ເກົາຫຼີເໜືອກໍາລັງຂົ່ມຂູ່ ຈະທໍາການເຄື່ອນໄຫວພິເສດຕໍ່ເກົາຫຼີໃຕ້ ແບບທີ່ກຸງພຽງຢ້າງກ່າວວ່າ ຈະເຮັດໃຫ້ລັດຖະບານປະທານາທິບໍດີ Lee Myung-bak ດັບສູນໄປ ໃນເວລາ 3 ຫຼື 4 ນາທີ.
ຄໍາຂູ່ໃນວັນຈັນມື້ນີ້ ເປັນພຽງຄັ້ງຫຼ້າສຸດຂອງສໍານວນໂວຫານເຕືອນທີ່ເກົາຫລີເໜືອໄດ້ກ່າວອອກມາຢ່າງເຜັດຮ້ອນ ຕິດຕໍ່ກັນມາຫຼາຍຄັ້ງທີ່ແນເປົ້າໝາຍໃສ່ເກົາຫຼີໃຕ້ ແຕ່ປາກົດວ່າເປັນຄໍາເຕືອນທີ່ຮ້າຍແຮງແລະເຈາະຈົງຫຼາຍກວ່າຄັ້ງກ່ອນໆ ນັບແຕ່ທ່ານກິມຈົງອຸນຂຶ້ນດໍາລົງຕໍາແໜ່ງ ຜູ້ນໍາພາປະເທດໃນປີນີ້ ເປັນຕົ້ນມາ.
ຄະນະນໍາພາຂອງກຸງພຽງຢ້າງມີຄວາມໂກດແຄ້ນຕໍ່ອັນທີ່ພວກເຂົາເຈົ້າຖືວ່າ ເປັນຖ້ອຍຖະແຫຼງທີ່ຂາດການນັບຖືຂອງເກົາຫຼີໃຕ້ກ່ຽວກັບການ ສະເຫຼີມສະຫຼອງວັນຄ້າຍວັນເກີດຄົບຮອບ 100 ປິຂອງມື້ລາງຜູ້ກໍ່ຕັ້ງປະເທດເກົາຫຼີເໜືອ ທ່ານກິມ ອິລ ຊຸງ ຕະຫຼອດທັງຄໍາປະກາດໃນສັບປະດາຜ່ານມາທີ່ວ່າ ປັດຈຸບັນນີ້ ກຸງໂຊລມີລູກສອນໄຟຂີປະນາວຸດທີ່ສາມາດຍິງໃສ່ເປົ້າໝາຍບ່ອນໃດກໍໄດ້ ໃນເກົາຫຼີເໜືອແລ້ວນັ້ນ.
ວິທະຍຸແຫ່ງລັດເກົາຫຼີເໜືອໄດ້ອອກຖະແຫຼງການພິເສດສະບັບນຶ່ງເພື່ອປະກາດຄໍາຂູ່ດັ່ງກ່າວ ໃນວັນຈັນມື້ນີ້.
"ສຽງພາສາເກົາຫຼີ’’
ໂຄສົກວິທະຍຸກ່າວວ່າ “ບັດນີ້ ພວກເຮົາປະກາດໃຫ້ຮູ້ວ່າກໍາລັງປະຕິວັດ ຂອງພວກເຮົາຈະທໍາການເຄື່ອນໄຫວພິເສດໃນໄວໆນີ້ ເພື່ອທັບມ້າງທໍາ ລາຍ ການທ້າທາຍທີ່ບໍ່ລະມັດລະວັງຂອງພັກຝ່າຍທີ່ທໍລະຍົດຕໍ່ຊາດ.”
ຖະແຫຼງການເວົ້າວ່າ ອັນທີ່ເອີ້ນວ່າ ການເຄື່ອນໄຫວພິເສດນັ້ນຈະແນເປົ້າໝາຍໃສ່ພັກຂອງລັດຖະບານປະທານາທິບໍດີ Lee Myung-bak ທີ່ປົກຄອງເກົາຫຼີໃຕ້ໃນປັດຈຸບັນ ຕະຫຼອດທັງພວກອົງການຂ່າວນິຍົມ ແນວທາງເດີມແຫ່ງຕ່າງໆໃນເກົາຫຼີໃຕ້ນັ້ນ ແລະເວົ້າຕື່ມວ່າ ພວກເປົ້າໝາຍເຫຼົ່ານີ້ຈະຖືກໄຟເຜົາໄໝ້ລົງຈໍາດິນໃນເວລາພຽງ 3 ຫຼື 4 ນາທີເທົ່ານັ້ນ.
ຖະແຫຼງການເວົ້າຕື່ມວ່າ ການໂຈມຕີທີ່ວ່ານີ້ຈະໃຊ້ວິທີການນຶ່ງດຽວທີ່ບໍ່ເຄີຍໃຊ້ມາກ່ອນ ຊຶ່ງພາໃຫ້ພວກນັກວິເຄາະເຫດການບາງຄົນໃນເກົາຫຼີໃຕ້ຕັ້ງຂໍ້ສົງໄສຂຶ້ນມາວ່າ ກຸງພຽງຢ້າງອາດຈະວາງແຜນໂຈມຕີທາງ ຄອມພີວເຕີກໍເປັນໄດ້.
ໃນອະດີດຜ່ານມາ ເກົາຫຼີເໜືອໄດ້ຖືກກ່າວຫາວ່າ ເຂົ້າໄປຄົ້ນເອົາຂໍ້ມູນ ໃນຄອມພີວເຕີຂອງບັນດາສະຖາບັນສໍາຄັນຕ່າງໆຂອງເກົາຫຼີໃຕ້ ແລະຢ່າງໜ້ອຍມີໂອກາດນຶ່ງ ປາກົດວ່າ ໄດ້ເຂົ້າແຊກແຊງກັບການທໍາງານຂອງລະບົບ GPS ໃນເຂດທະເລອ້ອມແອ້ມເກົາຫຼີໃຕ້ນັ້ນ.