ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂກໂຊໂວ ພາກັນໄວ້ທຸກ ​ໃຫ້​ແກ່​ຕຳ​ຫຼວດ ທີ່​ເສຍ​ຊີ​ວິດ​ໃນ​ການ​ຍິງ​ຕໍ່​ສູ້​ກັນ


ຮູບນີ້ ຖືກຖ່າຍດ້ວຍໂດຣນ ໃນວັນທີ 24​ກັນຍາ 2023, ສະແດງໃຫ້ເຫັນກຸ່ມຕິດອາວຸດ ຢູ່ທີ່ທາງເຂົ້າສູນຝຶກສໍາມະເນນ ຂອງບ້ານບັນສກາ ໃນໂກໂຊໂວ.
ຮູບນີ້ ຖືກຖ່າຍດ້ວຍໂດຣນ ໃນວັນທີ 24​ກັນຍາ 2023, ສະແດງໃຫ້ເຫັນກຸ່ມຕິດອາວຸດ ຢູ່ທີ່ທາງເຂົ້າສູນຝຶກສໍາມະເນນ ຂອງບ້ານບັນສກາ ໃນໂກໂຊໂວ.

ໂກໂຊໂວ ກໍາລັງພາກັນໄວ້ທຸກ ໃນວັນຈັນວານນີ້, ລຸນຫຼັງການເສຍຊີວິດຂອງເຈົ້າໜ້າທີ່ຕໍາຫຼວດໂກໂຊໂວເຊື້ອສາຍອາລບາເນຍ ທີ່ຖືກສັງຫານໂດຍພວກມືປືນຊາວເຊີເບຍ, ຜູ້ເຊິ່ງໃນເວລານັ້ນ ໄດ້ປິດ​ລ້ອມ​ຕົນເອງ ຢູ່ໃນສູນ​ຝຶກ​ສຳ​ມະ​ເນນອໍໂຕດັອກ ເຊິ່ງຕັ້ງຢູ່ທາງພາກເໜືອຂອງນະຄອນຫຼວງປຣິສຕີນາ.

ຍັງບໍ່ເປັນ​ທີ່ຈະແຈ້ງໃນທັນທີວ່າ ໃຜເປັນຜູ້ສະໜັບສະໜຸນພວກມືປືນ 30 ຄົນ ຜູ້ທີ່ແຕ່ງໂຕດ້ວຍຊຸດນັກລົບ ເມື່ອພວກເຂົາໃຊ້ລົດຫຸ້ມເກາະບຸກເຂົ້າໄປ​ໃນ​ສູນຝຶກ​ສຳ​ມະ​ເນນອໍໂຕດັອກ​ທີ່ບ້ານບັນສກາ ແລະໄດ້​ຍິງຕໍ່ສູ້ ​ໃນ​ການ​ປະ​ເຊີນ​ໜ້າກັບເຈົ້າໜ້າທີ່ຕໍາຫຼວດໂກໂຊໂວ ໃນວັນອາທິດແລ້ວນີ້.

ເຈົ້າໜ້າທີ່ຕໍາຫຼວດໂກໂຊໂວ ກວດຄົ້ນຍານພາຫະນະທີ່ແລ່ນຜ່ານຖະໜົນໄປຍັງສູນຝຶກສໍາມະເນນບັນສກາ ໃນລະຫວ່າງການດໍາເນີນງານ ໃນບ້ານບັນສກາ, ໂກໂຊໂວ, ວັນທີ 25 ກັນຍາ 2023.
ເຈົ້າໜ້າທີ່ຕໍາຫຼວດໂກໂຊໂວ ກວດຄົ້ນຍານພາຫະນະທີ່ແລ່ນຜ່ານຖະໜົນໄປຍັງສູນຝຶກສໍາມະເນນບັນສກາ ໃນລະຫວ່າງການດໍາເນີນງານ ໃນບ້ານບັນສກາ, ໂກໂຊໂວ, ວັນທີ 25 ກັນຍາ 2023.

ພວກມືປືນສ່ວນໃຫຍ່ພາກັນຫລົບໜີອອກຈາກສູນ​ຝຶກ​ສຳ​ມະ​ເນນດັ່ງກ່າວ ໃນຕອນແລງວັນອາທິດ, ແຕ່ມີຢ່າງໜ້ອຍ 3 ຄົນຖືກສັງຫານ ແລະອີກ 6 ຄົນ ຖືກຈັບ.

ປະທານາທິບໍດີເຊີເບຍ ທ່ານອາເລັກຊານດາ ວູຊິສ (Aleksandar Vucic), ແລະນາຍົກລັດຖະມົນຕີໂກໂຊໂວ ທ່ານອາລບິນ ເຄີທີ (Albin Kurti) ໄດ້​ຖິ້ມ​ໂທດ​ໃສ່ກັນແລະກັນ ຕໍ່ການປະທະກັນດັ່ງກ່າວ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໄດ້ປະ ນາມຕໍ່ຄວາມຮຸນແຮງດັ່ງກ່າວ ຢູ່ໃນຖະແຫຼງການທີ່​ອອກ​ໃນວັນຈັນວານນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG