ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາວໂກໂຊໂວ ພາກັນ ໄປປ່ອນບັດ ໃນການເລືອກຕັ້ງ ທົ່ວໄປ (ວີດີໂອ)


ຜູ້ຄົນພວມກະກຽມທີ່ໜ່ວຍປ່ອນບັດແຫ່ງນຶ່ງ ໃນເມືອງ Mitrovica ຊຶ່ງເປັນເຂດທີ່ມີຊາວເຊີເບຍ ອາໄສຢູ່ເປັນສ່ວນໃຫຍ່ ໃນພາກເໜືອ ຂອງໂກໂຊໂວ (8 ມິຖຸນາ 2014)
ຜູ້ຄົນພວມກະກຽມທີ່ໜ່ວຍປ່ອນບັດແຫ່ງນຶ່ງ ໃນເມືອງ Mitrovica ຊຶ່ງເປັນເຂດທີ່ມີຊາວເຊີເບຍ ອາໄສຢູ່ເປັນສ່ວນໃຫຍ່ ໃນພາກເໜືອ ຂອງໂກໂຊໂວ (8 ມິຖຸນາ 2014)
ການປ່ອນບັດໃນການເລືອກຕັ້ງທົ່ວໄປ ທີ່ Kosovo ເລີ້ມຂຶ້ນແລ້ວ
ຊຶ່ງຖືກເບິ່ງກັນວ່າ ເປັນການທົດສອບ ທີ່ສຳຄັນ ສຳລັບນາຍົກລັດ
ຖະມົນຕີ Hashim Thaci ແລະໃນການພະຍາຍາມຂອງປະເທດ
ດັ່ງກ່າວ ທີ່ຈະເຂົ້າຮ່ວມຢູ່ໃນສະຫະພາບຢູໂຣບນັ້ນ.

ອະດີດຜູ້ນຳກອງໂຈນອາຍຸ 46 ປີ ຊຶ່ງໄດ້ກາຍເປັນນັກການເມືອງ
ນັ້ນ ໄດ້ນຳພາ Kosovo ມາແລ້ວເປັນເວລາ 7 ປີໂດຍເປັນຜູ້ຄວບ
ຄຸມດູແລນຳການປະກາດເອກກະລາດຈາກເຊີເບຍໃນປີ 2008.

ການບໍ່ພໍໃຈ ນຳຄວາມກ້າວໜ້າ ຂອງ Kosovo ນັບຕັ້ງແຕ່ໄດ້ຮັບ
ເອກກະລາດມາ ແມ່ນມີສູງໃນໝູ່ປະຊາຊົນສ່ວນໃຫຍ່ຂອງພົນລະເມືອງທັງໝົດ 1 ລ້ານ 8 ແສນຄົນ ທີ່ຖືກຈັດເປັນປະເທດທີ່ທຸກຍາກທີ່ສຸດ ໃນຢູໂຣບ. ນອກນັ້ນ Kosovo ຍັງມີອັດຕາ ຄົນຫວ່າງງານ ສູງປະມານ 35 ເປີເຊັນ. ອົງການຄວາມໂປ່ງໃສນາໆຊາດຫຼື Tansparency International ຈັດ Kosovo ຢູ່ໃນອັນດັບທີ 111 ໃນດັດຊະນີການສໍ້ລາດບັງຫຼວງປີ 2013.

ທ່ານ Thaci ແມ່ນນຶ່ງໃນບັນດາຜູ້ນຳກອງທັບປົດປ່ອຍ Kosovo ຊຶ່ງໄດ້ຈັບອາວຸດຂຶ້ນຕໍ່ສູ້ ໃນຊຸມປີ 1990 ເພື່ອປົດແອກການປົກຄອງທີ່ກົດຂີ່ ຂອງພວກເຊີເບຍ ຊຶ່ງຢູ່ພາຍໃຕ້ການ ປົກຄອງຂອງຈອມຜະເດັດການ Slobodan Milosevic ໃນ ເວລານັ້ນ.

Kosovo ໄດ້ກາຍເປັນເຂດທີ່ຢູ່ພາຍໃຕ້ການປົກຄອງ ຂອງອົງການສະຫະປະຊາຊາດ ໃນ
ປີ 1999 ແລະໄດ້ປະກາດເອກກະລາດເກືອບນຶ່ງທົດສະວັດຕໍ່ມາ ແລະກໍຖືກຮັບຮູ້ໂດຍ 100 ກວ່າປະເທດ ແຕ່ບໍ່ໄດ້ຖືກຮັບຮູ້ໂດຍເຊີເບຍ ຊຶ່ງເປັນເພື່ອນບ້ານ.
KOSOVO ELECTIONS SOTVO
please wait

No media source currently available

0:00 0:00:58 0:00
XS
SM
MD
LG