັກຂ່າວ ກ່ອນການຈັບກຸມທ່ານວ່າ “ຂ້າພະ ເຈົ້າດີໃຈທີ່ໄດ້ເດີນທາງມາຮອດ. ນີ້ແມ່ນມື້ທີ່ດີທີ່ສຸດຂອງຂ້າພະເຈົ້າໃນຫ້າເດືອນ.”

ການເດີນທາງກັບຂອງທ່ານໄດ້ສະຫຼຸບການເດີນທາງເກືອບຫ້າເດືອນຂອງທ່ານທີ່ໄດ້ເລີ່ມຂຶ້ນ ຫຼັງ ຈາກທ່ານໄດ້ຖືກວາງຢາພິດດ້ວຍສານທຳລາຍເສັ້ນປະສາດລະດັບທະຫານໃນຍຸກ ໂຊວຽດ, ໃນຂະນະທີ່ເດີນທາງໃນ ໄຊບີເຣຍ ເມື່ອເດືອນສິງຫາປີກາຍນີ້.

ທ່ານ ນາວາລນີ ໄດ້ກ່າວຫາປະທານາທິບໍດີ ວລາດິເມຍ ປູຕິນ ຢ່າງເປີດເຜີຍ ກ່ຽວກັບ ການສັ່ງໃຫ້ໜ່ວຍປະຕິບັດການຮັກສາຄວາມປອດໄພຂອງ ຣັດເຊຍ ດຳເນີນການໂຈມຕີ, ເຊິ່ງເປັນການກ່າວຫາທີ່ວັງ ເຄຣັມລິນ ໄດ້ປະຕິເສດຢ່າງເດັດຂາດ.

ການສືບສວນສອບສວນຂອງສື່ມວນຊົນອິດສະຫຼະນັບຕັ້ງແຕ່ນັ້ນມາໄດ້ກ່າວຫາພວກເຈົ້າໜ້າທີ່ການຮັກສາຄວາມປອດໄພລັດຖະບານກາງ ຣັດເຊຍ ວ່າໄດ້ຕິດຕາມນັກການເມືອງຝ່າຍຄ້ານນັ້ນເປັນເວລາຫຼາຍເດືອນ, ຫຼາຍວັນ ແລະ ແມ່ນກະທັ້ງຫຼາຍຊົ່ວໂມງກ່ອນການໂຈມຕີນັ້ນ.

ແຕ່ບັນດາເຈົ້າໜ້າທີ່ ຣັດເຊຍ ໄດ້ສະແດງໃຫ້ເຫັນວ່າການຄວບຄຸມຕົວທ່ານໃນວັນອາທິວວານນີ້ແມ່ນເໝາະສົມ ໂດຍໂຕ້ຖຽງວ່າ ທ່ານ ນາວາລນີ ໄດ້ລະເມີດການປ່ອຍຕົວທີ່ມີສາເຫດມາຈາກການເລື່ອນຕັດສິນໂທດໃນປີ 2014 ແລະ ການພັກຟື້ນຕົວທ່ານໃນຕ່າງປະເທດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG