ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກໂກໂຊໂວ ຊະນະ ການເລືອກຕັ້ງສະພາ ເປັນຄັ້ງທີສາມ


ນາຍົກລັດຖະມົນຕີ Hashim Thaci ແຫ່ງ ໂກໂຊໂວ ແລະພັນລະ ຍາ ທ່ານນາງ Lumnije ກຳລັງປ່ອນບັດລົງຄະແນນສຽງ
ນາຍົກລັດຖະມົນຕີ Hashim Thaci ແຫ່ງ ໂກໂຊໂວ ແລະພັນລະ ຍາ ທ່ານນາງ Lumnije ກຳລັງປ່ອນບັດລົງຄະແນນສຽງ
ພັກ​ຂອງ​ລັດຖະບານ ​ໂກ​ໂຊ​ໂວ ຂອງ ນາຍົກລັດຖະມົນຕີ
Hashim Thaci ​ໄດ້​ອ້າງ​ວ່າ​ຕົນ​ຊະນະ​ ການ​ເລືອກ​ຕັ້ງ​ສະ
ພາ​ຂອງ​ປະ​ເທດ.

​ໃນ​ການ​ນັບຄະ​ແນນ​ສຽງ​ 70 ​ເປີ​ເຊັນ​ແລ້ວ​ນັ້ນ ຜົນ​ການ​
ເລືອກ​ຕັ້ງຂັ້ນ​ຕົ້ນທີ່​ເປັນທາງ​ການ ​ໄດ້​ສ​ະແດງ​ໃຫ້​ເຫັນ​ວ່າ
ພັກປະຊາທິປະ​ໄຕ​ຂອງ ​ໂກ​ໂຊ​ໂວ ​ໄດ້​ຮັບ 30 ​ເປີ​ເຊັນ​ ລື່ນ
ພັກ​ຝ່າຍ​ຄ້ານທີ່​ສຳຄັນ ຄື​ພັກສັນນິບາດ​ປະຊາທິປະ​ໄຕ​ຂອງ
​ໂກ​ໂຊ​ໂວ ທີ່​ໄດ້ ຮັບ 25 ​ເປີ​ເຊັນ. ບັນດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ
43 ​ເປີ​ເຊັນ ຂອງຜູ້​ທີ່​ມີ​ສິດ​ປ່ອນ​ບັດ​ໄດ້​ໄປ​ລົງ​ຄະ​ແນນ​ສຽງ​ໃນ​
ວັນ​ອາທິດວານ​ນີ້.

ທ່ານ Thaci ຄົງ​ຈະ​ໄດ້​ເປັນ ນາຍົກລັດຖະມົນຕີ ອີກ​ເປັນ​ເທີ​ມທີ່​ສາມ. ທ່ານ ​ໄດ້​ກ່າວ​ຕໍ່​ບັນ
ດາ​ຜູ້​ສະໜັບສະໜູນ​ ໃນ​ວັນ​ຈັນ​ມື້​ນີ້​ທີ່​ເມືອງ Pristina ວ່າ ປະຊາຊົນ ​ໂກ​ໂຊ​ໂວ ຄວນ
​ພາກພູ​ມ​ໃຈ​ຕໍ່​ຜົນການ​ລົງ​ຄະ​ແນນ​ສຽງນີ້ ​ໂດຍ​ເວົ້າ​ວ່າ.

ທ່ານປະຊົນ ​ແຫ່ງສາທາລະນະ​ລັດ ​ໂກ​ໂຊ​ໂວ ​ໂກ​ໂຊ​ໂວທັງຫຼາຍ ທ່ານ ຄວນ​ພາກພູມ​ໃຈ
ໃນການ​ປ່ອນ​ບັດຄັ້ງ​ນີ້ ​ແລະ​ໂກ​ໂຊ​ໂວ ກໍຄວນ​ພາກພູມ​ໃຈ. ການ​ເລືອກຕັ້ງ​ເຫລົ່າ​ນີ້​ແມ່ນ​
ໄດ້​ເນັ້ນ​ໜັກ​ໃສ່​ປະຊາກອນ​ຂອງ​ພວກ​ເຮົາ. ​ແມ່ນ​ການ​ເລືອກ​ຕັ້ງ​ທີ່​ປະຊາກອນ​ ເຂົາ​ເຈົ້າ​
ເອງ ​ເປັນ​ຜູ້​ເລືອກ​ເອົາ​ລັດ​ທີ່​ເຂົາ​ເຈົ້າ​ຕ້ອງການອາ​ໄສ​ຢູ່. ນີ້ໄດ້ເປັນ​ການ​ເລືອກ​ຕັ້ງ​ແບບ
ປະຊາ​ທິປະ​ໄຕ ທ່ຽງ​ທຳ ​ແລະ​ການ​ເລືອກ​ຕັ້ງ​ທີ່ ເສ​ຣີີ.”
XS
SM
MD
LG