ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ກັບ ເກົາຫຼີໃຕ້ ຈະເຈລະຈາກັນ ກ່ຽວກັບ ການຮ່ວມມື ໃນການແຂ່ງຂັນກິລາໂອລິມປິກ


ຄົນງານຜູ້ນຶ່ງ ສາມາດເຫັນໄດ້ ຢູ່ທີ່ສະໜາມກິລາ ໂອລິມປິກ ອັນເປັນສະຖານທີ່ ໃຊ້ຈັດ ພິທີເປີດ ແລະປິດ ຂອງເກມກິລາ
ໂອລິມປິກ ລະດູໜາວ ພຽງຈາງ 2018, ຂອງເກົາຫຼີໃຕ້, ວັນທີ 12 ທັນວາ 2017.
ຄົນງານຜູ້ນຶ່ງ ສາມາດເຫັນໄດ້ ຢູ່ທີ່ສະໜາມກິລາ ໂອລິມປິກ ອັນເປັນສະຖານທີ່ ໃຊ້ຈັດ ພິທີເປີດ ແລະປິດ ຂອງເກມກິລາ ໂອລິມປິກ ລະດູໜາວ ພຽງຈາງ 2018, ຂອງເກົາຫຼີໃຕ້, ວັນທີ 12 ທັນວາ 2017.

ເກົາຫຼີເໜືອ ແລະ ເກົາຫຼີໃຕ້ ຈະຈັດການເຈລະຈາ ລະດັບສູງ ຮ່ວມກັນ ໃນວັນອັງຄານ
ມື້ອື່ນນີ້ ຕົ້ນຕໍກໍແມ່ນ ຈະປຶກສາຫາລືກັນ ເລື່ອງການເຂົ້າຮ່ວມກິລາໂອລິມປິກລະດູໜາວ
ທີ່ຈະມີຂຶ້ນ ແຕ່ຍັງຈະຫາຊ່ອງທາງເພື່ອຫລຸດຜ່ອນ ຄວາມເຄັ່ງຕຶງລົງ ທີ່ໄດ້ເພີ່ມຂຶ້ນ
ກ່ຽວກັບ ໄພຂົ່ມຂູ່ດ້ານນິວເຄລຍ ຂອງພຽງຢາງ ທີ່ທະວີຂຶ້ນຕະຫຼອດມານັ້ນ.

ເກົາຫຼີໃຕ້ຈະເປັນເຈົ້າພາບ ຈັດ ພີທີທີ່ ພຽງຈາງ ເກັມໂອລິມປິກ ລະດູໜາວ ປີ 2018
ຈາກວັນທີ 9 ຫາ 25 ເດືອນກຸມພາ ພ້ອມດ້ວຍ ເກມປາຣາລິມປິກ ລະດູໜາວ ຈາກ
ວັນທີ 9 ຫາ ວັນທີ 18 ເດືອນມີນາ ນຳດ້ວຍ.

ສະໜາມກິລາໂອລິມປິກ ພຽງຈາງ (Pyeongchang Olympic Stadium) ກຳລັງຢູ່ພາຍໃຕ້ການກໍ່ສ້າງ ໃນນະຄອນ ພຽງຈາງ ຂອງເກົາຫຼີໃຕ້.
ສະໜາມກິລາໂອລິມປິກ ພຽງຈາງ (Pyeongchang Olympic Stadium) ກຳລັງຢູ່ພາຍໃຕ້ການກໍ່ສ້າງ ໃນນະຄອນ ພຽງຈາງ ຂອງເກົາຫຼີໃຕ້.

ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນແຈອິນ ໄດ້ເນັ້ນຢ້ຳເຖິ່ງ ເນື້ອໃນ ຂອງສັນຕິພາບ
ແລະ ການປະນີປະນອມກັນ ສຳລັບເກມໂອລິມປິກ ແລະ ໄດ້ກ່າວ ເຊື້ອເຊີນຊ້ຳແລ້ວ
ຊ້ຳອີກ ໃຫ້ເກົາຫຼີເໜືອ ເຂົ້າຮ່ວມ ອັນເປັນທາງນຶ່ງ ທີ່ຈະເລີ່ມຂຶ້ນໃໝ່ ການເຈລະຈາ
ລະຫວ່າງສອງເກົາຫຼີ ທີ່ໄດ້ຖືກໂຈະໄວ້ ຫຼັງຈາກ ການທົດລອງນິວເຄລຍ ຂອງ
ເກົາຫຼີເໜືອ ໃນປີ 2016.

ໂຄສົກກະຊວງທ້ອນໂຮມຊາດຂອງເກົາຫຼີໃຕ້ ທ່ານ ເບັກ ເຕ-ຮຸ້ນ (Baik Tae-hyun)
ໄດ້ກ່າວໃນວັນຈັນມື້ນີ້ ວ່າ “ມີຫຼາຍຢ່າງ ທີ່ພວກເຮົາໄດ້ສະເໜີແນະ ຕໍ່ເກົາຫຼີເໜືອ
ສຳລັບ ເກມໂອລິມປິກ ສັນຕິພາບ. ພວກເຮົາກຳລັງກະກຽມເພື່ອສຸມໃສ່ ສິ່ງຕ່າງໆ
ເຊັ່ນນັ້ນ ແລະ ພວກເຮົາ ຄາດໝາຍວ່າ ຜົນປະໂຫຍດທີ່ມີຮ່ວມກັນ ຈະເຮັດໃຫ້ມີ
ການປັບປຸງໃຫ້ດີຂຶ້ນ ໃນດ້ານການພົວພັນລະຫວ່າງກັນ.”

ສະມາຊິກ ຄະນະກຳມະການ ໂອລິມປິກສາກົນ ຂອງເກົາຫຼີເໜືອ ທ່ານ ຈາງ ອຶງ (Chang Ung), ແຖວການຢູ່ເບື້້ອງຊ້າຍ, ໂບກມືກັບບັນດາເຈົ້າໜ້າທີ່ ສະຫະພັນ ເທຂວັນໂດ ສາກົນ ໃນຂະນະທີ່ ເດີນທາງໄປເຖິງ ສະໜາມບິນສາກົນ ກິມໂປ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 23 ມິຖຸນາ 2017.
ສະມາຊິກ ຄະນະກຳມະການ ໂອລິມປິກສາກົນ ຂອງເກົາຫຼີເໜືອ ທ່ານ ຈາງ ອຶງ (Chang Ung), ແຖວການຢູ່ເບື້້ອງຊ້າຍ, ໂບກມືກັບບັນດາເຈົ້າໜ້າທີ່ ສະຫະພັນ ເທຂວັນໂດ ສາກົນ ໃນຂະນະທີ່ ເດີນທາງໄປເຖິງ ສະໜາມບິນສາກົນ ກິມໂປ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 23 ມິຖຸນາ 2017.

ການເຈລະຈາ ລະຫວ່າງທັງສອງເກົາຫຼີ ຈະດຳເນີນໄປ ຢູ່ທາງຝາກເບື້ອງໃຕ້ຂອງເຂດ
ປອດທະຫານ ຫຼື DMZ ທີ່ແບ່ງແຍກລະຫວ່າງເກົາຫຼີໃຕ້ ກັບເກົາຫຼີເໜືອ ອອກຈາກກັນ
ຢູ່ໃນແຫຼມເກົາຫຼີ ເຊິ່ງຕັ້ງຢູ່ໃນໝູ່ບ້ານ ປານມູນຈອມ ບ່ອນທີ່ສັນຍາຕົກລົງສະຫງົບເສິກ
ປີ 1953 ເພື່ອຍຸຕິສົງຄາມເກົາຫຼີ ໄດ້ຖືກລົງນາມຮ່ວມກັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG