ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເກົາຫຼີເໜືອ ແລະເກົາຫຼີໃຕ້ ຈະເປີດຫ້ອງການ ປະສານງານ ຮ່ວມກັນ ໃນວັນສຸກນີ້


ທ່ານ ໂຈ ເມືອງກຢອນ, ລັດຖະມົນຕີ ກະຊວງທ້ອນໂຮມຊາດ ຂອງເກົາຫລີໃຕ້ ຈັບມືກັບຄູ່ຕຳແໜ່ງ ຝ່າຍເກົາຫລີເໜືອ ທ່ານ ຣີ ຊັນ ກວັອນ ພາຍຫລັງກອງປະຊຸມ ຢູ່ບ້ານ ປັນມຸນຈອມ ໃນເຂດປອດທະຫານ ໃນເກົາຫລີເໜືອ ໃນວັນທີ 13 ສິງຫາ, 2018.
ທ່ານ ໂຈ ເມືອງກຢອນ, ລັດຖະມົນຕີ ກະຊວງທ້ອນໂຮມຊາດ ຂອງເກົາຫລີໃຕ້ ຈັບມືກັບຄູ່ຕຳແໜ່ງ ຝ່າຍເກົາຫລີເໜືອ ທ່ານ ຣີ ຊັນ ກວັອນ ພາຍຫລັງກອງປະຊຸມ ຢູ່ບ້ານ ປັນມຸນຈອມ ໃນເຂດປອດທະຫານ ໃນເກົາຫລີເໜືອ ໃນວັນທີ 13 ສິງຫາ, 2018.

ເກົາຫລີເໜືອ ແລະເກົາຫລີໃຕ້ ຈະເປີດຫ້ອງການປະສານງານຮ່ວມກັນໃນວັນສຸກ
ຈະມາເຖິງນີ້ ທີ່ແນໃສ່ເພື່ອເປີດການສື່ສານແລະການພົວພັນຂ້າມຊາຍແດນ.

ກະຊວງທ້ອນໂຮມຊາດຂອງເກົາຫລີໃຕ້ໄດ້ປະກາດໃນວັນພຸດມື້ນີ້ວ່າ ຫ້ອງການໃໝ່
ນີ້ ຈະເປີດຢູ່ໃນເມືອງເຄຊອງຂອງເກົາຫລີເໜືອ ທີ່ຕັ້ງຢູ່ໃກ້ກັບຊາຍແດນທີ່ແຍກສອງ
ປະເທດທີ່ເປັນປໍລະປັກອອກຈາກກັນນັ້ນ.

ກະຊວງດັ່ງກ່າວເວົ້າວ່າ ຫ້ອງການປະສານງານນີ້ຈະກາຍເປັນ "ຊ່ອງທາງປຶກສາຫາລື
ແລະສື່ສານລະຫວ່າງກັນຕະຫລອດເວລາ" ເພື່ອແນໃສ່ "ຫລຸດຜ່ອນຄວາມເຄັ່ງຕຶງ
ແລະສ້າງໃຫ້ມີສັນຕິພາບຢູ່ແຫລມເກົາຫລີ."

ທັງສອງປະເທດ ຈະຈັດເອົາພະນັກງານ ຫລາຍເຖິງ 20 ຄົນ ໄປປະຈໍາຢູ່ຫ້ອງການນັ້ນ.

ທ່ານ ມູນ ແຈ-ອິນ, ປະທານາທິບໍດີເກົາຫລີໃຕ້ ຈັບມືກັບ ທ່ານກິມ ຈົງ ອຶນ, ຜູ້ນໍາເກົາຫລີເໜືອ ໃນວັນທີ 26 ພຶດສະພາ 2018
ທ່ານ ມູນ ແຈ-ອິນ, ປະທານາທິບໍດີເກົາຫລີໃຕ້ ຈັບມືກັບ ທ່ານກິມ ຈົງ ອຶນ, ຜູ້ນໍາເກົາຫລີເໜືອ ໃນວັນທີ 26 ພຶດສະພາ 2018

ຄວາມຄິດໃນການສ້າງໃຫ້ມີຫ້ອງການດັ່ງກ່າວຂຶ້ນ ແມ່ນເກີດມາຈາກກອງປະຊຸມ
ສຸດຍອດ ລະຫວ່າງທ່ານກິມ ຈົງ ອຶນ, ຜູ້ນໍາເກົາຫລີເໜືອ ແລະທ່ານ ມູນ ແຈ-ອິນ,
ປະທານາທິບໍດີເກົາຫລີໃຕ້ໃນເດືອນເມສາທີ່ຜ່ານມາ. ຫ້ອງການນີ້ມີກໍານົດ ວ່າຈະ
ເປີດໃຊ້ໃນເດືອນແລ້ວນີ້ ແຕ່ວ່າຖືກຊັກຊ້າຍ້ອນບັນຫາຕົກລົງກັນບໍ່ໄດ້ລ ຫວ່າງ
ເກົາຫລີເໜືອ ແລະສະຫະລັດ ກ່ຽວກັບລະດັບຄວາມໄວຂອງການ ທັບມ້າງໂຄງ
ການອາວຸດນີວເຄລຍຂອງປະເທດນັ້ນ ຊຶ່ງທ່ານ ກິມ ຈົງອຶນໄດ້ສັນຍາຢູ່ໃນກອງ
ປະຊຸມ ສຸດຍອດກັບປະທານາທິບໍດີ ດໍໂນລ ທຣໍາ ທີ່ສິງກະໂປ ໃນເດືອນມິຖຸນາ
ຜ່ານມາ.

ສະພາບການໄດ້ຮັບການປັບປຸງໃຫ້ດີຂຶ້ນ ນັບຕັ້ງແຕ່ຄະນະຜູ້ແທນ ຂອງປະທານາ
ທິບໍດີເກົາຫລີໃຕ້ ເດີນທາງໄປຢ້ຽມຢາມນະຄອນພຽງຢາງ ໃນອາທິດແລ້ວນີ້
ແລະໄດ້ພົບກັບທ່ານກິມ ເປັນການສ່ວນຕົວ ຊຶ່ງໃນນັ້ນທ່ານກິມໄດ້ສົ່ງຈົດໝາຍ
ສະບັບນຶ່ງມາຫາທ່ານທຣໍາ ເພື່ອບອກວ່າຢາກໃຫ້ມີການພົບປະກັນອີກເປັນຄັ້ງ
ທີສອງນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG