ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອສະເໜີ ຄົ້ນຄວ້າພູໄຟ ຮ່ວມກັບເກົາຫຼີໃຕ້


ເກົາຫຼີເໜືອສະເໜີ ຄົ້ນຄວ້າພູໄຟ ຮ່ວມກັບເກົາຫຼີໃຕ້
ເກົາຫຼີເໜືອສະເໜີ ຄົ້ນຄວ້າພູໄຟ ຮ່ວມກັບເກົາຫຼີໃຕ້

ເກົາຫຼີເໜືອໄດ້ສະເໜີໃຫ້ມີການສຶກສາຄົ້ນຄວ້າຮ່ວມກັບເກົາຫຼີໃຕ້ກ່ຽວກັບເລື່ອງພູໄຟ ຢູ່ພູ
ທີ່ສູງທີ່ສຸດ ທີ່ຖືກັນວ່າເປັນບ່ອນສັກສິດສຳລັບເກົາຫຼີເໜືອນັ້ນ.

ອົງການຂ່າວສູນກາງຂອງທາງການເກົາຫຼີເໜືອລາຍງານໃນວັນສຸກມື້ນີ້ວ່າ ພະແນກຮັບຜິດ ຊອບກ່ຽວກັບແຜ່ນດິນໄຫວຂອງເກົາຫຼີເໜືອໃນວັນພະຫັດວານນີ້ໄດ້ສົ່ງຈົດໝາຍສະບັບນຶ່ງ
ໄປຍັງກົມອຸຕຸນິຍົມຂອງເກົາຫຼີໃຕ້ ໂດຍໄດ້ສະເໜີໃຫ້ມີການຄົ້ນຄວ້າຮ່ວມກັນກ່ຽວກັບເລື່ອງ
ແຜ່ນດິນໄຫວແລະການລະເບີດຂອງພູ ໄຟ ທີ່ພູ Paektu.

ກະຊວງທ້ອນໂຮມຊາດຂອງເກົາຫຼີໃຕ້ໃຫ້ການຢືນຢັນກ່ຽວກັບການສະເໜີດັ່ງກ່າວຂອງເກົາ
ຫຼີເໜືອໃນວັນສຸກມື້ນີ້ ແລະກ່າວວ່າ ເກົາຫຼີໃຕ້ພວມພິຈາລະນາເບິ່ງເລື່ອງດັ່ງກ່າວນີ້ຢູ່.

ພູ Paektu ຊຶ່ງຕັ້ງຢູ່ຕິດກັບຊາຍແດນຈີນນັ້ນ ໄດ້ລະເບີດຂຶ້ນເທື່ອສຸດທ້າຍ ໃນປີ 1903
ແຕ່ພວກນັກຊ່ຽວຊານກ່າວວ່າ ມັນອາດຍັງມີການເຄື່ອນໄຫວ ຢູ່ຂ້າງໃນຂອງພູດັ່ງກ່າວ.

XS
SM
MD
LG