ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ຕ້ອງ​ຕິ​ວັງ​ເຄ​ຣັມ​ລິນ ​ທ່ານ​ນາ​ວາ​ລ​ນີ ກ່າວ​ວ່າ ທ່ານ​ພວມ​ປະ​ເຊີນ​ກັບ​ຂໍ້​ຫາ​ໃໝ່ຕື່ມ​ອີກ


​ທ່ານ​ນາ​ວາ​ລ​ນີ ປາ​ກົດ​ໂຕ​ ໃນ​ຈໍ​ໂທ​ລະ​ພາບ ຢູ່​ທີ່​ສານ​ນະ​ຄອນ​ຫຼວງ​ມົ​ສ​ກູຈາກ​ຄຸກ​ບ່ອນ​ທີ່​ທ່​ານ​ຖືກ​ຂັງ ໃນ​ລະ​ຫວ່າງ​​ການ​ຂໍ​ອຸ​ທອນ​ໂທດ​ຈຳ​ຄຸກ 9 ປີ ເມື່ອ​ວັນ​ທີ 17 ພຶດ​ສະ​ພາ 2022.
​ທ່ານ​ນາ​ວາ​ລ​ນີ ປາ​ກົດ​ໂຕ​ ໃນ​ຈໍ​ໂທ​ລະ​ພາບ ຢູ່​ທີ່​ສານ​ນະ​ຄອນ​ຫຼວງ​ມົ​ສ​ກູຈາກ​ຄຸກ​ບ່ອນ​ທີ່​ທ່​ານ​ຖືກ​ຂັງ ໃນ​ລະ​ຫວ່າງ​​ການ​ຂໍ​ອຸ​ທອນ​ໂທດ​ຈຳ​ຄຸກ 9 ປີ ເມື່ອ​ວັນ​ທີ 17 ພຶດ​ສະ​ພາ 2022.

ຜູ້​ນຳ​ພັກ​ຝ່າຍ​ຄ້ານ​ຂອງ​ຣັດ​ເຊຍ ທ່ານ​ອາ​ເລັກ​ເຊ ນາ​ວາລ​ນີ ທີ່​ພວມ​ຖືກ​ຄຸກ​ຢູ່​ໃນ​ປະ​ເທດ​ຣັດ​ເຊຍ​ໃນ​ເວ​ລານີ້ ອາດ​ໄດ້​ຮັບ​ໂທດ​ຕື່ມ​ອີກ 15 ປີ​ພາຍ​ໃຕ້​ຂໍ້​ຫາ​ໃໝ່ ອີງ​ຕາມ​ຄຳ​ເວົ້າ​ຂອງ​ທ່ານ​ໃນ​ວັນ​ອັງ​ຄານ​ນີ້.

ທ່ານ​ນາ​ວາ​ລ​ນີ​ໄດ້​ຂຽນ​ລົງ​ໃນ​ສື່​ສັງ​ຄົມ ໂດຍ​ເວົ້າ​ວ່າ ​ເວ​ລານີ້​ທ່ານ​ໄດ້​ຖືກ​ກ່າວ​ຫາ​ຈັດ​ຕັ້ງ​ກຸ່ມ​ຫົວ​ຮຸນ​ແຮງ​ຈັດ.

ທ່ານ​ນາ​ວາ​ລ​ນີ​ຂຽນ​ລົງ​ໃນ​ທວີດ​ເຕີ້​ວ່າ “ບໍ່​ຮອດແປດມື້​ຜ່ານ​ໄປ ນັບ​ແຕ່​ໄດ້​ມີ​ການ​ຕັດ​ສິນເກົ້າ​ປີ​ຂອງ​ຂ້ອຍ ການ​ຕັດ​ສິນ​ດ້ານ​ຄວາມ​ປອດ​ໄພ​ຂັ້ນ​ສູງ​ເລີ້ມ​ມີ​ຜົນ​ບັງ​ຄັບ ແລະ​ໃນ​ມື້ນີ້ ພວກ​ນັກ​ສືບ​ສວນ​ມາ​ປາ​ກົດ​ໂຕ​ອີກ ແລະ​ໄດ້​ກ່າວ​ຫາ​ຂ້ອຍ​ຢ່າງ​ເປັນ​ທາງ​ການ​ໃນ​ຄະ​ດີ​ໃໝ່.”

ທ່ານ​ຕື່ມ​ວ່າ “ມັນ​ກາຍ​ເປັນ​ວ່າ ຂ້ອຍ​ໄດ້​ຕັ້ງ​ກຸ່ມ​ຫົວ​ຮຸນ​ແຮງ​ຈັດ ເພື່ອ​ຈະ​ຍຸ​ແຍ່​ໃຫ້​ມີ​ຄວາມ​ກຽດ​ຊັງ​ຕໍ່​ພວກ​ເຈົ້າ​ໜ້າ​ທີ່ ແລະ​ພວກ​ຊົນ​ຊັ້ນ​ປົກ​ຄອງ. ແລະ​ເວ​ລາ​ພວກ​ເຂົາ​ສົ່ງ​ຂ້ອຍ​ເຂົ້າ​ຄຸກ ຂ້ອຍ​ກໍ​ກ້າ​ທີ່​ຈະສະ​ແດງ​ອອກ​ເຖິງ​ຄວາມ​ບໍ່​ພໍ​ໃຈ​ກ່ຽວ​ກັບ​ເລື້ອງນີ້ ແລະ​ຮຽກ​ຮ້ອງ​ໃຫ້​ມີ​ການ​ໂຮມ​ຊຸມ​ນຸມ. ດ້ວຍ​ເຫດ​ເຊັ່ນ​ນັ້ນ ພວກ​ເຂົາກໍ​ຄາດ​ວ່າ​ຈະ​ເພີ້ມ​ໂທດ​ຕື່ມ​ອີກ 15 ປີ​ໃຫ້​ຂ້ອຍ.”

ຍັງ​ບໍ່​ມີ​ການ​ປະ​ກາດ​ກ່ຽວ​ກັບ​ຂໍ້​ຫາ​ໃໝ່​ຢ່າງ​ເປັນ​ທາງ​ການ​ຕໍ່​ທ່ານ​ນາ​ວາ​ລ​ນີ​ເທື່ອ.

ທ່ານ​ນາ​ວາ​ລ​ນີ​ໄດ້​ຕົກ​ເປັນ​ເປົ້າ​ຂອງວັງ​ເຄ​ຣັມ​ລິນ​ມາ​ແລ້ວ​ຫຼາຍ​ປີ ຮວມ​ທັງ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ວາງ​ຢາ​ພິດ​ເມື່ອ​ປີ 2020 ໃນ​ຂະ​ນະ​ທີ່​ໂຄ​ສະ​ນາ​ຫາ​ສຽງ​ຢູ່​ໃນ​ເຂດ​ໄຊ​ບີ​ເຣຍ. ຫຼັງ​ຈາກ​ເຫດ​ການ​ດັ່ງ​ກ່າວ​ແລ້ວ ທ່ານ​ໄດ້​ຖືກ​ສົ່ງ​ໄປ​ເຢຍ​ຣະ​ມັນ​ເພື່ອ​ຮັບ​ການ​ປິ່ນ​ປົວ​ຢູ່​ທີ່ນັ້ນ ແຕ່​ໄດ້​ຖືກ​ຈັບ​ເວ​ລາ​ທ່ານ​ເດີນ​ທາງ​ກັບ​ຄືນ​ມາ​ຣັດ​ເຊຍ​ໃນ​ປີ 2021.

ວັງ​ເຄ​ຣັມ​ລິນ​ໄດ້​ປະ​ຕິ​ເສດ​ກ່ຽວ​ກັບ​ການ​ວາງ​ຢາ​ພິດ​ໃສ່​ທ່ານ​ນາ​ວາ​ລ​ນີ.

ທ່ານ​ນາ​ວາ​ລ​ນີ​ເປັນ​ບຸກ​ຄົນ​ທີ່​ກ້າ​ປ​າກ​ກ້າ​ເວົ້າ​ໃນ​ການ​ຕ້ອງ​ຕິ​ການ​ບຸກ​ລຸກ​ຂອງ​ຣັດ​ເຊຍ ​ເຂົ້າ​ໄປ​ໃນ​ປະ​ເທດ​ຢູເຄ​ຣນ ໂດຍ​ເອີ້ນ​ການ​ເຄື່ອນ​ໄຫວນີ້​ວ່າ “ໂງ່” ແລະ “ສ້າງ​ເລື້ອງ​ຂຶ້ນ​ດ້ວຍ​ຄວາມ​ຂີ້​ຕົວະ.”

​ທ່ານ​ນາ​ວາ​ລ​ນີ ອາ​ຍຸ 45 ປີ ພວມຖືກ​ຄຸກ ​ເພື່ອຮັບ​ໃຊ້​ໂທດ 2 ປີ​ເຄິ່ງ ຢູ່​ທີ່​ສູນ​ທາງ​ກ້ຳ​ຕາ​ເວັນ​ອອກ​ຂອງ​ນະ​ຄອນ​ຫຼວງ​ມົ​ສ​ກູໃນ​ການ​ຕັດ​ສິນ​ໂທດ​ເມື່ອ​ປີ 2014 ໃນ​ຖານ​ທຸດ​ຈະ​ລິດ.

ໃນ​ປີ​ກາຍນີ້ ​ມູນ​ນິ​ທິ​ຂອງທ່ານ​ນາ​ວາ​ລ​ນີ ໄດ້​ຖືກ​ປະ​ກາດ​ໃຫ້​ເປັນ​ອົງ​ການ​ຈັດ​ຕັ້ງ​ທີ່​ຜິດ​ກົດ​ໝາຍຍ້ອນ​ຖືກ​ລະ​ບຸ​ວ່າ ເປັນ​ກຸ່ມ “ຫົວ​ຮຸນ​ແຮງ​ຈັດ” ໂດຍ​ພວກເຈົ້າ​ໜ້າ​ທີ່ ທີ່ໄດ້​ປິດ​ເວັບ​ໄຊ​ສິບກວ່າ​ແຫ່ງ ທີ່​ຄຸ້ມ​ຄອງ​ໂດຍ​ຕາ​ໜ່າງ​ມູນ​ນິ​ທິ​ຂອງ​ທ່ານ ຊຶ່ງ​ເຈົ້າ​ໜ້າ​ທີ່​ກ່າ​ວ​ວ່າ ທຳ​ການ​ເຜີຍ​ແຜ່​ກາ​ນ​ໂຄ​ສະ​ນາ​ຊວນ​ເຊື່ອ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG