ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ.ໂກໂຊໂວ ທ່ານຮາຊິມ ຖືກຟ້ອງ ໃນຂໍ້ຫາ ກໍ່ອາຊະຍາກຳສົງຄາມ


ປະທານາທິບໍດີໂກໂຊໂວ ທ່ານຮາຊິມ ທາຊີ ເຂົ້າຮ່ວມພິທີຈັດຂຶ້ນໂດຍກຳລັງຮັກສາຄວາມປອດໄພ ໃນເມືອງປຣິສຕີນາ ໂກໂຊໂວ ວັນທີ 13 ທັນວາ 2018.
ປະທານາທິບໍດີໂກໂຊໂວ ທ່ານຮາຊິມ ທາຊີ ເຂົ້າຮ່ວມພິທີຈັດຂຶ້ນໂດຍກຳລັງຮັກສາຄວາມປອດໄພ ໃນເມືອງປຣິສຕີນາ ໂກໂຊໂວ ວັນທີ 13 ທັນວາ 2018.

ໄອຍະການພິເສດ ທີ່ມີຫ້ອງການຢູ່ນະຄອນເຮກ ປະເທດເນເທີແລນ ໄດ້ຟ້ອງປະທານາ ທິບໍດີໂກໂຊໂວ ທ່ານຮາຊິມ ທາຊີ (Hashim Taci) ແລະອີກເກົ້າ ຄົນ ໃນວັນພຸດວານນີ້ ໃນຂໍ້ຫາ ກໍ່ອາຊະຍາກຳ ຕ້ານມະນຸດຊາດ ແລະອາຊະ ຍາກຳສົງຄາມໃນລະຫວ່າງການເຮັດສົງຄາມເພື່ອຄວາມເປັນເອກກະລາດຂອງ ໂກໂຊໂວ.

ຫ້ອງການໄອຍະການພິເສດ ຫຼື SOP ກ່າວວ່າ ຜູ້ຕ້ອງສົງໄສ 10 ຄົນ “ຮັບຜິດຊອບຕໍ່ການສັງຫານເກືອບ 100 ຄົນ” ພ້ອມດ້ວຍການບັງຄັບໃຫ້ຫາຍສາບສູນ ທໍລະມານ ແລະສັງຫານຄົນອື່ນໆອີກຫຼາຍຮ້ອຍຄົນ ຮວມທັງຊາວໂກໂຊໂວ ເຊື້ອສາຍອາລບາເນຍ ເຊີເບຍ ແລະໂຣມາເນຍ.

ຫ້ອງການໄອຍະການພິເສດ ກ່າວຢູ່ໃນສຳນວນຟ້ອງວ່າ “ມັນແມ່ນຜົນມາຈາກ ການສືບສວນ ອັນຍາວນານ ແລະສະທ້ອນໃຫ້ເຫັນ ໃນການພິຈາລະນາ ຂອງ ຫ້ອງການ SOP ທີ່ສາມາດ ພິສູດການກ່າວຫາທັງໝົດເໜືອໄປກວ່າຄວາມສົງ ໄສ.”

ຜູ້ພິພາກສາພິເສດຄົນນຶ່ງ ກ່ອນການດຳເນີນຄະດີ ຈະທົບທວນເບິ່ງການຟ້ອງ ຮ້ອງດັ່ງກ່າວ ແລະຈະຕັດສິນໃຈວ່າ ຈະໃຫ້ຢັ້ງຢືນຕໍ່ການກ່າວຫານີ້ຫຼືບໍ່.

ເຈົ້າໜ້າທີ່ກະຊວງຕ່າງປະເທດສະຫະລັດຄົນນຶ່ງ ປະກາດໃນວັນພຸດວານນີ້ກ່ຽວ ກັບການຟ້ອງຮ້ອງນີ້ວ່າ ເປັນເວລາ “20 ປີແລ້ວ ຂອງການເຮັດວຽກ” ແລະ “ເປັນບາດກ້າວໄປໜ້າເພື່ອໃຫ້ຄວາມຍຸຕິທຳແລະຂັ້ນຕ້ອນການສ້າງຄວາມປອງດອງຊາດ ໃນເຂດພາກຕາເວັນຕົກ ຂອງແຫຼມ Bakans ຊຶ່ງມີຄວາມຈຳເປັນເພື່ອສ້າງຄວາມກ້າວໜ້າໃຫ້ແກ່ການປົກຄອງດ້ວຍຕົວບົດກົດໝາຍແລະຄວາມ ຍຸຕິທຳແກ່ບັນດາຜູ້ເຄາະຮ້າຍໃນໂກໂຊໂວ ໃນຂະນະທີ່ນໍາເອົາປະເທດດັ່ງກ່າວ ໃຫ້ກ້າວໄປຂ້າງໜ້າ ຈາກຍຸກສະໄໝທີ່ໜ້າຢ້ານກົວ ແລະເຂົ້າຮ່ວມກັບປະຊາຄົມ ຢູໂຣບ-ແອັດແລນຕິກ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG