ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີໃຕ້ຈະປ່ຽນນະໂຍບາຍ ມາເປັນການກະກຽມເພື່ອ ທ້ອນໂຮມຊາດກັບເກົາຫຼີເໜືອ


ປະທານາທິບໍດີເກົາຫຼີໃຕ້ ທ່ານ Lee Myung-bak
ປະທານາທິບໍດີເກົາຫຼີໃຕ້ ທ່ານ Lee Myung-bak

ອົງການຂ່າວຂອງເກົາຫຼີໃຕ້ລາຍງານວ່າ ມີທ່າທາງວ່າລັດຖະບານກຸງໂຊລຈະປ່ຽນນະໂຍ
ບາຍກ່ຽວກັບເກົາຫຼີເໜືອໃນປີໜ້ານີ້ ຈາກການຊຸກຍູ້ການຮ່ວມມືຂ້າມຊາຍແດນ ເປັນການ
ກະກຽມເພື່ອທ້ອນໂຮມຊາດ.

ລາຍງານຂ່າວໃນວັນພຸດມື້ນີ້ ໄດ້ອ້າງຄຳເວົ້າຂອງພວກເຈົ້າໜ້າທີ່ເກົາຫຼີໃຕ້ ທີ່ກ່າວວ່າ
ໃນປີ 2011 ນີ້ ການດຳເນີນຄວາມພະຍາຍາມຂອງພວກເຂົາເຈົ້າຈະແນໃສ່ການເສີມ
ຂະຫຍາຍສະມັດຖະພາບໃນການທ້ອນໂຮມປະເທດເຂົ້າເປັນນຶ່ງດຽວ ແທນທີ່ຈະແມ່ນ
ການສົນທະນາຫາລືກັບເກົາຫຼີເໜືອ.

ອົງການຂ່າວຢອນຮັບແຈ້ງໃຫ້ຊາບໃນວັນພຸດມື້ນີ້ວ່າ ໃນລາຍງານສະບັບນຶ່ງທີ່ສົ່ງໄປໃຫ້
ປະທານາທິບໍດີ Lee Myung-bak ນັ້ນ ກະຊວງການຕ່າງປະເທດ ແລະການຄ້າຂອງ
ເກົາຫຼີໃຕ້ກ່າວວ່າ ການທ້ອນໂຮມຊາດໂດຍກືນເອົາເກົາຫຼີເໜືອ ໃຫ້ຮວມເຂົ້າກັນກັບ
ເກົາຫຼີໃຕ້ນັ້ນ ກໍຄວນຈະໄດ້ຮັບການພິຈາລະນາດ້ວຍ.

ກະຊວງດັ່ງກ່າວເວົ້າວ່າ ຕົນຈະດຳເນີນງານເພື່ອ​ໃຫ້ມີຄວາມເປັນເອກກະສັນກັນ ກ່ຽວກັບ
ເລື່ອງການທ້ອນໂຮມຊາດນັ້ນກັບສະຫະລັດ ຍີ່ປຸ່ນແລະບັນດາປະເທດ ເພື່ອນມິດອື່ນໆ.
ນອກນີ້ແລ້ວ ກໍຍັງມີແຜນການທີ່ຈະທຳການສຶກສາແລະກະກຽມກ່ຽວກັບບັນຫາທາງດ້ານ
ກົດໝາຍແລະດ້ານເສດຖະກິດ ທີ່ພົວພັນໃນຂັ້ນຕອນຂອງການທ້ອນໂຮມຊາດດັ່ງກ່າວ.

XS
SM
MD
LG