ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Sobyanin ຖືກເລືອກ ເປັນເຈົ້າຄອງ ກຸງມົສກູ


ທະນາຍຄວາມ Alexei Navalny ຜູ້ສະມັກທີ່ເປັນຄູ່ແຂ່ງ ໃນການເລືອກຕັ້ງເຈົ້າຄອງກຸງມົສກູ.
ທະນາຍຄວາມ Alexei Navalny ຜູ້ສະມັກທີ່ເປັນຄູ່ແຂ່ງ ໃນການເລືອກຕັ້ງເຈົ້າຄອງກຸງມົສກູ.
ບັນ​ດາ​ເຈົ້າ​ໜ້າ​ທີ່​ເລືອກ​ຕັ້ງຣັດ​ເຊຍ ກ່າວ​ວ່າ ພັນທະ​ມິດ ວັງ
ແກຣ​ມ​ແລງ ທ່ານ Sergei Sobyanin ​ໄດ້​ໄຊຊະນະ ການ​
ເລືອກ​ຕັ້​ງເປັນເຈົ້າ​ຄອງ​ກຳ​ແພງ​ນະຄອນມົສກູ ​ໂດຍ​ໄດ້​ຄະ
​ແຄນ​ລື່ນ​ຢ່າງ​ຫຼວງ​ຫຼາຍ ແຕ່ຜູ້​ນໍາ ຝ່າຍ​ຄ້ານ ທ່ານ Alexei
Navalny ຮຽກຮ້ອງ​ໃຫ້​ມີ​ການ​ລົງ​ຄະ​ແນນ​ສຽງ​ຄືນ​ໃໝ່.

ຜູ້​ຕໍ່ຕ້ານ​ການ​ສໍ້​ລາດ​ບັງຫລວງທີ່​ເປັນ​ນັກ​ຂຽນ​ລົງ​ໃນ​ຄອມ​
ພິວ​ເຕີ້ ​ໄດ້​ປະນາມ​ຜົນ​ການ​ປ່ອນ​ບັດເລືອກ​ຕັ້ງ​ໃນ​ວັນ​ອາ
ທິດວານ​ນີ້ ​ໂດຍ​ກ່າວ​ວ່າ ການ​ນັບ​ຄະ​ແນນ​ສຽງມີ​ການ​ລະ
​ເມີດທີ່​ຮ້າຍ​ແຮງ​ຫລາຍ​ຢ່າງ.

ຜົນ​ການ​ເລືອກ​ຕັ້ງ​ທີ່ເຜີຍ​ແຜ່​ໃນ​ວັນ​ຈັນ​ມື້​ນີ້ ສະ​ແດງ​ໃຫ້​ເຫັນ​
ວ່າ ທ່ານ Sobyanin ຜູ້​ທີ່​ຈະ​ເຂົ້າ​ມາ​ຮັບ​ຕໍາ​ແໜ່​ງ​ໃໝ່ ​ໄດ້​ໄຊ
ຊະນະ​ຫລາຍ​ກວ່າ 51 ​ເປີ​ເຊ​ນ ຂອງ​ການ​ລົງ​ຄະ​ແນນ​ສຽງ ທີ່
​ທ່ານ Navalny ​ໄດ້ 27 ​ເປີ​ເຊັ​ນນັ້ນ. ສ່ວນຜູ້​ສະມັກ​ອີກ 4 ຄົນ
​ໄດ້​ຮັບ​ຄະ​ແນນຫຼຸດ​ນັ້ນ​ຫຼາຍ. ທ່ານ Sobyanin ຕ້ອງການຄະ
​ແນນ​ສຽງຫລາຍ​ກວ່າ​ເຄິ່ງນຶ່ງ ​ຈຶ່ງ​ຈະຫລີກ​ເວັ້ນຈາກ​ການ​ລົງ​ຄະ​ແນນ​ສຽງ​ຮອບຊີ້​ຂາດ​ໄດ້.

ທ່ານ Navalny ກ່າວ​ໃນ​ວັນ​ຈັນມື້​ນີ້ ວ່າ​ໄດ້ “ມີ​ການ​ສໍ້​ໂກງ​ຢ່າງ​ຈະ​ແຈ້ງ” ​ໃນການ​ລົງ​ຄະ​ແນນ​ສຽງຄັ້ງ​ນີ້ ​ແລະ ການ​ໄດ້​ເປັນ​ເຈົ້າ​ຄອງ​ກຳ​ແພງ​ຂອງ​ທ່ານ Sobyanin ​ແມ່ນ​ພຽງ​ແຕ່​ຍ້ອນ​ການ “ສໍ້​ໂກງ​ເທົ່າ​ນັ້ນ.”

ວັງ​ແກຣມ​ແລງ ທີ່​ສະໜັບສະໜູນ ທ່ານ Sobyanin ​ແມ່ນ​ໄດ້​ຄາດ​ກັນ​ໄວ້​ຢ່າງ​ກວ້າງ​ຂວາງ​ແລ້ວ​ວ່າ ​ຜູ້ກ່ຽວ​ຈະ​ໄດ້ໄຊຊະນະ. ທ່ານ​ເຄີຍ​ໄດ້​ເປັນ​ອະດີດ​ຫົວໜ້າ​ຄະນະບໍ​ລິ​ຫານ ຂອງປະທານາທິບໍດີ Vladimir Putin. ທ່ານ Sobyanin ​ໄດ້ຖືກແຕ່ງ​ຕັ້ງ​ໃຫ້​ເປັນ​ເຈົ້າ​ເຈົ້າຄອງ​ກຳ​ແພງ​ມາ​ແລ້ວເມື່ອສາມ​ປີ​ກ່ອນ.
XS
SM
MD
LG