ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ປ້ອງກັນປະເທດ ເກົາຫລີໃຕ້ ລາອອກ


ທ່ານ Kim Tae-young ລັດຖະມົນຕີປ້ອງກັນປະເທດເກົາຫລີໃຕ້
ທ່ານ Kim Tae-young ລັດຖະມົນຕີປ້ອງກັນປະເທດເກົາຫລີໃຕ້

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ເກົາຫລີ​ໃຕ້​ໄດ້​ລາ​ອອກ​ຈາກ​ຕໍາ​ແໜ່​ງ​ເພື່ອຕອບ​ສະໜອງ​ຕໍ່​
ການ​ຕໍາ​ໜີ​ຕິຕຽນ​ທ່ານ​ ກ່ຽວ​ກັບ​ການ​ຮັບ​ມື​ຂອງ​ທ່ານ​ໃນການ​ໂຈ​ມຕີ​ດ້ວຍ​ປືນ​ໃຫຍ່​ຂອງ
ເກົາຫລີ​ເໜືອ​ຕໍ່​ເກາະ​ນຶ່ງ​ຂອງ​ເກົາຫລີ​ໃຕ້ໃນ​ວັນ​ອັງຄານ​ຜ່ານ​ມາ​ນີ້.

ລັດຖະບານ​ໄດ້​ປະກາດ​ຄໍາ​ຕັດສິນ​ໃຈ​ຂອງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ໃຫ້​ຊາບ​ໃນຕອນ​
ບ່າຍ​ວັນ​ພະຫັດ​ມື້​ນີ້ ທ່າມກາງຄວາມ​ເຄັ່ງ​ຕຶງທີ່​ເພີ່ມ​ທະວີຂຶ້ນ. ກ່ອນ​ໜ້າ​ນັ້ນ ລັດຖະບານ
ກຸງ​ໂຊນກ່າວ​ວ່າ ຕົນ​ຈະ​ເພີ່ມ​ທະຫານ​ຂອງ​ຕົນ​ຂຶ້ນ​ຢ່າງ​ຫລວງຫລາຍ​ໃນ​ເກາະ Yeonp
yeong ​ແລະ​ທົບ​ທວນຄືນ​ເບິ່ງ​ກົດ​ລະບຽບ​ຕ່າງໆ​ຂອງ​ການ​ພົວພັນຂອງ​ຕົນ ​ເພື່ອອໍາ
ນວຍ​ໃຫ້​ມີ​ການ​ຕອບ​ໂຕ້​ທີ່​ຂັນ​ແຂງ​ຂຶ້ນ​ກວ່າ​ເກົ່າ​ ຕໍ່​ການ​ໂຈມ​ຕີ​ໃດໆ​ໃນ​ອະນາຄົດ​ນັ້ນ.

ໃນ​ຂະນະ​ດຽວ​ກັນ ທາງ​ຝ່າຍເກົາຫລີ​ເໜືອ​ກໍເຕືອນ​ວ່າ ຈະ​ທໍາ​ການ​ໂຈມ​ຕີຂຶ້ນ​ອີກ​ ຄືກັນ​
ກັບ​ການ​ໂຈມ​ຕີ​ດ້ວຍ​ປືນ​ໃຫຍ່​ຕໍ່​ເກາະ​ນຶ່ງ​ໃນ​ເຂດ​ຊາຍ​ແດນ​ທີ່​ມີ​ປະຊາຊົນ​ອາ​ໄສ​ຢູ່​ຢາງ​ໜາ
ແໜ້ນ​ນັ້ນ ຖ້າ​ຫາກ​ທາງ​ເກົາຫລີ​ໃຕ້​ສືບ​ຕໍ່​ໃນ​ອັນ​ທີ່​ເກົາຫລີ​ເໜືອ​ເອີ້ນ​ວ່າ ການ​ເກາະ​ຜິດ​
ທາງ​ທະຫານ​ແບບ​ບໍ່​ຢ້ານ​ບໍ່​ກົວ​ຫຍັງ​ນັ້ນ.

ການ​ລາ​ອອກ​ຈາກ​ຕໍາ​ແໜ່​ງຂອງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ທ່ານ Kim Tae-young ມີ
ຂຶ້ນ​ຫລັງ​ຈາກ​ມີ​ການ​ຕໍາ​ໜິຕິຕຽນ​ທ່ານ​ຢ່າງ​ເຜັດ​ຮ້ອນ​ໃນ​ສະພາ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ຕອບ​
ໂຕ້​ຂອງ​ລັດຖະບານ​ຕໍ່​ການ​ໂຈມ​ຕີ​ໃນ​ວັນ​ອັງຄານ​ຜ່ານ​ມາ​ນີ້ ຊຶ່ງ​ໄດ້​ເອົາ​ຊີວິດ​ທະຫານ​ເຮືອ 2
ຄົນ​ແລະ​ພົນລະ​ເຮືອນ​ອີກ 2 ຄົນ​ແລະ​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ຫລວງຫລາຍ​ໃຫ້​ແກ່ເກົາຫລີ​
ໃຕ້. ທາງ​ເກົາຫລີ​ໃຕ້​ໄດ້​ທໍາ​ການ​ຕອບໂຕ້ຄືນດ້ວຍປືນ​ໃຫຍ່ ​ແຕ່​ພວກ​ສະມາຊິກ​ພັກ​ຝ່າຍ​ຄ້ານ
ກ່າວ​ຫາ​ວ່າ ຄວນ​ຈະ​ທໍາ​ການ​ຕອບ​ໂຕ້​ຢ່າງ​ໄວ​ຂຶ້ນ​ກວ່າ​ນັ້ນ.

ຫລັງ​ຈາກ​ທໍາ​ການ​ພົບ​ປະກັນ​ພາວະ​ສຸກ​ເສີນ​ໃນວັນພະຫັດ​ມື້​ນີ້ ລັດຖະບານ​ກ່າວ​ວ່າ ກົດ​ລະ
ບຽບ​ໃນ​ການ​ພົວພັນ​ທີ່ມີ​ຢູ່​ໃນ​ປັດຈຸບັນ​ນີ້ ຊຶ່ງ​ເຫັນ​ວ່າ ​ອ່ອນ​ແອຫລາຍນັ້ນ ​ຈະ​ຖືກ​ທົບ​ທວນ
ຄືນ​ເບິ່ງ​ຢ່າງ​ສິ້ນ​ເຊີງ.

XS
SM
MD
LG