ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສຫລ ຈະບໍ່ຮັບຮູ້ ເກົາຫຼີເໜືອ ເປັນປະເທດ ອຳນາດ ນິວເຄລຍ (ສະໄລດ໌/ວີດີໂອ)


ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານ John Kerry (ຊ້າຍ) ຕອບຄຳຖາມພວກນັກຂ່າວ ຂະນະທີ່ລັດຖະມົນຕີ ການຕ່າງປະເທດເກົາຫຼີໃຕ້ ທ່ານ Yun Byung-se ຮັບຟັງ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວຮ່ວມກັນ ທີ່ກະຊວງຕ່າງປະເທດ ເກົາຫຼີໃຕ້ ຢູ່ກຸງໂຊລ (12 ເມສາ 2013)
ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານ John Kerry (ຊ້າຍ) ຕອບຄຳຖາມພວກນັກຂ່າວ ຂະນະທີ່ລັດຖະມົນຕີ ການຕ່າງປະເທດເກົາຫຼີໃຕ້ ທ່ານ Yun Byung-se ຮັບຟັງ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວຮ່ວມກັນ ທີ່ກະຊວງຕ່າງປະເທດ ເກົາຫຼີໃຕ້ ຢູ່ກຸງໂຊລ (12 ເມສາ 2013)
ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານ John
Kerry ໄດ້ກ່າວຢໍ້າເຖິງການຢືນຢັດ ຂອງວໍຊິງຕັນທີ່ວ່າ ເກົາຫຼີ
ເໜືອ ຈະບໍ່ຖືກຍອມຮັບໂດຍປະຊາຄົມນາໆຊາດ ວ່າເປັນປະ ເທດທີ່ມີອາວຸດນິວເຄລຍ.

ທ່ານ Kerry ເດີນທາງໄປເຖິງກຸງໂຊລ ໃນວັນສຸກມື້ນີ້ ເພື່ອເຈ
ລະຈາຫາລື ກັບພວກເຈົ້າໜ້າທີ່ເກົາຫຼີໃຕ້ ຮວມທັງປະທານາທິ
ບໍດີ Park Guen-hye. ນອກນັ້ນ ທ່ານຍັງມີແຜນການ ທີ່ຈະ ພົບປະກັບພວກເຈົ້າໜ້າທີ່ທະຫານ ຂອງສະຫະລັດ ໃນເກົາຫຼີ
ໃຕ້ທີ່ກຳລັງຕິດຕາມຢ່າງໃກ້ຊິດເບິ່ງການຍິງລູກສອນໄຟຂອງ
ເກົາຫຼີເໜືອ ທີ່ຄາດວ່າຈະມີຂຶ້ນນັ້ນ.



ໃນການຖະແຫຼງ ທີ່ມີຄູ່ຕຳແໜ່ງຝ່າຍເກົາຫຼີໃຕ້ ຄືທ່ານ Yun Byung-se ຢືນຄຽງຂ້າງຢູ່ນັ້ນ ທ່ານ Kerry ເວົ້າວ່າ ສະຫະລັດຈະບໍ່ມີຄວາມລັງເລໃຈໃດໆທີ່ຈະປ້ອງກັນໂຕເອງ ແລະພັນ ທະມິດຂອງຕົນ. ນອກນັ້ນ ທ່ານຍັງໄດ້ກ່າວຢໍ້າຄືນໃໝ່ ເຖິງການຮຽກຮ້ອງ ຂອງສະຫະລັດ ໃຫ້ພຽງຢາງຢຸດເຊົາການຂົ່ມຂູ່ ແລະກັບຄືນເຂົ້າຮ່ວມການເຈລະຈາ ທີ່ແນໃສ່ເພື່ອທັບມ້າງ ໂຄງການອາວຸດນິວເຄລຍຂອງພຽງຢາງນັ້ນ.

ເປັນທີ່ຄາດກັນວ່າເກົາຫຼີເໜືອຈະຍິງທົດລອງລູກສອນໄຟໄລຍະປານກາງຂອງຕົນໃນໄວໆ ນີ້ເພື່ອສະແດງໃຫ້ເຫັນເຖິງຄວາມສາມາດທີ່ຈະໂຈມຕີເປົ້າໝາຍຕ່າງໆຂອງສະຫະລັດຢູ່ໃນ ຂົງເຂດ.

ກ່ອນໜ້ານີ້ ເຈົ້າໜ້າທີ່ສະຫະລັດຄົນນຶ່ງຢູ່ທີ່ກຸງໂຊລກ່າວວ່າ ຍັງບໍ່ມີຮ່ອງຮອຍໃດໆສະແດງ ໃຫ້ເຫັນວ່າ ເກົາຫຼີເໜືອໃກ້ຈະຍິງລູກສອນໄຟ Musudan ແລ້ວຊຶ່ງເຊື່ອກັນວ່າມີລັດສະໝີ 3,500 ກິໂລແມັດ ແລະອາດເປັນໄພຂົ່ມຂູ່ຕໍ່ຖານທັບແຫ່ງຕ່າງໆຂອງສະຫະລັດຢູ່ໃນຍີ່ປຸ່ນ ຫຼືເກາະກວມ.



ບາງຄົນເຊື່ອວ່າ ພຽງຢາງອາດຈະປະສານງານ ເພື່ອໃຫ້ມີການພາດຫົວຂໍ້ຂ່າວໃນການທົດ ລອງລູກສອນໄຟ ພ້ອມກັບການເດີນທາງໄປເຖິງຂອງທ່ານ Kerry. ເກົາຫຼີໃຕ້ກ່າວວ່າ ຕົນ ຄາດວ່າການທົດລອງດັ່ງກ່າວຈະມີຂຶ້ນກ່ອນວັນຈັນ ຊຶ່ງເປັນການສະຫຼອງວັນຄ້າຍວັນເກີດ ໃຫ້ແກ່ມື້ລາງທ່ານກິມ ອິລ ຊຸງ ຜູ້ກໍ່ຕັ້ງເກົາຫຼີເໜືອ.

ຂະນະດຽວກັນເຈົ້າໜ້າທີ່ສະຫະລັດບໍ່ໄດ້ໃຫ້ຄວາມສຳຄັນຕໍ່ລາຍງານການສືບລັບສະບັບນຶ່ງ ຂອງສະຫະລັດ ທີ່ນຳອອກເຜີຍແຜ່ ໃນວັນພະຫັດວານນີ້ ທີ່ສະເໜີແນະວ່າ ພຽງຢາງໄດ້ປະ ສົບຄວາມສຳເລັດໃນການເຮັດໃຫ້ອາວຸດນິວເຄລຍນ້ອຍລົງ.

ການວິເຄາະ ທີ່ໄດ້ມີການເປີດເຜີຍໃຫ້ຊາບໂດຍສະມາຊິກລັດຖະສະພາຄົນນຶ່ງ ໃນວັນພະ ຫັດວານນີ້ ໃນລະຫວ່າງການຮັບຟັງຄຳໃຫ້ການກ່ຽວກັບເລື່ອງງົບປະມານ ທີ່ມີຂຶ້ນເປັນປະ ຈຳນັ້ນ ແຈ້ງວ່າ ພວກເຈົ້າໜ້າທີ່ປ້ອງກັນປະເທດຂອງສະຫະລັດ ມີຄວາມເຊື່ອໝັ້ນ ໃນລະ ດັບປານປາງວ່າ ເກົາຫຼີເໜືອມີອາວຸດນິວເຄລຍ ທີ່ສາມາດລຳລຽງໄດ້ ໂດຍລູກສອນໄຟຂີ ປະນາວຸດ.

ຄວາມເຄັ່ງຕຶງ ຢູ່ແຫຼມເກົາຫຼີ
please wait

No media source currently available

0:00 0:01:46 0:00
XS
SM
MD
LG