ຊົນເຜົ່າເຊີບໃນພາກເຫນືອຂອງໂກໂຊໂວ ໄດ້ພະຍາຍາມເຂົ້າຍຶດເອົາອາຄານຂອງລັດຖະບານທ້ອງຖິ່ນ ບ່ອນທີ່ບັນດາເຈົ້າເມືອງທີ່ເປັນຊາວ ອາລບາເນຍ ໄດ້ເຂົ້າໄປຢູ່ໃນນັ້ນໃນອາທິດແລ້ວນີ້ ໂດຍໄດ້ຮັບການຊ່ວຍເຫຼືອຈາກຕໍາຫຼວດ. ຕຳຫຼວດໂກໂຊໂວ ແລະກອງກຳລັງທະຫານໂກໂຊໂວ ທີ່ນຳພາໂດຍອົງການເນໂຕ້ ຖືກພົບເຫັນວ່າກຳລັງປົກປ້ອງອາຄານຂອງເທດສະບານໃນເມືອງຊເວແຄນ ຊຶ່ງເປັນນຶ່ງ ໃນ 4 ເຂດເທດສະບານທີ່ຈັດການເລືອກຕັ້ງຢ່າງວ່ອງໄວ ໃນເດືອນແລ້ວນີ້ ຊຶ່ງສ່ວນໃຫຍ່ຖືກຂວໍ້າບາດໂດຍຊົນເຜົ່າເຊີບ.
ມີພຽງແຕ່ຊົນເຜົ່າອາລບາເນຍ ຫຼືຜູ້ຕາງຫນ້າຂອງຊົນເຜົ່າສ່ວນນ້ອຍອື່ນໆ ທີ່ໄດ້ຮັບການເລືອກຕັ້ງ. ພວກປະທ້ວງຊາວເຊີບເກືອບຮອດ 20 ຄົນ ແລະຕຳຫຼວດໂກໂຊໂວ ຫ້າຄົນ ໄດ້ຮັບບາດເຈັບໃນການປະທະກັນໃນວັນສຸກທີ່ຜ່ານມາ ໃນເວລາທີ່ພວກ ເຈົ້າເມືອງທີ່ຖືກເລືອກໃໝ່ໄດ້ເຂົ້າໄປຢູ່ໃນຫ້ອງການ. ສະຫະລັດ ແລະ ສະຫະ ພາບຢູໂຣບໄດ້ປະນາມລັດຖະບານໂກໂຊໂວທີ່ໃຊ້ຕຳຫຼວດບຸກເຂົ້າໄປໃນຕຶກຂອງເທດສະບານເຫລົ່ານັ້ນ. ປະເທດເຊີເບຍ ບໍ່ຮັບຮູ້ການໄດ້ຮັບເອກະລາດຂອງໂກໂຊໂວໃນ ປີ 2008, ອີງຕາມລາຍງານຂອງອົງການຂ່າວເອພີ (AP).