ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ຮຽກຮ້ອງໃຫ້ ເກົາຫຼີເໜືອ ຢຸດເຊົາຂູ່ ໄດ້ແລ້ວ (ວີດິໂອ)


ທະຫານເກົາຫຼີໃຕ້ ຂະນະປະຕິດງານລາດຕະເວນຢູ່ໃກ້ເຂດປອດ ທະຫານ
ທະຫານເກົາຫຼີໃຕ້ ຂະນະປະຕິດງານລາດຕະເວນຢູ່ໃກ້ເຂດປອດ ທະຫານ
ເກົາ​ຫຼີ​ເໜືອ​ເວົ້າ​ວ່າ ຕົນ​ໄດ້​ກ້າວ​ເຂົ້າສູ່​ພາວະ​ສົງ
ຄາມ​ກັບ​ເກົາຫຼີ​ໃຕ້​ແລ້ວ ​ແລະ​ໄດ້​ເຕືອນ​ວ່າ ການ​ເກາະຜິດ
​ໃດໆ​ໂດຍ​ກຸງໂຊ​ລ​ແລະວໍ​ຊິງ​ຕັນ ກໍ​ຄື​ສະຫະລັດ​ນັ້ນ ​ແມ່ນ
ຈະ​ເພີ່ມ​ທະ​ວີ​ໃຫ້ເກີດສົງຄາມ​ນີວ​ເຄຼຍ​ໄດ້.

​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ ທີ່ນໍາ​ອອກເຜີຍ​ແຜ່​ໂດຍ​ອົງການ
​ຂ່າວ KCNA ຂອງທາງການເກົາຫຼີ​ເໜືອ​ເມື່ອ​ວັນ​ເສົາ​ວານ​ນີ້
ເກົາຫຼີ​ເໜືອ​ເວົ້າ​ວ່າ ບັນຫາ​ທັງ​ໝົດ ລະຫວ່າງສອງ​ເກົາຫຼີ​ຈະ
​ຖືກ​ຈັດການ ​ໂດຍ​ອິງ​ໃສ່​ກົດ​ລະບຽບ​ໃນ​ຍາມ​ເສິກສົງຄາມ.

​ໃນ​ການ​ຕອບ​ໂຕ້​ຕໍ່​ເກົາຫຼີ​ເໜືອ​ນັ້ນ ​ກະຊວງ​ປ້ອງ​ກັນ​ປະ​ເທດ​
ຂອງເກົາຫຼີ​ໃຕ້ ​ໄດ້ຮຽກ​ຮ້ອງ​ໃຫ້​ເກົາ​ຫຼີ​ເໜືອ​ ຈົ່ງ​ຢຸດ​ການ​ຂົ່ມຂູ່​ນັ້ນເສຍ ​ແລະ​ເວົ້າ​ອີກ​ວ່າ ​ກໍາລັງ​ຂອງເກົາຫຼີ​ໃຕ້​ຈະ​ລົງ​ໂທດ​ເກົາ​ເໜືອ​ຢ່າງ​ຮາບຄາບ ຖ້າ​ຫາກ​ເກົາຫຼີ​ເໜືອ​ຍັງ​ຂືນ​ເກາະ​ຜິດ​ອີກ.

ທາງ​ຝ່າຍທໍານຽບຂາວນັ້ນ​ເວົ້າ​ວ່າ ຕົນ​ຖື​ຄໍາ​ຖະ​ແຫຼງ​ລ່າ​ສຸດ​ຂອງ​ພຽງ​ຢາງຢ່າງ​ເອົາ​ຈິງ​ເອົາ
ຈັງ. ທ່ານ​ນາງ Caitlin Hayden ​ໂຄສົກ​ສະພາຄວາມ​ໝັ້ນຄົງ​ແຫ່ງ​ຊາດສະຫະລັດ ​ເວົ້າ
ວ່າ ​ເກົາຫຼີ​ເໜືອ​ມີ​ປະຫວັດ​ໃນ​ການ​ມັກກ່າວ​ຄໍາຖະ​ແຫຼງ ທີ່​ໃຊ້​ສໍານວນ​ໂວຫານ​ແບບ​ໂອ
ຫັງເກາະ​ຜິດ ມາ​ດົນ​ນານ​ແລ້ວ ​ແລະ​ຄໍາ​ຂູ່​ຂອງ​ເກົາຫຼີ​ເໜືອ​ເມື່ອ​ວັນ​ເສົາ​ວານ​ນີ້ ກໍເປັນແບບທໍານອງ​ດຽວ​ກັນ​ກັບ​ທີ່​ຜ່ານໆ​ມາ.

ນອກ​ນີ້​ແລ້ວ ​ວັນ​ເສົາ​ວານ​ນີ້​ເຊ່ນ​ກັນ ​ເກົາຫຼີ​ເໜືອ​ຂູ່​ວ່າ​ຈະ​ປິດ​ເຂດ​ອຸດສາຫະກໍາ​ຮ່ວມ​ກັບ​ເກົາຫຼີ​ໃຕ້ ທີ່​ຕັ້ງຢູ່​ໃນ​ດິນ​ແດນ​ຂອງ​ເກົາຫລີ​ໃຕ້​ນັ້ນ. ໂຄສົກ​ເກົາ​ຫຼີ​ເໜືອ​ເວົ້າ​ວ່າ ​ເຂດ​ອຸດສາ
ຫະກໍ​າ Kaesong ທີ່​ຕັ້ງ​ຢູ່ເໜືອ​ຂຶ້ນ​ມາ​ໜ້ອຍ​ນຶ່ງ ຈາກ​ເຂດ​ປອດ​ທະຫານ ທີ່​ເປັນ​ເສັ້ນ​ແບ່ງ​ສອງ​ປະ​ເທດນັ້ນ ຈະ​ຖືກ​ປິດ​ລົງ​ ຖ້າ​ຫາກ​ເກົາຫຼີ​ໃຕ້​ບໍ່​ເຄົາລົບ​ກຽດ​ສັກ​ສີ​ຂອງ​ເກົາຫຼີ​ເໜືອ.

ວີດິໂອ: ການຂົ່ມຂູ່ໃໝ່ຈາກເກົາຫລີເໜືອ ເພີ່ມຄວາມເຄ່ງຕຶງໃນແຫລມເກົາຫລີຂຶ້ນ:

New Threats Put Korean Peninsula on Edge
please wait

No media source currently available

0:00 0:02:19 0:00
ລິງໂດຍກົງ
XS
SM
MD
LG