ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການພົບປະທາງທະຫານ ລະຫວ່າງສອງເກົາຫຼີ


Cardinals hold their mitre hats as they attend a Mass for the election of a new pope celebrated by Cardinal Angelo Sodano inside St. Peter's Basilica, at the Vatican, March 12, 2013.
Cardinals hold their mitre hats as they attend a Mass for the election of a new pope celebrated by Cardinal Angelo Sodano inside St. Peter's Basilica, at the Vatican, March 12, 2013.

ເກົາຫຼີໃຕ້ກ່າວວ່າ ການເຈລະຈາຫາລືທາງດ້ານທະຫານ ກັບເກົາຫລີເໜືອ ເທື່ອທຳອິດ ໃນຮອບ ເກືອບ 2 ປີ ໄດ້ສິ້ນສຸດລົງໂດຍ ບໍ່ມີຄວາມກ້າວໜ້າໃດໆ.

ເຈົ້າໜ້າທີ່ທະຫານຂອງປະເທດຄອມມູນິສເກົາຫຼີເໜືອ ແລະປະຊາທິປະໄຕເກົາຫຼີໃຕ້ ໄດ້ພົບ ປະກັນ ໃນວັນພະຫັດມື້ນີ້ ທີ່ບ້ານສະຫງົບເສິກ ປັນມັນຈອມ ຊຶ່ງຕັ້ງຢູ່ໃນເຂດປອດທະຫານ ທີ່ແບ່ງສອງເກົາຫຼີອອກຈາກກັນນັ້ນ.

ກະຊວງປ້ອງກັນປະເທດເກົາຫຼີໃຕ້ ກ່າວວ່າ ຄະນະຜູ້ແທນຂອງຕົນ​ໄດ້ຮຽກຮ້ອງໃຫ້ເກົາຫຼີ ເໜືອ ຂໍຂະມາໂທດ ຕໍ່ການຫຼົ້ມຂອງກຳປັ່ນລົບເກົາຫຼີໃຕ້ ທີ່ເຮັດໃຫ້ທະຫານເຮືອເກົາຫຼີ ໃຕ້ 46 ຄົນເສຍຊີວິດ ໃນເດືອນມີນາຜ່ານມານັ້ນ.

ກະຊວງປ້ອງກັນປະເທດ ກົາຫຼີໃຕ້ ກ່າວຕື່ມວ່າ ເກົາຫຼີເໜືອບໍ່ຍອມຮັບເອົາຜົນຂອງການ ສືບສວນນາໆຊາດທີ່ສະຫຼຸບວ່າ ກໍາປັ່ນລົບ Cheonan ຫຼົ້ມຍ້ອນຖືກລະເບີດຕໍປີໂດ ທີ່ຍິງ​ໄປຈາກເຮືອດຳນໍ້າຂອງເກົາຫຼີເໜືອ.

ເກົາຫຼີໃຕ້ຍັງເວົ້າອີກວ່າ ຕົນຮຽກຮ້ອງໃຫ້ເກົາຫຼີເໜືອ ຢຸດຕິການຂົ່ມຂູ່ແລະການທ້າທາຍ ເກາະຜິດ ທາງທະຫານ ຢູ່ໃນເຂດທະເລທີ່ຍັງມີການຂັດແຍ້ງ ນອກແຄມຝັ່ງທະເລ ກໍ້າ ຕາເວັນຕົກຂອງແຫຼມເກົາຫຼີ.

XS
SM
MD
LG