ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kerry ຢ້ຽມຢາມຈີນ ເພື່ອຫາລື ເລື່ອງ ເກົາຫຼີເໜືອ (ວີດີໂອ)


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry (ຊ້າຍ) ໂອ້ລົມກັບນາຍົກລັດຖະມົນຕີຈີນ ທ່ານ Li Keqiang ໃນລະຫວ່າງການພົບປະກັນທີ່ກຸງປັກກິ່ງ (13 ເມສາ 2013)
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry (ຊ້າຍ) ໂອ້ລົມກັບນາຍົກລັດຖະມົນຕີຈີນ ທ່ານ Li Keqiang ໃນລະຫວ່າງການພົບປະກັນທີ່ກຸງປັກກິ່ງ (13 ເມສາ 2013)
ລັດຖະມົນຕີ ກະຊວງການຕ່າງປະເທດ ສະຫະລັດ ທ່ານ John
Kerry ກ່າວຕໍ່ປະທານປະເທດຈີນ ທ່ານ Xi Jinping ວ່າ ເວລາ
ນີ້ເປັນເວລາທີ່ຫຼໍ່ແຫຼມສຳຄັນ ຂະນະທີ່ບຸກຄົນທັງສອງສົນທະນາ ຫາລືກັນກ່ຽວກັບໂຄງການນິວເຄລຍ ຂອງເກົາຫຼີເໜືອ ແລະບັນ
ຫາອື່ນໆ.

ທ່ານ Kerry ພົບປະກັບປະທານ Xi ທີ່ກຸງປັກກິ່ງ ໃນວັນເສົາມື້ນີ້ ຂະນະທີ່ບັນດາປະເທດເພື່ອນບ້ານຂອງເກົາຫຼີເໜືອໃນເຂດເອ
ເຊຍຕາເວັນອອກ ພວມລໍຖ້າເບິ່ງຢູ່ວ່າພຽງຢາງຈະດຳເນີນການ ດັ່ງທີ່ຕົນໄດ້ຂູ່ໄວ້ແລະຍິງທົດລູກສອນໄຟນິວເຄລຍຫຼືບໍ່?

ທ່ານ Kerry ຮຽກຮ້ອງໃຫ້ເຈົ້າໜ້າທີ່ຈີນ ໃຊ້ອິດທິພົນຂອງເຂົາເຈົ້າໃນຖານະທີ່ເປັນປະເທດ ພັນທະມິດທີ່ເຂັ້ມແຂງສຸດ ກົດດັນພຽງຢາງ ບໍ່ໃຫ້ປະຕິບັດຕາມຄຳຂູ່ຂອງຕົນ.

ນອກນັ້ນແລ້ວທ່ານ Kerry ຍັງໃຫ້ຂໍ້ສັງເກດວ່າ ບັນຫາທ້າທາຍອື່ນໆທີ່ກຳລັງປະເຊີນໜ້າຈີນ ແລະບັນດາປະເທດເພື່ອນບ້ານ ກໍມີເລື່ອງອີຣ່ານ ອາວຸດນິວເຄລຍ ຄວາມວຸ້ນວາຍໃນຊີເຣຍ ແລະເສດຖະກິດຢູ່ໃນທົ່ວໂລກທີ່ຕ້ອງການຢາກໃຫ້ມີການຂະຫຍາຍຕົວ.

ໃນຄຳປາໄສ ເມື່ອໄວໆມານີ້ ປະທານ Xi ກ່າວໂດຍບໍ່ໄດ້ບົ່ງຊື່ ເກົາຫຼີເໜືອ ຢ່າງເປັນການຈະ ແຈ້ງວ່າ ບໍ່ມີປະເທດໃດ ຄວນຈະໄດ້ຮັບອະນຸຍາດ ໃຫ້ແກ່ດຶງເອົາໝົດທັງຂົງເຂດ ຫຼືແມ່ນກະ ທັງໝົດທັງໂລກ ເຂົ້າໄປສູ່ຄວາມວຸ້ນວາຍ ຍ້ອນຜົນປະໂຫຍດສ່ວນຕົວ.

ນອກນັ້ນລັດຖະມົນຕີກະຊວງການຕ່າງປະເທດສະຫະລັດຍັງໄດ້ພົບປະກັບລັດຖະມົນຕີການ ຕ່າງປະເທດຈີນ ທ່ານນາງ Wang Yi ທີ່ຮຽກຮ້ອງໃຫ້ມີສັນຕິພາບ ການເຈລະຈາຫາລື ແລະ
ໃຫ້ແຫຼມເກົາຫຼີເປັນເຂດປອດນິວເຄລຍນັ້ນ.

ເຈົ້າໜ້າທີ່ເຕືອນວ່າ ການຍິງທົດລອງລູກສອນໄຟຂອງເກົາຫຼີເໜືອ ອາດມີຂຶ້ນໄດ້ໃນທຸກໆເວ ລາ. ເກົາຫຼີໃຕ້ກ່າວວ່າການທົດລອງນີ້ ອາດມີຂຶ້ນໃນຂະນະທີ່ເກົາຫຼີເໜືອກະກຽມສະເຫຼີມສະ ຫຼອງວັນຄ້າຍວັນເກີດ ຄົບຮອບ 101 ປີ ຂອງທ່ານກິມ ອິລ ຊຸງ ມື້ລາງຜູ້ກໍ່ຕັ້ງເກົາຫຼີເໜືອ ໃນ
ວັນຈັນຈະມານີ້.

ຄວາມເຄັ່ງຕຶງ ຢູ່ແຫຼມເກົາຫຼີ
please wait

No media source currently available

0:00 0:01:56 0:00
XS
SM
MD
LG