ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຜູ້ນໍາຈີນແລະຍີ່ປຸ່ນໂອ້ລົມກັນ ເລື້ອງເກົາຫລີເໜືອ


ທ່ານ​ເຫ​ວິ້ນ​ເຈຍ​ບາ​ວ ນາຍົກລັດຖະມຸນຕີຈີນ ​ແລະ​ທ່ານ ຢູກິໂອ ຮາໂຕຢະມະ ນາຍົກລັດຖະມຸນຕີຍີ່ປຸ່ນ
ພົບ​ປະກັນ​ຢູ່​ທ່ີ​ກຸງ​ໂຕ​ກຽວ​ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອ​ທຳ​ການ​ໂອ້​ລົມ​ສົນທະນາ​ກັນ​ເລື້​ອງຄວາມ​ເຄັ່ງ​ຕຶງ​ທ່ີ​ພວມ

ເພ່ີມ​ຂຶ້ນ​ລະຫວ່າງ​ເກົາຫລີ​ເໜືອ​ແລະ​ໃຕ້​ນັ້ນ.

ທ່ານ​ຮາ​ໂຕ​ຢະມະ ​ໄດ້​ຮຽກຮ້ອງ​ຕື່ມ​ອີກ​ໃຫ້​ນາຍົກລັດຖະມຸນຕີຈີນສະໜັບສະ​ໜຸນ​ຄວາມ​ພະຍາຍາມ​ຕ່າງ

ເພື່ອ​ປະນາມ​ຫລື​ຕຳ​ໜິຕິຕຽນ​ເກົາຫລີເໜືອ​ທ່ີ​ເຮັດ​ໃຫ້​ເຮືອ​ລົບ​ຂອງ​ເກົາຫລີ​ໃຕ້​ລຳ​ນຶ່ງ​ຈົມ​ນ້ຳ​ນັ້ນ.

ເກົາຫລີ​ໃຕ້​ກ່າວ​ວ່າ ຕົນ​ຈະ​ຮຽກຮ້ອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໃນ​ສັບປະດາ​ນີ້ ​ໃຫ້​ເອົາ​ເລື້ອງ
ການ​ຈົມ​ເຮືອ​ລົບ Cheonan ຂອງ​ຕົນ​ໃນ​ເດືອນ​ມິ​ນາ​ຜ່ານ​ມາ​ຂຶ້ນ​ມາໂອ້​ລົມ​ສົນທະນາ​ກັນ. ການ​ສອບສວນ
ສືບສວນ​ຂອງ​ເກົາຫລີ​ໃຕ້​ແລະ​ຂອງ​ນາໆ​ຊາດ​ຖິ້ມ​ໂທດ​ໃສ່​ກຸງ​ພຽງ​ຢ້າງ​ວ່າ ​ເປັນ​ຜູ້ຍິງ​ລະ​ເບີດ​ຕອກ​ປີ​ໂດ​ໃສ່​ເຮືອລົບ

ລຳ​ດັ່ງກ່າວ ຊຶ່ງ​ໄດ້​ເຮັດ​ໃຫ້​ພວກທະຫານ​ເຮືອ​ຂອງ​ເກົາຫລີ​ໃຕ້ 46 ຄົນ​ເສຍ​ຊີວິດ​ໄປ ​ແຕ່​ທາງ​ຝ່າຍ​ເກົາຫລີ​ເໜືອ

ປະຕິ​ເສດ​ວ່າ​ ຕົນ​ບໍ່​ມີ​ສ່ວນ​ຮັບຜິດຊອບ​ໃດໆ​ນັ້ນ.

ຫລັງ​ຈາກ​ການ​ພົບ​ປະ​ຂັ້ນ​ສຸດ​ຍອດ​ກັບ​ປະທານາທິບໍດີ ຫລີ​ມິ​ອອງພັກ​ ແຫ່ງ​ເກົາຫລີ​ໃຕ້ ​ແລະ​ທ່ານ ຮາ​ໂຕ​ຢະມະ

ນາຍົກລັດຖະມຸນຕີຍີ່ປຸ່ນໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ທ່ານ​ເຫ​ວິ້ນ​ເຈຍ​ບາ​ວ ກ່າວ​ວ່າ ມີ​ຄວາມ​ຈຳ​ເປັນ​ຢ່າງ​ຮີບ​ດ່ວນ

ເພື່ອ​ຫລີກ​ລ້ຽງ​ບັນຫາ​ຂັດ​ແຍ່ງ​ທ່ີ​ຈະ​ເກີດ​ຂຶ້ນ​ລະຫວ່າງ​ສອງເກົາຫລີ ​ແຕ່​ທ່ານ​ບໍ່​ໄດ້​ຮ່ວມ​ກັບ​ທ່ານ​ຮາ​ໂຕ​ຢະມ

ະ​ແລະ​ທ່ານ​ຫລີ ທ່ີ​ຖິ້ມໂທດ​ເຫດການ​ດັ່ງກ່າວ​ໃສ່​ເກົາຫລີ​ເໜືອ​ນັ້ນ.

XS
SM
MD
LG