ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ແລະ ເກົາຫຼີໃຕ້ ຈະປະຊຸມ ເພື່ອ ກະກຽມການພົບປະສຸດຍອດ ໃນອາທິດໜ້າ


ຫົວໜ້າຄະນະຜູ້ແທນເກົາຫຼີເໜືອ ທ່ານ ຈອນ ຈົງ ຊູ ສົນທະນາ ກັບຄູ່ຕຳແໜ່ງຝ່າຍເກົາຫຼີໃຕ້ ທ່ານ ຈູນ ເຮ-ຊຸງ ລະຫວ່າງການ ພົບປະກັນ ທີ່ບ້ານສະຫງົບເສິກ ປັນມຸນຈອມ ວັນທີ 17 ມັງກອນ 2018.
ຫົວໜ້າຄະນະຜູ້ແທນເກົາຫຼີເໜືອ ທ່ານ ຈອນ ຈົງ ຊູ ສົນທະນາ ກັບຄູ່ຕຳແໜ່ງຝ່າຍເກົາຫຼີໃຕ້ ທ່ານ ຈູນ ເຮ-ຊຸງ ລະຫວ່າງການ ພົບປະກັນ ທີ່ບ້ານສະຫງົບເສິກ ປັນມຸນຈອມ ວັນທີ 17 ມັງກອນ 2018.

ເກົາຫຼີ​ໃຕ້​ ກ່າວ​ໃນວັນເສົາມື້ນີ້ວ່າ ເກົາ​ຫຼີ​ເໜືອ​ໄດ້ຕົກ​ລົງທີ່​ຈະ​ພົບ​ປະ​ກັບ​ເກົາຫຼີ​ໃຕ້ ໃນ
ອາທິດ​ໜ້ານີ້ ​ເພື່ອ​ປະສານ​ງານ​ກ່ຽວກັບລາຍລະອຽດໃນການກະກຽມຫ້າງຫາ ​ແລະ
​ລາຍການກ​ອງປະຊຸມ​ສຸດ​ຍອດ​ເກົາຫຼີ ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ເມສາ ທີ່ຈະມາ​ເຖິງ​ນີ້.

ແຕ່ລະຝ່າຍຈະສົ່ງທີມງານ ທີ່ປະກອບດ້ວຍສະມາຊິກ 3 ຄົນ ໄປຍັງບ້ານສະຫງົບ
ເສິກຊາຍແດນ ປັນມຸນຈອມ ໃນວັນພະຫັດຈະມານີ້.

ທ່ານ​ນີ ຊັນ ກວົນ ປະທານ ​ຄະນະ​ກຳມະການ​ເກົາຫຼີ​ເໜືອ​ ເພື່ອ​ການ​ທ້ອນໂຮມ​ຢ່າງ
ສັນຕິ​ຂອງ​ປະ​ເທດ ຈະ​ເປັນ​ຜູ້ນຳພາ ​ຄະນະ​ຜູ້​ແທນ​ເກົາຫຼີ​ເໜືອ. ສ່ວນຄູ່​ຕຳ​ແໜ່​ງຂອງ
​ທ່ານ ທ່ານ​ໂຈ ມີຍັງ-ກີ​ຢົງ ຈະ​ເປັນ​ຜູ້ນຳ​ພາ​ຄະນະຜູ້ແທນ​ເກົາຫຼີ​ໃຕ້.

ການພົບປະ​ສຸດ​ຍອດ ​ໃນ​ເດືອນ​ເມສາ ລະຫວ່າງ​ຜູ້ນຳ​ຂອງສອງ​ເກົາຫຼີ ທ່ານ​ມູນ ​ແຈ​-
ອິນ ຂອງ​ເກົາຫຼີ​ໃຕ້ ​ແລະ​ທ່ານ​ກິມ ຈົງ ອຶນ ຂອງ​ເກົາຫຼີ​ເໜືອ ມີຂຶ້ນຫຼັງ​ຈາກ​ການ​ເຂົ້າ​
ຮ່ວມ ໃນການແຂ່ງຂັນກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ຫວ່າງ​ມໍ່ໆ​ມາ​ນີ້ ຂອງ ເກົາຫຼີເໜືອ ຢູ່​
ທີ່​ເກົາຫຼີ​ໃຕ້. ກອງ​ປະຊຸມ​ສຸດ​ຍອດດັ່ງກ່າວ ​ຍັງ​ມີຂຶ້ນ​ກ່ອນ​ໜ້າການ​ພົບ​ປະ​ແບບເຊິ່ງ
ໜ້າລະຫວ່າງ​ປະທານາທິບໍດີສະຫະລັດທ່ານ​ດໍ​ໂນ​ລ ທຣໍາ ​ແລະ ​ຜູ້ນຳ​ເກົາຫຼີ​ເໜືອ
ທ່ານ​ກິມ ຈົງ ອຶນ ທີ່​ຄາດ​ວ່າ​ຈະ​ມີ​ຂຶ້ນ​ໃນ​ທ້າ​ຍເດືອນ​ພຶດສະພາ ຈະ​ມາ​ເຖິງ​ນີ້ ​ເພື່ອ
​ຊອກຫາທາງ ​ຕົກລົງ​ກັນ ທີ່ຈະຍຸຕິການສ້າງ​ອາວຸດ​ນິວ​ເຄລຍ​ຂອງ​ເກົາຫຼີ​ເໜືອ.

ທ່ານ​ກິມ​ໄດ້​ຕົກລົງ​ທີ່​ຈະ​ຫາລື ​ທີ່ຈະຢຸດເຊົາ ການ​ຂົ່ມຂູ່ດ້ວຍໂຄງການ​ນິວ​ເຄລຍ ​ຂອງ
ປະ​ເທດທ່ານ ຊຶ່ງໃນ​ປີ​ທີ່​ຜ່ານ​ມາ ​ໄດ້​ເລັ່ງລັດໃນ​ຄວາມ​ພະຍາຍາມ​ເພື່ອພັດ ທະນາ​ລູກ
​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະວີບ ຫຼື ICBM ທີ່​ສາມາດແນ​ເປົ້າ​ໝາຍ​ໃສ່ແຜ່ນດິນໃຫຍ່
ສະຫະລັດ ​ແລະ​ໂຈະການ​ທົດ​ລອງ​ອາ​ວຸດແບບທ້າທາຍ ​ໃນ​ຂະ ນະ​ທີ່​ກາ​ນເຈລະຈາ
ກຳລັງ​ດຳ​ເນີນ​ຢູ່​ນັ້ນ.

ການ​ຕັດສິນ​ໃຈ​ຂອງ​ປະທານາທິບໍດີ​ທຣໍາທີ່​ຈະເຈລະຈາເພື່ອປົດອາວຸດ​ນິວ​ເຄລຍ
​ພາຍໃນ​ທ້າຍ​ເດືອນ​ພຶດສະພາ​ນີ້ໄດ້​ເຮັດໃຫ້​ບັນດາ​ພັນທະ​ມິດແລະປະເທດທີ່ເປັນ
​ປໍ​ລະ​ປັກປະຫລາດ​ໃຈ. ລັດຖະບານ​ທ່ານ​ທຣໍາ ​ເຖິງ​ຢ່າງ​ໃດ​ກໍ​ດີ ​ໄດ້​ກ່າວ​ວ່າ ທ່າ
ທີທີ່ເຂັ້ມງວດໃນການປຸກລະດົມດ້ວຍ “ການກົດ​ດັນ​ຢ່າງ​ສຸດຂີດ” ຍັງຈະດຳເນີນ
ຕໍ່ໄປ ​ຈົນ​ກວ່າວ່າຂໍ້ຕົກ​ລົງ​ຈະ​ບັນລຸກັນ. ພາຍ​ໃຕ້ທ່ານ​ທຣໍາ ສະຫະລັດ​ໄດ້​ນຳພາ​ການດຳເນີນຄວາມ​ພະຍາຍາມ ຂອງນາໆ​ຊາດ ​ເພື່ອ​ທຳການລົງ​ໂທດທາງດ້ານ​ເສດຖກິດເພີ້ມຂຶ້ນ ​ຕໍ່​ເກົາຫຼີ​ເໜືອ ​ແລະ​ໄດ້​ກ່າວຢ້ຳວ່າ ການ​ປະຕິ​ບັດ​ງານ​ທາງ
​ທະຫານ​ຍັງ​ເປັນ​ທາງເລືອກນຶ່ງ ​ເພື່ອຈະຍຸຕິການຂົ່ມຂູ່ດ້ວຍ​ນິວ​ເຄລຍທີ່ເພີ້ມທະວີ
ຂຶ້ນນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG